ອົງການຈັດຕັ້ງນາໆຊາດ ແລະບັນດາເຈົ້າໜ້າທີ່ຈາກມາລີ
ກໍາລັງປະຊຸມກັນໃນວັນອັງຄານມື້ນີ້ເພື່ອສົນທະນາຫາລືກັນ
ກ່ຽວກັບຄວາມພະຍາຍາມ ໃນການສ້າງສະຖຽນລະພາບ
ໃຫ້ແກ່ປະເທດປະເທດດັ່ງກ່າວ ລຸນຫລັງການບຸກໂຈມຕີ
ຂອງກໍາລັງທະຫານຝຣັ່ງແລະມາລີ ເພື່ອເຂົ້າຍຶດເອົາຄືນ
ເມືອງສໍາຄັນຕ່າງໆ ຢູ່ໃນພາກເໜືອປະເທດ.
ອົງການສະຫະປະຊາຊາດ ສະຫະພາບຢູໂຣບ ສະຫະພາບ
ອາຟຣິກາ ແລະປະຊາຄົມເສດຖະກິດບັນດາລັດອາຟຣິກາ
ຕາເວັນຕົກ ເປັນຜູ້ນໍາໜ້າໃນບັນຊີລາຍຊື່ຂອງຜູ້ຕາງໜ້າ
ຈາກປະມານ 45 ຄະນະ ທີ່ເຂົ້າຮ່ວມປະຊຸມ ຢູ່ນະຄອນບຣັສເຊີລສ໌.
ພວກຜູ້ຕາງໜ້າເຫຼົ່ານີ້ຈະສົນທະນາຫາລືກັນກ່ຽວກັບການດຳເນີນຄວາມພະຍາມໃນດ້ານມະນຸດສະທໍາແລະດ້ານສິດທິມະນຸດ ພ້ອມທັງການດຳເນີນຂັ້ນຕອນທາງດ້ານການເມືອງ ຢູ່ໃນປະເທດມາລີ ບ່ອນທີ່ວິກິດການໄດ້ເລີ້ມເກີດຂື້ນໃນປີແລ້ວນີ້ ເວລາພວກທະຫານໄດ້ໂຄ່ນລົ້ມ ປະ ທານາທິບໍດີ. ຜູ້ນໍາຊົ່ວຄາວຂອງມາລີ ທ່ານ Dioncounda Traore ຕ້ອງການຢາກໃຫ້ມີການເລືອກຕັ້ງໃໝ່ໃນເດືອນກໍລະກົດ ຈະມາເຖິງນີ້.
ເລື່ອງທີ່ສໍາຄັນອີກເລື່ອງນຶ່ງ ກໍຄືການຈັດຕັ້ງກໍາລັງແຊກແຊງຂອງອາຟຣິກາ ຊຶ່ງຈະເຂົ້າຮັບໜ້າທີ່ແທນທະຫານຝຣັ່ງ ທີ່ໄດ້ທໍາການສູ້ລົບກັບ ພວກກະບົດອິສລາມຫົວຮຸນແຮງຢູ່ພາກເໜືອຂອງຂອງມາລີເປັນເວລາສາມອາທິດແລ້ວນັ້ນ.
ສະຫະພາບຢູໂຣບກໍາລັງປະຕິບັດແຜນງານ ທີ່ຈະສົ່ງຄູຝຶກຫລາຍຮ້ອຍຄົນ ໄປຊ່ວຍຝຶກແອບທະຫານມາລີ. ມາຮອດປັດຈຸບັນນີ້ ມີ 17 ປະເທດແລ້ວຈາກຢູໂຣບໄດ້ໃຫ້ຄຳໝັ້ນສັນຍາທີ່ຈະຮ່ວມສົມທົບໃນຝຶກແອບ ກໍາລັງທະຫານມາລີ.
ລັດຖະມົນຕີການຕ່າງປະເທດຝຣັ່ງ ທ່ານ Laurence Fabius ກ່າວໃນວັນຈັນວານນີ້ວ່າ ເຮືອບິນລົບຝຣັ່ງຍັງສືບຕໍ່ການຖີ້ມລະເບີດໃສ່ເສັ້ນ ທາງຂົນສົ່ງ ແລະສູນກາງຝຶກແອບຂອງພວກກະບົດ ຢູ່ໃນເຂດທະເລຊາຍທີ່ໂດດດ່ຽວ ທາງພາກຕາເວັນອອກສຽງເໜືອຂອງ
ມາລີ. ທ່ານ ໄດ້ກ່າວຕໍ່ວິທະຍຸຝຣັ່ງວ່າ ເປົ້າໝາຍກໍຄືເຮັດໃຫ້ມັນເປັນໄປໄດ້ຍາກສຳ ລັບພວກກະບົດທີ່ຈະຢູ່ໃນພາກເໜືອຂອງມາລີຕໍ່ໄປໃນລະຍະຍາວໄດ້.