ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳລັງ ສະຫະລັດ ແລະອົງການ CIA ອາດ​ໄດ້ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ຢູ່​ ​ອັຟກາ​ນິສຖານ


ນັກໂທດຄົນນຶ່ງ ເບິ່ງອອກາມາຈາກຄຸກ ທີ່ເມືອງ Kandahar ປະເທດ Afghanistan.
ນັກໂທດຄົນນຶ່ງ ເບິ່ງອອກາມາຈາກຄຸກ ທີ່ເມືອງ Kandahar ປະເທດ Afghanistan.

ການ​ສືບສວນ​ຂັ້ນ​ຕົ້ນ​ໂດຍສານ​ອາຍາສາກົນ ​ໄດ້​ພົບ​ເຫັນ​ວ່າ​ ບັນດາ​ສະມາຊິກ​ຂອງ​ກອງ ທັບ​ສະຫະລັດ ແລະ​ອົງການ​ສືບ​ລັບ CIA ອາດ​ໄດ້ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ຢູ່​ໃນ​ອັຟກາ​ນິສ ຖານ ​ໂດຍ​ຜ່ານ​ການສອບ​ປາກຄຳ​ແບບ “ໂຫດຮ້າ​ຍ ຫຼື​ ​ຮຸນ​ແຮງ” ​ຕໍ່​ພວກ​ທີ່​ຖືກ​ກັກ​ຂັງ ສ່ວນ​ໃຫຍ່່​ແລ້ວ​ແມ່ນໃນ​ລະຫວ່າງ​ປີ 2003 ຫາ 2004​.

ຢູ່​ໃນ​ລາຍ​ງານ ທີ່ນຳ​ອອກ​ເຜີຍແຜ່​ ໃນຕອນ​ແລງ​ວັນ​ຈັນວານ​ນີ້ ​ໄອ​ຍະ​ການ​ Fatou Ben- souda ກ່າວ​ວ່າ ທະຫານ​ບ້ານ Taliban ກຳລັງ​ລັດຖະບານ​ອັຟກາ​ນິສຖານ ​ແລະກຳລັງ​ທະ​ຫານ​ສະຫະລັດ ພ້ອມ​ດ້ວຍອົງການ CIA ທັງ​ໝົດນີ້​ປາກົດ​ວ່າ ​ຕ່າງ​ກໍ​ໄດ້​ກໍ່​ອາ​ຊະ​ຍາ​ກຳສົງຄາມ.

ລາຍ​ງານ​ກ່າວ​ວ່າ ກຳລັງ​ທະຫານ​ສະຫະລັດ “ປາກົດ​ວ່າ​ໄດ້​ທໍລະ​ມານ​ພວກ​ທີ່​ຖືກ​ກັກ​ຂັງ 61 ຄົນ” ຢູ່​ໃນ​ອັຟກາ​ນິສຖານ ​ສ່ວນ​ໃຫຍ່​ແລ້ວ​ ແມ່ນ​ໃນ​ປີ 2003 ຫາ 2004. ນອກ​ນັ້ນ​ຍັງ​ໄດ້​ພົບ​ເຫັນ​ວ່າ ອົງການ CIA “​ໄດ້​ທໍລະ​ມານ​ພວກ​ທີ່​ຖືກ​ກັກ​ຂັງ​ຢ່າງ​ໜ້ອຍ 27 ຄົນ “ຢູ່​ໃນ ​ອັ​ຟການ​ນິສຖານ ​ແລະບ່ອນກັກ​ຂັງ​ລັບຕ່າງໆ​ ໃນປະເທດ Poland, Romania, ​ແລະ Lithuania ​ໃນຊ່ວງເວລາດຽວ​ກັນນີ້.

ທ່ານນາງ Bensouda ກ່່າວວ່າ ທ່ານນາງ​ຈະ​ຕັດສິນ​ໃຈ “​ໃນ​ໄວໆ​ນີ້” ວ່າ​ຈະ​ຂໍ​ອະນຸຍາດ ຫລື​ບໍ່ ​ເພື່ອ​ເປີດ​ການ​ສືບສວນ​ຢ່າງ​ເຕັມທີ່​ໃນ​ເລື້ອງ​ດັ່ງກ່າວ.

​ເຖິງແມ່ນ​ວ່າ​ ສະຫະລັດ​ບໍ່​ໄດ້​ເປັນ​ສະມາ​ຊິກຂອງ​ສານ​ສາກົນກໍ​ຕາມ ​ແຕ່​ປະຊາຊົນຂອງ​ຕົນ​ສາ​ມາດຖືກ​ນຳ​ໂຕ​ຂຶ້ນສານ ກ່ຽວ​ກັບ​ຄວາມ​ຜິດ​ຕ່າງໆ​ທີ່​ກໍ່​ຂຶ້ນ ​ຢູ່​ໃນ​ບັນດາ​ປະ​ເທດທີ່​ເປັນ​ສະມາຊິກຄື​ດັ່ງ​ອັຟກາ​ນິສຖານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG