ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາໆຊາດ ຮັບປາກ ຈະຊ່ວຍເຫຼືອ ມາລີ ຫຼາຍຮ້ອຍ ລ້ານໂດລາ (ວີດີໂອ/ສະໄລດ໌)


ນາໆຊາດ ໃຫ້ການຊ່ວຍເຫລືອເງິນ ແກ່ ມາລີ ເພື່ອສະໜັບສະໜຸນ​ຕໍ່​ກໍາລັງແຊກ​ແຊງ ພາຍ​ໃຕ້​ການ​ນຳພາ​ຂອງອາ​ຟຣິກາ.
ນາໆຊາດ ໃຫ້ການຊ່ວຍເຫລືອເງິນ ແກ່ ມາລີ ເພື່ອສະໜັບສະໜຸນ​ຕໍ່​ກໍາລັງແຊກ​ແຊງ ພາຍ​ໃຕ້​ການ​ນຳພາ​ຂອງອາ​ຟຣິກາ.
ບັນດາປະ​ເທດ​ທີ່​ໃຫ້ການ​ຊ່ວຍ​ເຫລືອ ​ໄດ້​ຮັບປາກ​ທີ່​ຈະ​ໃຫ້​ເງິ​ນ
ຊ່ວຍ​ເຫລືອ ຫລາຍ​ຮ້ອຍ​ລ້ານ​ໂດ​ລ່າ ​ເພື່ອ​ສະໜັບສະໜຸນ​ກອງ​
ກໍາລັງ ທີ່​ຈະ​ທໍາ​ການ​ຕໍ່ສູ້ ຕ້ານ​ພວກ​ຫົວ​ຮຸນ​ແຮງ​ອິສລາມ ຢູ່​ໃນ
ພາກ​ເໜືອ​ຂອງ​ປະ​ເທດ​ມາລີ​ນັ້ນ.

ການ​ໃຫ້​ຄໍາ​ໝັ້ນ​ສັນຍາ​ດັ່ງກ່າວ​ໄດ້​ມີ​ຂຶ້ນ ຢູ່​ໃນ​ກອງ​ປະຊຸມ​ບັ້ນ​ນຶ່ງ ທີ່​ນະ​ຄອນ​ຫລວງ ອາ​ດິສ ອາ​ບາ​ບາ ຂອງ​ປະ​ເທດ​ອີ​ທິ​ໂອ​ເປຍ ຊຶ່ງ​ສະຫະລັດ​ໄດ້​ຮັບປາກ​ຈະ​ມອບ​ໃຫ້ 96 ລ້ານ​ໂດ​ລ່າ ສະຫະພາບ​ອາ​ຟຣິກາຈະໃຫ້ 50 ລ້ານ​ໂດ​ລ່າ ​ແລະ​ເຢຍລະ​ມັນ​ກ່າວ​ວ່າ ຕົນ​ຈະ​ຕື່ມ 20 ລ້ານ​ໂດ​ລ່າ ​ໃສ່​ໃນ​ຄວາມ​ພະຍາຍາມ​ດັ່ງກ່າວ.

ປະ​ເທດ​ອື່ນ​ທີ່​ໄດ້​ຮັບປາກ​ເຊ່ນ​ກັນ ກໍ​ມີ​ໂຮມ​ທັງ ກຸ່ມ​ເສດຖະກິດ ECOWAS ຂອງ​ບັນດາ​ປະຊາ​ຊາດ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ກັບ​ປະ​ເທດ ອາ​ຟຣິກາ​ໃຕ້ ພ້ອມ​ທັງ ກາ​ນາ ​ໄນ​ຈີ​ເຣຍ ​ແລະ​ອີ​ທິ​ໂອ​ເປຍ.

ຢູ່​ນະຄອນຫລວງ​ໂຕ​ກຽວ ຍີ່ປຸ່ນ​ກໍ​ໄດ້​ສະ​ເໜີ​ຈະມອບ 120 ລ້ານ​ໂດ​ລ່າ ​ໃຫ້​ແກ່​ກອງ​ກໍາລັງ​ດັ່ງກ່າວ ທີ່​ເອີ້ນ​ວ່າ ພາລະກິດ​ນາໆ​ຊາດໄປ​ຍັງ​ມາລີ ຫລື AFISMA.

ປະມວນພາບກ່ຽວກັບເມືອງປະຫວັດສາດ ທິມບັກຕູ:



​ໃນ​ວັນ​ຈັນ​ວານ​ນີ້ ກໍາລັງ​ທະຫານ​ຝຣັ່ງກັບ​ມາລີ ​ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ​ປະຫວັດສາດ ທິມບັກ​ຕູ ຂອງ​ມາລີ ​ໃນ​ອນັທີ່​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ປະຕິບັດ​ງານ​ທາງ​ທະຫານ​ຮ່ວມ​ກັນ ​ເພື່ອ​ຂັບ​ໄລ່​ພວກ​ຫົວ​ຕໍ່ສູ້​ອິສລາມ ທີ່​ໄດ້​ເຂົ້າ​ຄວບ​ຄຸມ​ພາກ​ເໜືອ​ຂອງ​ປະ​ເທດ​ມາລີ ​ໃນ​ປີ​ກາຍ​ນີ້.

ທະຫານ​ຈໍານວນ​ນຶ່ງ​ຂອງ​ກໍາລັງ AFISMA ​ໄດ້​ເດີນທາງ​ໄປ​ຮອດ​ມາລີ​ແລ້ວ ​ແຕ່​ໄດ້​ມີ​ບົດ​ບາດໜ້ອຍ​ຫລາຍ ​ໃນ​ການ​ສູ້​ລົບ.

XS
SM
MD
LG