ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາໆຊາດ ພ້ອມແລ້ວ ທີ່ຈະໂອ້ລົມ ຖ້າອີຣ່ານ ຫາກຈິງຈັງ


ລັດຖະມົນຕິຕ່າງປະເທດ ທ່ານ John Kerry ​ກ່າວ​ວ່າ ປະຊາ​ຄົມ​ນາໆ​ຊາດ​​ພ້ອມ​ແລ້ວ ທີ່​ຈະ​ສະໜອງ​ຕອບອີ​ຣ່ານ ເລື້ອງ​ເປີດ​ການ​​​ໂອ້​ລົມ​ກັນ
ລັດຖະມົນຕິຕ່າງປະເທດ ທ່ານ John Kerry ​ກ່າວ​ວ່າ ປະຊາ​ຄົມ​ນາໆ​ຊາດ​​ພ້ອມ​ແລ້ວ ທີ່​ຈະ​ສະໜອງ​ຕອບອີ​ຣ່ານ ເລື້ອງ​ເປີດ​ການ​​​ໂອ້​ລົມ​ກັນ
ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry
ກ່າວ​ວ່າ ປະຊາ​ຄົມ​ນາໆ​ຊາດພ້ອມ​ແລ້ວທີ່​ຈະ​ສະໜອງ​ຕອບ
ຖ້າ​ຫາກ​ວ່າອີ​ຣ່ານຕຽມ​ທີ່​ຈະ​ເປີດ​ການ​ໂອ້​ລົມ​ແບບ​ມີ​ເນຶ້ອ​ຫາ
​ສາລະ​ຢ່າງ​ແທ້​ຈິງ ​ໃນ​ການເຈລະຈາທີ່​ຈະ​ມີ​ຂື້ນ​ໃນ​ໄວໆ​ນີ້.

ທ່ານ Kerry ກ່າວທີ່ກຸງວໍ​ຊິງ​ຕັນ ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ທາງ​
ເລືອກກໍ​ມີ ຢູ່​ວ່າ ​ອີຣ່ານນັ່ງ​ລົງ​ແລະ​ເຈລະຈາຢ່າງ​ສົມ​ເຫດ​ສົມ​
ຜົນ ຫລື​ວ່າ ປະ​ເຊີນ ກັບ​ການຢູ່​ຢ່າງ​ໂດດດ່ຽວ​ຫລາ​ຍຂື້ນ.
ທ່ານ Kerry ກ່າວ​ວ່າ ສະຫະລັດ ພ້ອມ​ແລ້ວ​ທີ່​ຈະໃຫ້ການ
​ທູດ​ເປັນ​ຜູ້​ໄດ້​ຮັບ​ໄຊຊະນະໃນ​ການ​ຮັບ​ມື​ກັບ ອີຣ່ານ. ​ແຕ່​
ໃນ​ຂະນະ​ດຽວ​ກັນທ່ານກໍ​ໄດ້ ​ກ່າວ​ຢໍ້າ​ເຖິງ​ນະ​ໂຍບາຍ​ຂອງ ປະທານາທິບໍດີ Barack Obama ທີ່ວ່າ ທາງ​ເລືອກ​ທັງໝົດ​ນັ້ນ ​ໄດ້​ວາງ​ໄວ້ຢູ່​ເທິງ​ໜ້າ​ໂຕະ ​ເພື່ອ​ຍຸຕິອີຣ່ານບໍ່​ໃຫ້ ​ສ້າງ​ອາວຸດ​ນິວ​ເຄລຍ.

ອີຣ່ານ ມີ​ກຳນົດທີ່​ຈະ​ພົບ​ປະ​ກັບບັນດາ​ເຈົ້າ​ໜ້າ​ທີ່ຈາກຫ້າ​ປະ​ເທດສະ​ຊິ​ກ ຖາວອນຂອງ
ສະພາ​ໝັ້ນຄົງສະຫະ​ປະຊາ​ຊາດແລະ​ເຢຍຣະ​ມັນ ​ໃນ​ວັນ​ທີ 26 ​ເດືອນ​ກຸ​ມພາ ທີ່ປະ​ເທດ Kazakhstan.

ທ່ານ Kerry ຍັງ​ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ສະຫະລັດ ກໍາລັງ​ຊອກ​ຫາ​ຊ່ອງ​ທາງເພື່ອ​ສ້າງ​ຄວາມ​ກ້າວໜ້າ​ກ່ຽວ​ກັບ​ເລື່ອງ​ຊີ​ເຣຍ ບ່ອນ​ທີ່​ສົງຄາມ​ກາງ​ເມືອງ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ໃນ​ເວລາ​ນີ້. ທ່ານກ່າວ​ວ່າ ວໍ​ຊິງ​ຕັນກຳລັງ​ຊັ່ງຊາ​ເບິ່ງ​ວ່າ ຈະ​ເອົາ​ບາດ​ກ້າວຢ່າງ​ໃດ.

ທ່ານ Kerry ​ໄດ້​ພົບ​ປະ​ໃນ​ວັນ​ສຸກ​ວານ​ນີ້​ ກັບ​ລັດຖະມົນຕີ​ຕ່າງປະ​ເທດ ກາ​ນາ​ດາ ທ່ານ John Baird ​ໃນ​ການ​ຫາລື​ຄັ້ງ​ທໍາ​ອິດ ກັບເຈົ້າ​ໜ້າທີ່​ຂັ້ນ​ສູງຂອງ​ຕ່າງປະ​ເທດ​ໃນ​ນາມລັດ
ຖະມົນຕີ​ຕ່າງປະ​ເທດສະຫະລັດ.​ ​
XS
SM
MD
LG