ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາ​ນ​ໂລກ ສັ່ງ​ໃຫ້​ປາ​ກິ​ສ​ຖານ ທົບ​ທວນ ການ​ຕັດ​ສິນ​ ປະ​ຫານ​ຊີ​ວິດ ເຈົ້າ​ໜ້າ​ທີ່​ອິນ​ເດຍ


ບັນ​ດາ​ເພື່ອນ​ຝູງ ຂອງ​ອະ​ດີດ​ເຈົ້າ​ໜ້າ​ທີ່​ທະ​ຫານ​ເຮືອ ທ່ານ​​ກູນຍ​ບູ​ຊານ ຈາ​ດດັບ ພ​າ​ກັນ​ສ​ະ​ຫຼອງ​ຕໍ່​ຄຳ​ສັ່ງ​ສານ ວັນ​ທີ 18 ພຶ​ດ​ສະ​ພາ 2017 ທີ່​ສານ​ສະ​ຫະ​ປະ​ຊາດ ເພື່ອ​ບໍ່​ໃຫ້ ປາ​ກິ​ສ​ຖານ​ສັ່ງ​ສັງ​ຫານ.
ບັນ​ດາ​ເພື່ອນ​ຝູງ ຂອງ​ອະ​ດີດ​ເຈົ້າ​ໜ້າ​ທີ່​ທະ​ຫານ​ເຮືອ ທ່ານ​​ກູນຍ​ບູ​ຊານ ຈາ​ດດັບ ພ​າ​ກັນ​ສ​ະ​ຫຼອງ​ຕໍ່​ຄຳ​ສັ່ງ​ສານ ວັນ​ທີ 18 ພຶ​ດ​ສະ​ພາ 2017 ທີ່​ສານ​ສະ​ຫະ​ປະ​ຊາດ ເພື່ອ​ບໍ່​ໃຫ້ ປາ​ກິ​ສ​ຖານ​ສັ່ງ​ສັງ​ຫານ.

ສານ​ໂລກ ໃນ​ວັນ​ພຸດ​ວານນີ້ ໄດ້​ສັ່ງ​ໃຫ້​ປາ​ກິ​ສ​ຖານ ທົບ​ທວນ​ຄືນ​ກ່ຽວ​ກັບ​ການ​ຕັດ​ສິນ​
ໂທ​ດ​ປະ​ຫານ​ຊີ​ວິດຕໍ່​ຄົນ​ອິນ​ເດຍ​ຜູ້​ນຶ່ງ ທີ່​ຖືກ​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ​ໃນຖານ​
ສອດ​ແນມ.

ທ້າວ​ກຸນ​ບູ​ຊານ ຈາດ​ດັບ ນາຍ​ທະ​ຫານ​ເຮືອ​ອິນ​ເດຍ​ທີ່​ອອກ​ບຳ​ນານ​ແລ້ວ ຖືກ​ຈັບ​ຢູ່​
ແຂວງ​ບາ​ລູ​ຈິ​ສ​ຕານ​ຂອງ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 20 ມີ​ນາ​ປີ 2016 ໃນຂໍ້​ຫາ​ກໍ່​ຈາ​ລະ
ກຳ. ປາ​ກິ​ສ​ຖານ​ກ່າວ​ຫາ​ທ່ານ​ຈາດ​ດັບ​ວ່າ ທຳ​ການ​ສອດ​ແນມ​ ຢູ່ໃນ​ເຂດ​ທີ່​ມີ​ການ​ກໍ່​
ກະ​ບົດ​ຂອງ​ປາ​ກິ​ສ​ຖານ ໃນ​ເວ​ລາ​ທີ່​ທ່ານ​ຖືກ​ຈັບ​ນັ້ນ. ແຕ່​ອິນເດຍ​ໄດ້​ໂຕ້​ແຍ້ງ​ໃນ​ຂໍ້​
ກ່າວ​ຫານີ້ ໂດຍ​ກ່າວ​ອ້າງວ່າ ອະ​ດີດ​ນາຍ​ທະ​ຫານ​ເຮືອ​ຄົນນີ້​ໄດ້​ຖືກ​ລັກ​ພາ​ໂຕ​ຈາກ​
ອີ​ຣ່ານ ບ່ອນ​ທີ່​ທ່ານ​ພວມ​ເຮັດ​ທຸ​ລະ​ກິດ​ຢູ່ນັ້ນ.

ວີ​ດີ​ໂອ​ໃນ​ການ​ຮັບ​ສາ​ລະ​ພາບ​ຜິດ​ຂອງ​ທ່ານ​ຈາດ​ດັບ ຕໍ່​ຂໍ້​ຫາ​ກໍ່​ຈາ​ລະ​ກຳ ໄດ້​ຖືກ​ນຳ​
ອອກ​ເຜີຍ​ແຜ່​ໂດຍ​ເຈົ້າ​ໜ້າ​ທີ່​ປາ​ກິ​ສ​ຖານ ແຕ່​ແນວ​ໃດ​ກໍ​ຕາມ ອິນ​ເດຍ​ຍັງ​ກ່າວຢ້ຳ​ວ່າ
ການ​ຮັບ​ສາ​ລະ​ພາບນັ້ນ​ມີ​ຂຶ້ນ​ຍ້ອນ​ຖືກ​ຂົ່ມ​ຂູ່​ບັງ​ຄັບ.

ນອກນັ້ນ ອິນ​ເດຍ​ຍັງ​ໄດ້​ກ່າວ​ຫາ​ປາ​ກິ​ສ​ຖານ​ວ່າ ລະ​ເມີ​ດ​ສັນ​ຍາ​ເຈ​ນີ​ວາ ທີ່​ບໍ່​ອະນຸ​
ຍາດ​ໃຫ້​ທ່ານ​ຈາດ​ດັບ ​ພົບ​ກັບ​ກົງ​ສຸນ. ປາ​ກິ​ສ​ຖານ​ກ່າວ​ວ່າ ທ່ານ​ບໍ່​ມີ​ສິດ​ທີ່​ຈະພົບ​
ກັບ​ກົງ​ສຸນ​ໄດ້ ຍ້ອນ​ຖືກ​ລະ​ບຸ​ວ່າ​ເປັນ​ສອດ​ແນມ.

ຫຼັງ​ຈາກ​ຖືກ​ຕັດ​ສິນ​ໂທດ​ປະ​ຫານ​ຊີ​ວິດ​ໃນ​ປີ 2017 ແລ້ວ ອິນ​ເດຍ​ກໍ​ໄດ້​ຍື່ນ​ຟ້ອງ​ຕໍ່​ສານ
​ໂລກ ທີ່​ນະ​ຄອນ​ເຮກ ແລະ​ທາງ​ສານ​ໂລກ​ກໍ​ໄດ້​ສັ່ງ​ບໍ່​ໃຫ້​ປາ​ກິ​ສ​ຖານ ປະຫານ​ຊີ​ວິດ​
ທ່ານ​ຈາດ​ດັບ ໃນ​ລະ​ຫວ່າງ​ທີ່​ຮັບ​ຟັງ​ການ​ໃຫ້​ປາກ​ຄຳ​ຢູ່ນັ້ນ.

ເວ​ລານີ້​ປາ​ກິ​ສ​ຖານ​ໄດ້​ຖືກ​ສັ່ງ​ໃຫ້​ທົບ​ທວນ​ເບິ່ງ​ການ​ປະ​ຫານ​ຊີ​ວິດ​ທ່ານ​ຈາດ​ດັບ ແຕ່​
ປາ​ກິ​ສ​ຖານ​ບໍ່​ໄດ້​ກ່າວ​ວ່າ ຕົນ​ຈະ​ປະ​ຕິ​ບັດ​ຕາມ​ການ​ຕັດ​ສິນ​ຂອງ​ສານ​ໂລກ​ ຫຼື​ບໍ່.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG