ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທີ​ມນັກ​ຊ່ຽວຊານສາກົນ ​ ​ກັບໄປເຮັດວຽກ ຢູ່​ບ່ອນເຮືອບິນຕົກ ໃນຢູເຄຣນ ເປັນມື້ທີສອງ (ສະໄລດ໌/ວີດີໂອ)


Investigators Finally Reach MH17 Crash Site
please wait

No media source currently available

0:00 0:02:14 0:00

ວີດີໂອ: ໃນທີ່ສຸດ ຄະນະຊ່ຽວຊານສາກົນ ພ້ອມຕຳຫລວດ ປະມານ 100 ຄົນ ກໍເຂົ້າໄປເຖິງ ບ່ອນເຮືອບິນຕົກ ໃນວັນສຸກ ທີ 1 ສິງຫາ 2014.

ການ​ຢຸດ​ຕໍ່ສູ້​ກັນ​ຊົ່ວຄາວ ​ຢູ່​ບໍລິ​ເວນທີ່​ຖ້ຽວ​ບິນ​ຂອງສາຍ​
ການບິນ​ມາ​ເລ​ເຊຍ ​ຖືກ​ຍິງ​ຕົກ ​ເມື່ອດົນກວ່າ 2 ອາທິດ​
ຜ່ານ​ມາ​ແລ້ວ ​ໃນ​ພາກ​ຕາ​ເວັນ​ອອກຂອງ​ຢູ​ເຄຣນນັ້ນ ​ໄດ້​
ອຳນວຍໃຫ້​ທີ​ມນັກ​ຊ່ຽວຊານສາກົນ ​ ​ໄປຊອກ​ຫາ​ຊາກ​ສົບ
​ຂອງ​ຜູ້​ເຄາະ​ຮ້າຍ ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ​ໄດ້ ​ເປັນ​ມື້​ທີ 2
ລຽນຕິດ.

ນັກສືບສວນ​ສອບ​ສວນ ປະມານ 70 ​ຄົນ ຈາກ​ເນ​ເທີ​ແລນ
​ແລະ ອອສ​ເຕຣ​ເລຍ ​ໄດ້​ກັບ​ໄປ​ເຮັດ​ວຽກ​ຢູ່​ບ່ອນເກີ​ດ​ເຫດ
ອີກ​ໃນ​ວັນ​ເສົາ​ມື້​ນີ້ ໃນຂະນະ​ທີ່ ​ທະຫານ​ຢູ​ເຄຣນ ​ແລະພວກ
​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ພາກັນ​ສືບ​ຕໍ່​ປະຕິບັດການ
​ຢຸດ​ຍິງ ​ໃນ​ບໍລິ​ເວນ​ດັ່ງກ່າວ.

ປະທານາທິບໍດີ ບາຣັກ ໂອບາມາ ຖະແຫລງຕໍ່ນັກຂ່າວ ຢູ່ຫ້ອງ ຖະແຫລງຂ່າວ Brady ຂອງທຳນຽບຂາວ ໃນວໍຊິງຕັນ. ວັນທີ 1 ສິງຫາ 2014.
ປະທານາທິບໍດີ ບາຣັກ ໂອບາມາ ຖະແຫລງຕໍ່ນັກຂ່າວ ຢູ່ຫ້ອງ ຖະແຫລງຂ່າວ Brady ຂອງທຳນຽບຂາວ ໃນວໍຊິງຕັນ. ວັນທີ 1 ສິງຫາ 2014.

ໃນ​ວັນສຸກ​ວານ​ນີ້ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ
ທ່ານ​ໄດ້ໂອ້ລົມທາງ​ໂທລະສັບ ​ກັບຄູ່​ຕຳ​ແໜ່​ງຣັດ​ເຊຍ ທ່ານ
​ວະ​ລາ​ດີ​ເມຍ ປູ​ຕິນ ​ແລະທ່ານ​ໄດ້​ບອກ ​ທ່ານປູຕິນ ​ວ່າ
ສະຫະລັດ ​ຍັງ​ມີ​ຄວາມ​ກັງວົນ ​ຢ່າງ​ເລີກ​ເຊິ່ງ ກ່ຽວ​ກັບການ​
ທີ່​ມຸສກູ​ໄດ້​ໃຫ້ການ​ສະໜັບສະໜຸນ​ເພີ້​ມຂຶ້ນ ​ແກ່​ພວກ​ຢາກ
​ແບ່ງ​ແຍກ​ດິນ​ແດນ​ໃນ​ຢູ​ເຄຣນນັ້ນ.

ທ່ານ ​ໂອ​ບາ​ມາ ​ເວົ້າວ່າ: “ດຽວ ​ນີ້ ອັນ​ທີ່ພວກ​ເຮົາ​ໄດ້​ເຮັດ​
ໄປ​ແລ້ວນັ້ນ ​ແມ່ນ​ການບັງຄັບ​ໃຊ້ການ​ລົງ​ໂທດ ​ທີ່​ເປັນ​
ຜົນ​ເສຍ​ຫາຍຕໍ່ຣັດ​ເຊຍຫລາຍ​ພຽງພໍ ຊຶ່ງ​ຖ້າ​ເວົ້າຢ່າງ​ບໍ່​
ເຂົ້າ​ຂ້າ​ອງອອກ​ຂາ​ແລ້ວ ພວກ​ເຂົາ ​ໂດຍ​ສະ​ເພາະ
ປະທານາທິບໍດີ ປູ​ຕິນ ​ກໍຄວນຈະຢາກ​ແກ້​ໄຂ​ເ​ລື້​ອງນີ້​
ດ້ວຍ​ທາງ​ການ​ທູດ ​ເພື່ອໃຫ້​ມີ​ການຍົກ​ເລີກ​ການ​ລົງ​ໂທດເຫລົ່າ​ນີ້ ​ເພື່ອ​ໃຫ້​ເສດ
ຖະກິດ​ຂອງ​ພວກ​ຕົນຂະຫຍາຍ​ໂຕ​ອີກ ​ແລະ ​ໃຫ້​ມີ​ສາຍພົວພັນ​ອັນ​ດີ ກັບ​ຢູ​ເຄຣນ.
ຫາກ​ແຕ່​ວ່າ​ບາງ​ເທື່ອ​ຄົນ​ເຮົາ ບໍ່​ປະພຶດ​ໃນ​ທາງ​ ທີ່​ສົມ​ເຫດ​ສົມ​ຜົນ ສະ​ເໝີ​ໄປ ​ແລະ
ພວກ​ເຂົາ​ບໍ່ປະຕິບັດຕາມ​ ພື້ນຖານຜົນ​ປະ​ໂຫຍ​ດ ລະຍະ​ກາງຫລືຍາວ​ ຂອງພວກ​
ເຂົາສະ​ເໝີ​ໄປ. ອັນ​ນັ້ນ​ແມ່ນ​ຈະບໍ່​ສາມາດຂັດຂວາງ​ພວກ​ເຮົາ​ໄດ້ເລີຍ. ພວກ​ເຮົາ​
ຕ້ອງ​ຢື​ນຢັດຢູ່​ໃນ​ຈຸດ​ນີ້ ຕໍ່​ໄປ.”


ບັນດາ​ເຈົ້າໜ້າທີ່ທຳນຽບຂາວ ກ່າວ​ວ່າ ຜູ້ນຳ​ທັງ​ສອງ​ “ໄດ້​ຕົກລົງທີ່​ຈະ​ເປີດ​ສາຍ​
ຕິດ​ຕໍ່​ສື່ສານ ລະຫວ່າງ​ກັນ​ໄວ້.”

ທາງ ​ບັນດາ​ເຈົ້າໜ້າ​ທີ່ຣັດ​ເຊຍ​ກ່າວ​ວ່າ ທ່ານ ປູ​ຕິນ ບອກ​ປະ​ທາ​ນາ​ທິບໍດີ​ສະຫະລັດ
ວ່າ ການ​ລົງ​ໂທດ​ຊຸດ​ໃໝ່ ທີ່​ບັງຄັບ​ໃຊ້ຕໍ່ຣັດ​ເຊຍ ສຳ​ຫລັບ​ການ​ສະໜັບສະໜຸນ​ພວກ​
ແບ່ງ​ແຍກ​ດິນ​ແດນ​ຂອງ​ຣັດ​ເຊຍ​ນັ້ນ ແມ່ນເປັນການ “​ຕ້ານຜົນປະ​ໂຫຍ​ດ” ​ແລະ​ຈະ
​ສ້າງ​ຜົນ “​ເສຍ​ຫາຍຮ້າຍ​ແຮງ ຕໍ່​ການ​ຮ່​ວມມືສອງ​ຝ່າຍ ​ແລະ ສະຖຽນ​ລະ​ພາບ​
ຂອງ​ສາກົນ.”

UKRAINE VO
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG