ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ລົງຄະ
ແນນສຽງຢ່າງເປັນເອກກະສັນ ໃຫ້ການສະໜັບສະໜຸນຕໍ່ແຜນ
ການສ້າງສັນຕິພາບຢູ່ໃນຊີເຣຍ.
ບັນດາລັດຖະມົນຕີການຕ່າງປະເທດ ໄດ້ຮັບຮອງເອົາຍັດຕິ ທີ່
ຮ່າງໂດຍສະຫະລັດ ໃນຕອນແລງວັນສຸກວານນີ້ ຫລັງຈາກໄດ້
ມີການປະຊຸມກັນໝົດມື້ໂດຍກຸ່ມນາໆຊາດທີ່ໃຫ້ການສະໜັບສະ
ໜຸນແກ່ຊີເຣຍຫຼື ISSG ທີ່ນະຄອນນິວຢອກ.
ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ
ກ່າວຕໍ່ກອງປະຊຸມສະພາຄວາມໝັ້ນຄົງວ່າສະພາດນີ້ພວມສົ່ງ
ຂ່າວອັນຈະແຈ້ງໄປໃຫ້ທຸກ ພັກຝ່າຍທີ່ກ່ຽວຂ້ອງຊາບວ່າ ເວລານີ້ແມ່ນເຖິງເວລາແລ້ວທີ່
ຈະຕ້ອງຍຸຕິການຂ້າຟັນລັນແທງຢູ່ໃນຊີເຣຍ ແລະວາງພື້ນຖານ ສຳລັບລັດຖະບານທີ່ປະ
ຊາຊົນໄດ້ພາກັນທົນທຸກທໍລະມານມາດົນນານໃນດິນແດນທີ່ເກີດຄວາມວຸ້ນວາຍສາມາດໃຫ້ການສະໜັບສະໜຸນໄດ້.
ມະຕິດັ່ງກ່າວໄດ້ສະແດງການສະໜັບສະໜຸນຕໍ່ຂັ້ນຕອນທາງດ້ານການເມືອງທີ່ຢູ່ພາຍໃຕ້
ການນຳພາຂອງຊາວຊີເຣຍ ຊຶ່ງໄກ່ເກ່ຍໂດຍອົງການສະຫະປະຊາຊາດ ທີ່ໄດ້ກຳນົດເປົ້າ
ໝາຍ 6 ເດືອນ ເພື່ອສ້າງຕັ້ງລັດຖະບານ ໄລຍະຂ້າມຜ່ານ ຕິດຕາມດ້ວຍ ການເລືອກຕັ້ງ
ພາຍໃນໄລຍະເວລາ 18 ເດືອນຫຼືປີເຄິ່ງ. ນອກນັ້ນຍັງໄດ້ມີການຮຽກຮ້ອງໃຫ້ຈັດຕັ້ງປະຕິ ບັດການຢຸດຍິງໃນທົ່ວປະເທດ ຄຽງຄູ່ໄປກັບການເຈລະຈາພາຍໃນລະຫວ່າງຊາວຊີເຣຍ
”ດ້ວຍກັນ.
ສິ່ງທີ່ຂາດຫາຍໄປໃນມະຕິສະບັບນີ້ ກໍຄືບໍ່ໄດ້ມີການກ່າວເຖິງອະນາຄົດຂອງປະທານາທິ ບໍດີຊີເຣຍທ່ານ Bashar al-Assad ຊຶ່ງເປັນຈຸດຂັດແຍ້ງທີ່ສຳຄັນລະຫວ່າງຣັດເຊຍແລະ
ປະເທດມະຫາອຳນາດຕາເວັນຕົກທີ່ຍັງສືບຕໍ່ບໍ່ທັນມີການແກ້ໄຂກັນເທື່ອ.
ລັດຖະມົນຕີການຕ່າງປະເທດ Kerry ກ່າວວ່າ ປະທານາທິບໍດີ Assad ໄດ້ສູນເສຍຄວາມ
ສາມາດ ຄວາມໜ້າເຊື່ອຖື ທີ່ຈະເຕົ້າໂຮມປະເທດຊາດ ແລະ ສະໜອງຄວາມເຊື່ອຖືທາງ ດ້ານສິນທຳ ເພື່ອຈະປົກຄອງປະເທດໃນອະນາຄົດ. ຖ້າຫາກສົງຄາມຍຸຕິລົງ ມັນເປັນສິ່ງ
ສຳຄັນທີ່ປະຊາຊົນຊາວຊີເຣຍ ຕ້ອງໄດ້ເຫັນພ້ອມນຳກັນກ່ຽວກັບທາງເລືອກເມື່ອເວົ້າເຖິງ
ລັດຖະບານຂອງພວກເຂົາເຈົ້າ.
ຫລາຍໆປະເທດສະມາຊິກ ຂອງສະພາຄວາມໝັ້ນຄົງ ຮວມທັງລັດຖະມົນຕີການຕ່າງປະ
ເທດອັງກິດແລະຝຣັ່ງກໍໄດ້ສະທ້ອນໃຫ້ເຫັນກ່ຽວກັບທ່າທີດັ່ງກ່າວ.
ຣັດເຊຍ ແມ່ນໄດ້ໃຫ້ການສະໜັບສະໜຸນຕະຫລອດບັນຫາຂັດແຍ້ງທີ່ຜ່ານມາແກ່ປະທາ ນາທິບໍດີ Assad ແລະລັດຖະມົນຕີການຕ່າງປະເທດຣັດເຊຍທ່ານ Sergei Lavrov ໃນ
ການໃຫ້ຄວາມເຫັນຂອງທ່ານ ກໍໄດ້ກ່າວເຖິງຄວາມພະຍາຍາມ ຂອງພາຍນອກ ທີ່ຈະບັງ
ຄັບໃຫ້ປະຊາຊົນຊາວຊີເຣຍຮັບເອົາມະຕິ ຮວມທັງບັນຫາປະທານາທິບໍດີຂອງເຂົາເຈົ້າ.