ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຄົມ ສາກົນ ກັງວົນ ຕໍ່ການຕັດສິນໃຈ ກ່ຽວກັບ ເຈຣູຊາແລັມ ຂອງ ສຫລ


ກຳລັງທະຫານອິສຣາແອລ ຢູ່ໃນທ່າປ້ອງກັນ ລະຫວ່າງການ ປະທະກັນ ກັບພວກສູດມົນພາວະນາ ທີ່ເປັນຊາວປາແລັສໄຕນ໌.
ກຳລັງທະຫານອິສຣາແອລ ຢູ່ໃນທ່າປ້ອງກັນ ລະຫວ່າງການ ປະທະກັນ ກັບພວກສູດມົນພາວະນາ ທີ່ເປັນຊາວປາແລັສໄຕນ໌.

ປະຊາ​ຄົມ​ສາກົນ​ໄດ້​ມີ​ປະ​ຕິ​ກິລິຍາ​ຢ່າງ​ໄວ ​ຕໍ່ການ​ປະກາດ ​ຂອງປະທານາທິບໍດີ ດໍ​ໂນ​ລ
ທຣໍາ ວ່າ ສະຫະລັດ​ຈະ​ຮັບ​ຮູ້ນະຄອນ​ເຈ​ຣູຊາແລັມ ​ເປັນ​ນະຄອນຫຼວງຂອງ​ອິສຣາ​ແອ​ລ
ຢ່າງ​ເປັນ​ທາງ​ການ ຊຶ່ງເປັນການ​ເຄື່ອນ​ໄຫວ ​ທີ່​ຈະ​ກໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງຄືນໃໝ່ ​ລະ
ຫວ່າງ​ອິສຣາ​ແອ​ລ ​ແລະ​ປາ​ແລ​ສ​ໄຕ​ນ໌.

​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ​ແອນ​ໂຕ​ນິ​ໂອ ກິວ​ເຕ​ເຣສ ​ໄດ້ເປັນຜູ້​ນຳພາ​
ຫາງ​ສຽງ​ຂອງ​ໂລກ​ ໃນ​ວັນ​ພຸດ​ວານ​ນີ້ ຮຽກຮ້ອງ​ໃຫ້​ຢູ່​ໃນ​ຄວາມ​ສະຫງົບແລະ​ໃຊ້ຄວາມ
ຢັບຢັ້ງ.

ທ່ານ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ຈາກ​ມື້​ທຳ​ອິດ ໃນ​ນາມ ​ເລຂາທິການ​ໃຫຍ່​ຂອງ​ສະ
ຫະປະຊາ​ຊາດ ຂ້າພະ​ເຈົ້າ​ໄດ້​ກ່າວ​ອອກ​ມາຢູ່​ສະ​ເໝີີ ບໍ່​ເຫັນ​ພ້ອມ​ກັບ​ມາດ​ຕະການຕາມ
ລຳພັງໃດໆ ທີ່​ຈະເປັນ​ໄພ​ຕໍ່ໂອກາດໃນການສ້າງ​ສັນຕິພາບ ​ໃນ​ອະນາ​ຄົດ​ສຳລັບ​ອິສຣາ​
ແອ​ລ ແລະ​ປາ​ແລ​ສ​ໄຕ​ນ໌. ​ເຈ​ຣູຊາ​ແລັມ​ແມ່ນບັນ​ຫາ ຖານະ​ຂັ້ນສຸດ​ທ້າຍທີ່​ຈະ​ຕ້ອງໄດ້ຮັບ
ການແກ້​ໄຂ​ຜ່ານໃນ​ການ​ເຈລະຈາ​ໂດຍ​ກົງ ລະຫວ່າງ​ສອງ​ຝ່າຍ ຢູ່ບົນພື້ນຖານຂອງມະ
ຕິທີ່ກ່ຽວຂ້ອງ ຂອງ​ສະພາ​ຄວາມ​ໝັ້ນຄົງ ​ແລະ​ສະມັດຊາ​ໃຫຍ່ ສະຫະປະຊາຊາດ ໂດຍ
ພິຈາລະນາເຖິງຄວາ​ມ​ເປັນ​ຫ່ວງ ​ທີ່​ຖືກ​ຕ້ອງ​ ຂອງ​ທັງ​ສອງ​ຝ່າຍ ຄືອິສຣາ​ແ​ອລ ​ແລະ​ປາ​
ແລ​ສ​ໄຕ​ນ໌.

Trump's Recognition of Jerusalem as Israel's Capital Gets Negative Reactions
please wait

No media source currently available

0:00 0:02:24 0:00

ທ່ານ​ກິວ​ເຕ​ເຣສ ກ່າວ​ເພີ້ມວ່າ “ຂ້າພະ​ເຈົ້າ​ເຂົ້າໃຈຢ່າງ​ເລິກ​ເຊິ່ງທີ່​ເຈ​ຣູຊາ​ແລັມ ຢູ່​ໃນ​ຫົວ
​ໃຈຂອງ​ຫລາຍໆ​ຄົນ ທີ່​ໄດ້​ມີ​ມາ​ຫລາຍ​ສັດຕະວັດ ​ແລະ​ຈະ​ເປັນ​ຢູ່​ຕໍ່​ໄປ ເລື້ອຍໆ.”

ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານແອນໂຕນິໂອ ກິວເຕເຣສ.
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານແອນໂຕນິໂອ ກິວເຕເຣສ.

​ຫົວໜ້າ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ “ຢູ່ໃນ​ຂະນະທີ່ມີ​ຄວາມ​ກັງວົນ​ອັນ​ໃຫຍ່ຫຼວງ
ນີ້ ຂ້າພະ​ເຈົ້າ​ຢາກ​ໃຫ້​ເປັນ​ທີ່​ຈະແຈ້ງວ່າ ບໍ່​ມີ​ທາງ​ເລືອກ​ຕໍ່​ມະ​ຕິ​ການແກ້ໄຂແບບມີສອງ​
ປະ​ເທດ. ບໍ່​ມີ​ແຜນ​ບີ.”

ປະທານາທິບໍດີຝຣັ່ງ ທ່ານ ເອັມມານຸຍແອລ ມາໂກຣນ.
ປະທານາທິບໍດີຝຣັ່ງ ທ່ານ ເອັມມານຸຍແອລ ມາໂກຣນ.

ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ໃນ​ຕອນ​ແລງ​ວັນ​ອັງຄານ​ທີ່​ຜ່ານ​ມານີ້​ວ່າ ຜູ້ຕາງໜ້າ​ຂອງ ​
ໂບລີ​ເວ​ຍ ​ອີ​ຈິບ ຝຣັ່ງ ອີ​ຕາ​ລີ ​ເຊເນການ ສະ​ວີ​ເດັນ ອັງ​ກິດ ​ແລະ​ອູຣຸ​ໄກວ ກຳລັງ​ຮ້ອງ​ຂໍ​
ໃຫ້ເປີດ​ປະຊຸມສະພາຄວາມໝັ້ນຄົງ​ສຸ​ກ​ເສີນ ໂດຍໃຫ້ມີ​ການ​ລາຍ​ງານ​ຂອງ​ເລຂາ​ທິການ​
ໃຫຍ່ ​ກ່ອນ​ທ້າຍ​ອາທິດ​ນີ້.

ອະດິດເລຂາທິການໃຫຍ່ສະຫະປະຊາຊາດ ແລະທີ່ປຶກສາຄະນະກຳມະການ ລັດຣາຄາຍ ທ່ານໂຄຟີ ອານັນ.
ອະດິດເລຂາທິການໃຫຍ່ສະຫະປະຊາຊາດ ແລະທີ່ປຶກສາຄະນະກຳມະການ ລັດຣາຄາຍ ທ່ານໂຄຟີ ອານັນ.

ຜູ້ນຳ​ປາ​ແລ​ສ​ໄຕ​ນ໌ ທ່ານ​ມາກ​ມູດ ອັບ​ບາສ ກ່າວວ່າ ການ​ປະກາດ​ຂອງປະ​ທາ​ນາ​ທິບໍດີ​
ທຣໍາ ກ່ຽວ​ກັບນະຄອນ​ເຈ​ຣູຊາ​ແລັມນັ້ນ “​ເປັນ​ການ​ປະກາດ​ ຖອນຕົວ​ຈາກ​ບົດບາດ ທີ່​ສະຫະລັດໄດ້​ດຳ​ເນີນການໃນຂັ້ນຕອນ​ສັນຕິພາບ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG