ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ສະ​ຫະ​ປະ​ຊາ​ຊາດ ເລີ້ມກວດກາ ອາວຸດເຄມີ ​ຢູ່ ຊີເຣຍ (ສະ​ໄລ​ດ໌/ວີດີໂອ)


ຂະບວນລົດ ຄະ​ນະ​ກວດ​ກາອາວຸດເຄມີ ສະຫະປະຊາຊາດ ກໍາລັງເຄື່ອນຍ້າຍ ຈາກຊາຍແດນ ເລບານອນ ເຂົ້າ​ໄປ​ໃນ ຊີເຣຍ
ຂະບວນລົດ ຄະ​ນະ​ກວດ​ກາອາວຸດເຄມີ ສະຫະປະຊາຊາດ ກໍາລັງເຄື່ອນຍ້າຍ ຈາກຊາຍແດນ ເລບານອນ ເຂົ້າ​ໄປ​ໃນ ຊີເຣຍ
ບັນດາ​ນັກ​ກວດ​ກາອາວຸດ ມີ​ກໍານົດ​ທີ່​ຈະ​ເລີ້ມ​ປະຕິບັດ​ງານຢູ່​ໃນ
​ຊີ​ເຣຍ ​ໃນ​ວັນ​ອັງຄານ​ມື້​ນີ້ ອັນ​ເປັນ​ພາກ​ສ່ວນນຶ່ງ ​ໃນ​ຂອບ​ການ
​ປະຕິບັດ​ງານ ທີ່​ໄດ້​ຮັບ​ການ ໜຸນ​ຫລັງ​ໂດຍສະຫະ​ປະຊາ​ຊາດ
​ເພື່ອ​ກຳຈັດ​ອາວຸດ​ເຄມີ​ຂອງປະ​ເທດດັ່ງກ່າວ.

ອົງການ​ເກືອດ​ຫ້າມ​ໃນ​ການ​ນຳ​ໃຊ້​ອາວຸດ​ເຄມີ ຫຼື OPCW ​ໄດ້
​ວາງ​ກໍາໜົດ​ເວ ລາ ທີ່​ຮຽກຮ້ອງ​ໃຫ້​ຄະນະ​ກວດກາ ​ໄປ​ຢ້ຽມ​ຢາມ​
ສະຖານ​ທີ່​ເກັບມ້ຽນອາວຸດ​ເຄມີ ທັງ​ໝົດ ຢູ່່​ໃນຊີ​ເຣຍ ພາຍ​ໃນ
30 ມື້.

ລັດຖະບານຊີ​ເຣຍ ຕ້ອງ​ທໍາລາຍ​ເຄື່ອງ​ອຸບປະກອນ ​ທີ່​ໃຊ້​ເຮັດ
ອາວຸດ​ເຄມີ ກ່ອນ​ວັນ​ທີ 1 ເດືອນພະ​ຈິກ ​ແລະ​ອາວຸດ​ເຄມີທີ່ເກັບ
ສະ​ສົມ​ໄວ້​ນັ້ນ ໃຫ້​ໝົດ​ກ່ອນກາງ​ ປີໜ້າ.

ສະພາ​ຄວາມໝັ້ນຄົງສະຫະ​ປະຊາ​ຊາດ ​ໄດ້ຮັບຜ່ານ​ມະຕິ​ສະ
ບັບ​ນຶ່ງ ​ໃນອາທິ​ດ ແລ້ວ​ນີ້ທີ່​ສັ່ງ​ໃຫ້ຊີ​ເຣຍ​ປະຕິບັດ​ຕາມ ​ແຜ​ນ
ການຫລຸດ​ກຳລັງ​ອາວຸດ​ຂອງອົງການ OPCW ​ເພື່ອລົບ​ລ້າງ
ແຜນ ​ແລະອະນຸຍາດ​ໃຫ້​ຄະນະ​ສືບສວນ​ເຂົ້າ​ໄປ​ກວດກາ​ ໄດ້​ຢ່າງເຕັມທີ່ເບິ່ງທຸກ​ແຫ່ງ​ທີ່​ເຫັນ​ວ່າ​ມີ​ຄວາ​ສໍາ​ຄັນ​ໃນ​ການ​ປະຕິບັດ​ງານ. ການ​ຝ່າຝືນ​ໃດໆ​ກໍ​ຕາມ ອາດ​ຈະເປັນ​ຜົນພາ​ໃຫ້​ມີ​ການ​ໃສ່​ໂທດ ນັບ​ແ​ຕ່ການ​ລົງ​ໂທດ ຕ່າງໆ ຕະຫລອດ​ຈົນ​ການ​ປະຕິບັດ​ງານທາງ​ທະຫານ.



ລັດຖະມົນຕີການ​ຕ່າງປະ​ເທດຊີ​ເຣຍ ທ່ານ Walid al-Maollem ກ່າວໃນ​ວັນ​ຈັນ​ວານ​
ນີ້​ວ່າ ລັດຖະບານ​ຂອງ​ທ່ານ ຈະ​ປະຕິບັດ​ຕາມ​ຢ່າງ​ເຕັມທີ່ ​ມະຕິ​ຂອງ ສະພາ​ຄວາມ​ໝັ້ນ
ຄົງສະຫະ​ປະຊາ​ຊາດ ທີ່​ໄດ້​ມີ​ການ​ຮັບຮອງ​ເອົາ​ໃນ​ສັບປະດາ ​ແລ້ວ ​ເພື່ອ​ໃຫ້​ຊີ​ເຣຍທັບ​
ມ້າງ​ໂຄງການ​ອາວຸດເຄມີຂອງ​ຕົນ.

ນອກ​ນັ້ນ ທ່ານ​ຍັງ​ໄດ້​ກ່າວ​ຕໍ່ກອງ​ປະຊຸມສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດວ່າ ປະຊາ​ຄົມ
ນາໆຊາດ ຄວນ​ທີ່ຈະ​ສ້າງ​ຕັ້ງ​ເຂດ​ປອດ​ນິວ​ເຄລຍ ຢູ່ທົ່ວພາກຕາ​ເວັນ​ອອກ​ກາງ.

ເບິ່ງວີ​ດີ​ໂອ​ກ່ຽວ​ຂ້ອງ:

UN Seeks Action on Syrian Humanitarian Crisis
please wait

No media source currently available

0:00 0:00:34 0:00
ລິງໂດຍກົງ
XS
SM
MD
LG