ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຄົມນາໆຊາດ ແນເປົ້າໝາຍໃສ່ ພວກສະໜັບສະໜຸນ ກຸ່ມລັດ ອິສລາມ


UN IS Financing
please wait
Embed

No media source currently available

0:00 0:00:30 0:00

ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ ຄາດ​ວ່າ ​ຈະ​ຮັບ
ເອົາ​ມາດ​ຕະການ​ໃໝ່ ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ຍຸຕິ​ການ​ຫຼັ່ງ​ໄຫຼ​
ຂອງ​ເງິນສະໜັບສະ​ໜຸນ​ກຸ່ມ​ກໍ່​ການ​ຮ້າຍ ທີ່​ສົ່ງໄປ​ໃຫ້​ກຸ່ມ ທີ່ສະຖາ
ປະນາ​ຕົນ​ວ່າ ກຸ່ມ​ລັດ​ອິສລາມ ຫຼື IS.

ນີ້ເປັນ​ຄັ້ງ​ທຳ​ອິດ ທີ່​ບັນດາລັດຖະມົນຕີການ​ເງິນ​ຂອງ 15 ປະ​ເທດ
ສະມາຊິກສະພາຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດຈະ​ພົບ​ປະກັນ ​ເພື່ອ​ຮັບ​ຜ່ານ​ມາດ​ຕະການ​ທີ່​ວ່າ​ນີ້. ​ເອກ ກະສາ​ນດັ່ງກ່າວແມ່ນ​ມີ​ເປົ້າ​ໝາຍ ​ໃນ​ການ​ຂະຫຍາຍແລະ​ເສີມຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ຂອບ​ການລົງ​ໂທດ ທີ່​ມີ​ຢູ່​ໃນ​ປະຈຸ​ບັນຕໍ່​ກຸ່ມ​ກໍ່​ການ​ຮ້າຍ al-Qaida ​ເພື່ອເພັ່ງ​ເລັງ​ໃສ່ກຸ່ມ​ລັດ​ອິສລາມ.

ເອກ​ອັກຄະ​ລັດຖະທູດສະຫະລັດ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Samantha Power ຜູ້​ຊຶ່ງ​ເປັນປະທານ​ສະພາດັ່ງກ່າວ ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ “ມາດ​ຕະການ​ທີ່​ວ່າ​ນີ້ ຖ້າ​ມັນ​ໄດ້​ຮັບ​ຜ່ານ​ແລ້ວ ຊຶ່ງ​ພວກ​ເຮົາ​ເຊື່ອ​ວ່າ ມັນ​ຈະ​ຜ່ານ ຈະ​ເປັນ​ກົດໝາຍ​ນາໆ​ຊາດ​ສະບັບໃໝ່.”

ເອກ​ອັກຄະ​ລັດຖະທູດສະຫະລັດ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Samantha Power and current Security Council President Samantha Power ກ່າວຕໍ່ກອງປະຊຸມສະພາຄວາມໆໝັ້ນຄົງອົງການສະຫະປະຊາຊາດ New York, 16 ທັນວາ, 2015.
ເອກ​ອັກຄະ​ລັດຖະທູດສະຫະລັດ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Samantha Power and current Security Council President Samantha Power ກ່າວຕໍ່ກອງປະຊຸມສະພາຄວາມໆໝັ້ນຄົງອົງການສະຫະປະຊາຊາດ New York, 16 ທັນວາ, 2015.

ທ່ານ​ນາງ​ຍັງ​ໄດ້​ກ່າວ​ອີກ​ວ່າ ຮ່າງ​ຍັດຕິ​ຂອງ​ມາດ​ຕະການ​ທີ່​ວ່າ​ນີ້ ຈະ​ບັງຄັບໃຫ້​ບັນດາ​ປະ​ເທດທັງຫຼາຍ ເພີ້ມການ​ດຳ​ເນີນ​ຄວາມ​ພະຍາຍາມາຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ຕັດການ​ໃຫ້​ຄວາມ​ສະໜັບສະໜຸນທາງ​ດ້ານ​ການ​ເງິນ​ແກ່ກຸ່ມ​ກໍ່​ການ​ຮ້າ​ຍນີ້ ຊຶ່ງ​ພວກ​ເຂົາ​ໄດ້​ເຂົ້າ​ຍຶດ​ເອົາ​ພາກ​ສ່ວນ​ໃຫຍ່ໆ ​ໃນ​ຊີ​ເຣຍ​ແລະ​ອິຣັກ ​ແລະ​ກໍ​ກຳລັງ​ຈະ​ຂະຫຍາຍທີ່ໝັ້ນໄປ​ຍັງ​ລີ​ເບຍດ້ວຍ.

ທ່ານ​ນາງ Power ​ໄດ້​ກ່າວ​ວ່າ “​ເພາະວ່າ ​ໃນ​ຂະນະ​ທີ່​ພວກ​ເຮົາ​ໄດ້​ດຳ​ເນີນ​ງານ​ແລະສ້າງ
ຄວາມ​ກ້າວໜ້າ ​ແລະ​ທຳລາຍ​ຄວາມ​ສາມາດຂອງ​ກຸ່ມ​ລັດ​ອິສລາມ ​ໃນ​ການ​ເຂົ້າ​ເຖິງເງິນ
ທຶນ ຊຶ່ງ​ຄວາມ​ຈິງ​ແລ້ວ ພວກ​ເຂົາ​ເຈົ້າ​ຍັງ​ສາມາດ​ຄ້າຂາຍ ວັດ​ຖຸ​ໂບຮານງານ​ສິນລະປະ​ຕ່າງໆ​ໃນ ດ້ານ​ວັດທະນະທຳ ການ​ລັກລອຍ​ຄ້າຂາຍ​ນ້ຳມັນ ນອກ​ນັ້ນ ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ຂູ່​ເຂັນ​ເອົາ ​ເງິນ ນຳພວກ​ທີ່ຢູ່​ອາ​ໄສ​ໃນ​ຂົງ​ເຂດ​ທີ່​ພວກ​ເຂົາ​ເຈົ້າ​ຍຶດຄອງ​ນັ້ນ ຊຶ່ງ​ນີ້​ເປັນ​ບັນຫາ ທີ່​ພວກ​ເຮົາ​ຈະ​ຕ້ອງ​ຫາ​ທາງ​ແກ້​ໄຂໃຫ້​ໄດ້.” ​

ກຸ່ມ​ລັດ​ອິສລາມ ​ແມ່ນ​ໄດ້​ຢູ່​ໃນ​ລາຍ​ຊື່​ການ​ລົງ​ໂທດຕໍ່​ກຸ່ມ​ກໍ່​ການ​ຮ້າຍ al-Qaida ຂອງສະພາ
ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ ນັບ​ຕັ້ງ​ແຕ່ ປີ 2004 ​ເປັນ​ຕົ້ນ​ມາ ພາຍ​ໃຕ້​ຊື່ກຸ່ມ “Al-Qaida ​ໃນ​ອິຣັກ” ​ແຕ່​ວ່າ ການ​ປ່ຽນ​ຊື່​ໃໝ່​ກ່ຽວ​ກັບການ​ລົງ​ໂທດ​ຕໍ່​ກຸ່ມ​ດັ່ງກ່າວແມ່ນ​ຈະ​ເວົ້າຢ່າງສະ​ເພາະ​ເຈາະ​ຈົງ ຊຶ່ງ​ຮວມທັງກຸ່ມ​ລັດ​ອິສລາມ ທີ່ສະ​ເດ​ງ​ໃຫ້​ເຫັນເຖິ່ງການ​ເພັ່ງ​ເລັງ
ຂອງສະພາ​ດັ່ງກ່າວ​ ໃສ່​ກຸ່ມ​ກໍ່​ການ​ຮ້າຍນີ້.

XS
SM
MD
LG