ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອາຍາສາກົນ ຈັບກຸມ ການກະທຳ ຄວາມຜິດຕໍ່ສິ່ງແວດລ້ອມ


ເດັກນ້ອຍຜູ້ຊາຍຄົນນຶ່ງຖືປ້າຍບອກວ່າ "ກະລຸນາຢຸດຢຶດເອົາ ດິນດອນ" ຢູ່ທີ່ການເຕົ້າໂຮມປະທ້ວງທີ່ ນະຄອນພະນົມເປັນ.
ເດັກນ້ອຍຜູ້ຊາຍຄົນນຶ່ງຖືປ້າຍບອກວ່າ "ກະລຸນາຢຸດຢຶດເອົາ ດິນດອນ" ຢູ່ທີ່ການເຕົ້າໂຮມປະທ້ວງທີ່ ນະຄອນພະນົມເປັນ.

ສານອາຍາ​ສາກົນ ​ກ່າວ​ວ່າ ຕົນ​ຈະ​ເລີ້ມ​ເພັ່ງ​ເລັງ​ໃສ່​ການ​ກະ​ທຳ​ຄວາມ​ຜິດ​ທີ່​ພົວ ພັນ​ກັບ ການ​ທຳລາຍ​ຂອງ​ສິ່ງ​ແວດ​ລ້ອມ ການ​ສວຍ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ແບບ​ຜິດ​ກົດ ໝາຍ ​ແລະ​ການ​ຍຶດ​ເອົາ​ທີ່​ດິນແບບ​ບໍ່​ຖືກຕ້ອງ​ຕາມ​ກົດ​ໝາຍ.

ສານທີ່​ໜູນ​ຫລັງ​ໂດຍສະຫະ​ປະຊາ​ຊາດ​ ຊຶ່ງຕັ້ງ​ຢູ່​ນະຄອນ Hague ​ສ່ວນ​ໃຫຍ່ ​ແມ່ນໄດ້​ຕັດ​ສິນ​ຄະດີ​ຕ່າງໆ ກ່ຽວ​ກັບ​ການ​ຂ້າ​ລ້າງ​ເຊື້ອຊາດ​ເຜົ່າ​ພັນ ​ແລະ​ການ​ກໍ່ ອາ​ຊະ​ຍາ​ກຳ​ສົງຄາມ ​ນັບ​ແຕ່​ໄດ້​ຕັ້ງ​ຂຶ້ນ​ມາໃນ​ປີ 2002.

ບັດ​ນີ້ ​ໃນການ​ເຄື່ອນ​ໄຫວທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກພວກນັກ​ເຄື່ອນ​ໄຫວ​ກ່ຽວ​ກັບ ສິດທິ​ໃນ​ເລື້ອງ​ທີ່​ດິນນັ້ນ ສານໄດ້​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ການ​ທຳ ລາຍ​ສິ່ງ​ແວດ​ລ້ອມ ​ແລະ​ການ​ຍຶດ​ເອົາ​ທີ່​ດິນ ​ອາດ​ຈະນຳ​ໄປ​ສູ່່ ການ​ຕັດສິນ​ລົງ ​ໂທດ​ຕໍ່ລັດຖະບານ ​ແລະ​ສ່ວນ​ບຸກຄົນ ​ໃນ​ການ​ກໍ່​ໂທດ​ກຳ​ຕ້ານ​ມະນຸດຊາດ.

ສານ ທີ່​ໄດ້​ຮັບ​ທຶນ​ຈາກ​ລັດຖະບານ ຂອງ​ປະ​ເທດ​ຕ່າງ ​ແລະ​ຖື​ວ່າ​ເປັນສາ​ນແຫ່ງ​ດຽວທີ່​ສາມາດ​ເພິ່ງ​ພາ​ໄດ້ ກ່າວ​ວ່າ ບັດ​ນີ້​ຕົນຈະພິຈາລະນາກ່ຽວ​ກັບ​ຄະດີ​ຕ່າງໆ ​ຊຶ່ງ​ຕາມປະ​ເພ​ນີ​ແລ້ວ ທີ່​ບໍ່​ໄດ້ມີ​ການ​ລົງ​ໂທດ​ມາ​ກ່ອນ.

ການ​ຍຶດ​ເອົາ​ທີ່​ດິນ ໄດ້​ມີ​ເພີ້ມຂຶ້ນ​ຢູ່​ທົ່ວ​ໂລກ ​ໂດຍ​ທີ່​ລັດ​ຖະບານ ທັງ​ໃນ​ລະດັບຊາດ ​ແລະ
​ລະ ດັບ​ທ້ອງ​ຖິ່ນ ອະນຸຍາດ​ໃຫ້​ແກ່​ບັນດາ​ບໍລິສັດເອກ​ກະ​ຊົນ ຍຶດ​ເອົາ​ດິນຫລາຍ​ພັນ​ລ້ານເຮັກຕາ​ ​ໃນ​ໄລຍະ 10 ປີ​ທີ່​ຜ່ານມາ.

ອົງການ Global Witness ຊຶ່ງ​ເປັນ​ອົງການ​ປຸກລະດົມ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ກ່າວ​ວ່າ ​ເຫດການ​ດັ່ງກ່າວນີ້ ​ໄດ້​ນຳ​ໄປ​ສູ່​ການ​ຖືກ​ບັງ​ຄັບ​ໃຫ້ຍົກຍ້າຍ ອອກ​ຈາກ​ດິນ ການ​ລຶບ​ລ້າງວັດທະນະທຳ​ຄົນ​ເຜົ່າ​ພື້ນ​ເມືອງ​ ການ​ຂາດ​ແຄນ​ອາຫານ ​ແລະ​ການ​ທຳລາຍ​ສິ່ງແວດ​ລ້ອມ.

ທ່ານ​ນາງ Alice Harrison ຈາກ​ອົງການ Global Witness ກ່າວ​ຕໍ່​ອົງການ​ຂ່າວຣອຍ​ເຕີ ວ່າ “ການເຄື່ອນ​ໄຫວດັ່ງກ່າວນີ້ ໝາຍ​ເຖິງ ມັນ​ສາມາດ​ເລີ້ມ​ເອົາ​ເລື້ອງຄະນະ​ບໍລິຫານ​ຂອງ​ບໍລິສັດ ​ເປັນຜູ້​ຮັບຜິດຊອບກ່ຽວ​ກັບ​ການ​ຍຶດ​ເອົາ​ທີ່​ດິນ ຂະໜາດ​ໃຫຍ່​ແລະ​ການ​ບັງຄັບ​ໃຫ້​ຜູ້​ຄົນ​ຍົກຍ້າຍ​ເປັນ​ຈຳນວນ​ຫຼວງຫຼາຍ ​ໃນຍາມ ສະຫງົບ.”​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG