ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອາຍາສາກົນສືບສວນ​ຕໍ່​ການລາຍງານ ທີ່​ເວົ້າວ່າ ມ​ີ​ຂຸມ​ຝັງສົບລວມ​ໝູ່ ຂະໜາດໃຫຍ່ ໃນ​ຊູ​ດານ


(ພາບ​ໃນ​ແຟມ) ຂ້າງນອກ​ຂອງຫົວໜ້າໄອຍະການຂອງສານອາຍາສາກົນ ຫລື ICC ຢູ່​ນະ​ຄອນ Hague, ເນ​ເທີ​ແລນ, ວັນ​ທີ 31 ມີ​ນາ, 2021
(ພາບ​ໃນ​ແຟມ) ຂ້າງນອກ​ຂອງຫົວໜ້າໄອຍະການຂອງສານອາຍາສາກົນ ຫລື ICC ຢູ່​ນະ​ຄອນ Hague, ເນ​ເທີ​ແລນ, ວັນ​ທີ 31 ມີ​ນາ, 2021

ຫົວໜ້າໄອຍະການຂອງສານອາຍາສາກົນ ຫລື ICC ກ່າວໃນວັນພະຫັດວານນີ້ວ່າ ຫ້ອງການຂອງທ່ານກຳລັງສືບສວນລາຍງານທີ່ພົບເຫັນຢ່າງໜ້ອຍ 87 ຄົນຢູ່ໃນຂຸມ ຝັງສົບຂະໜາດໃຫຍ່ໃນລັດດາ​ຟົວຕາເວັນຕົກຂອງຊູດານ.

ໄອຍະການຄາ​ຣິມ ຄານ ກ່າວຕໍ່​ສະ​ພາ​ຄວາມ​ໝັ້​ນ​ຄົງ​ສະ​ຫະ​ປະ​ຊາ​ຊາດວ່າ "ຖ້າຄຳ​ເວົ້າທີ່ວ່າ 'ບໍ່ໃຫ້​ມີອີກຕໍ່​ໄປ' ທີ່​ຄົນ​ເວົ້າກັນເລື້ອຍໆ ມີຫມາຍຄວາມຢູ່ ມັນກໍຕ້ອງມີ ຫມາຍຄວາມຢ່າງໃດ​ຢ່າງ​ນຶ່ງໃນນີ້ ແລະມີຢູ່ໃນປັດຈຸບັນ ສໍາລັບປະຊາຊົນຂອງລັດ​ດາ​ຟົວ ທີ່ດຳ​ລົງຊີວິດຢູ່ກັບຄວາມບໍ່ແນ່ນອນ ແລະຄວາມເຈັບປວດ ແລະຮອຍບາດ​ແຜຂອງການຂັດແຍ້ງກັນມາເປັນເວລາສອງທົດສະວັດນີ້."

ແຜນ​ທີ່​ລັດ​ດາ​ຟົວ​ຕາ​ເວັນ​ຕົກ​ໃນ​ຊູ​ດານ
ແຜນ​ທີ່​ລັດ​ດາ​ຟົວ​ຕາ​ເວັນ​ຕົກ​ໃນ​ຊູ​ດານ

​ໃນ​ປີ 2005, ສະພາ​ດັ່ງກ່າວ​ໄດ້ນຳ​ສົ່ງ​ສະຖານະ​ການ​ຢູ່​ເຂດ​ດາ​ຟົວຂອງ​ຊູ​ດານ​ໄປ​ຍັງ​ສານ​ສາ​ກົນທີ່​ຕັ້ງ​ຢູ່ເຮກ (Hague). ການສືບສວນໄດ້ຖືກເປີດຂຶ້ນ ໃນຄະ​ດີອາຊະຍາ ກໍາຂ້າລ້າງເຜົ່າພັນ, ອາຊະຍາກໍາຕ້ານມະນຸດຊາດ ແລະອາຊະຍາກໍາສົງຄາມ. ບຸກ ຄົນຫຼາຍຄົນໄດ້ຖືກກ່າວຫາໂດຍສານ, ລວມທັງອະດີດປະທານາທິບໍດີຊູດານ ທ່ານ ໂອ​ມາ ອາ​ລ-ບາ​ເຊຍ (Omar al-Bashir), ຜູ້ທີ່ຖືກປົດອອກຈາກອຳນາດໃນປີ 2019. ICC ໄດ້ອອກໝາຍຈັບ 2 ຄັ້ງຕໍ່ທ່ານອາ​ລ-ບາ​ເຊຍ ໃນຂໍ້ກ່າວຫາທີ່ລວມ ມີການຂ້າລ້າງເຜົ່າພັນ ແລະອາຊະຍາກຳສົງຄາມ, ແຕ່ທ່ານຍັງບໍ່​ທັນ​ຖືກ​ຈັບ​ໄດ້​ເທື່ອ.

ທ່ານຄານ ກ່າວ​ວ່າ ICC ມີ​ອຳນາດ​ສືບ​ສວນ​ສອບ​ສວນ​ອາຊະຍາ​ກຳ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ດາ​ຟົວ ​ແລະ​ກຳລັງ​ເບິ່ງ​ການກໍ່ຄວາມ​ຮຸນ​ແຮງ​ຢູ່​ທີ່ນັ້ນ​ ນັບ​ຕັ້ງ​ແຕ່​ມີ​ການ​ສູ້​ລົບ​ກັນ​ເກີດ​ຂຶ້ນ​ໃນ​ວັນ​ທີ 15 ​ເມສາຜ່ານ​ມາ​ ລະຫວ່າງ​ກອງທັບ​ຊູ​ດານ ​ແລະ​ກຳລັງ​ເຄື່ອນ​ທີ່​ຢ່າງ​ວ່ອງ​ໄວ. ມີ​ການ​ລາຍ​ງານ​ຢ່າງ​ຫຼວງ​ຫຼາຍ ​ກ່ຽວ​ກັບ​ການ​ກໍ່​ຄວາມ​ຮຸນ​ແຮງ ​ຕໍ່​ພົນ​ລະ​ເຮືອນ, ໂດຍ​ສະ​ເພາະ​ແມ່ນ​ຢູ່ເມືອງແອລເຈເນນາ ເມືອງ​ເອກຂອງລັດ​ດາ​ຟົວຕາ​ເວັນ​ຕົກ​.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG