ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຮືອບິນ ໂດຍສານ Boeing 787 Dreamliner ຖືກສັ່ງ ຫ້າມບິນ (ສະໄລດ໌)


ເຈົ້າໜ້າທີ່ສືບສວນຍີ່ປຸ່ນ ຂອງເຣືອບິນ Dreamliner 787
ເຈົ້າໜ້າທີ່ສືບສວນຍີ່ປຸ່ນ ຂອງເຣືອບິນ Dreamliner 787
​ເຈົ້າໜ້າ​ທີ່​ການບິນ​ຢູ່ໃນ​ທົ່ວ​ໂລກ ກໍາລັງ​ສັ່ງໃຫ້ຈອດ ເຮືອບິນໄອ​ພົ່ນ​ໂດຍ ສານ Boeing 787 Dreamliner ບໍ່ໃຫ້ຂຶ້ນ​ບິນລຸນຫຼັງທີ່​ໄດ້​ມີ​ການ​ອອກ ຄຳ​ເຕືອນ ກ່ຽວ​ກັບ​ຄວາມປອດ​ໄພ ໂດຍ​ກົມ​ຄວບ​ຄຸມ​ການບິນ​ລັດຖະບານ​ກາງ​ສະຫະລັດ ຫຼື FAA.

ສາຍ​ການບິນ​ຕ່າງໆ​ໃນ​ປະ​ເທດ Chile, India ​ແລະ​ຢູ​ໂຣບ ​ເປັນ​ພວກປະ​ເທດ​ລ່າ​ສຸດ​ທີ່​ຢຸດ​ບໍ່ໃຫ້​ເຮືອບິນ​ລຸ້ນດັ່ງກ່າວຂຶ້ນ​ບິນ ຊຶ່ງ​ເຮືອບິນ​ເຫຼົ່ານີ້ໄດ້​ຖືກ​ສັ່ງ​ບໍ່​ໃຫ້​ຂຶ້ນບິນ ​ໃນ​ສະຫະ ລັດ​ແລະ​ຍີ່ປຸ່ນ​ແລ້ວ​ນັ້ນ. ມາ​ເຖິງ​ຕອນ​ເຊົ້າ ຂອງ​ວັນ​ພະຫັດ​ມື້​ນີ້ ​ເຮືອບິນ​ໄອ​ພົ່ນ​ໂດຍສານ Dreamliner 39 ລຳຂອງ ຈຳນວນ​ທັງ​ໝົດ 50 ລໍາ ທີ່ບິນ​ປະຕິບັດ​ການ​ຮັບສົ່ງ​ຜູ້ໂດຍສານ​ຢູ່​ໃນ​ທົ່ວ​ໂລກນັ້ນ ​ໄດ້​ຖືກ​
ສັ່ງ​ໃຫ້​ໂຈະ​ການ​ບິນ ເປັນ​ການ​ຊົ່ວຄາວ.

ກົມ​ຄວບ​ຄຸມ​ການບິນ​ລັດຖະບານ​ກາງ​ສະຫະລັດ ຫຼື FAA ຊຶ່ງ
​ເປັນ​ຜູ້​ກໍານົດມາດຕະຖານ​ສໍາລັບ​ຂໍ້​ບັງຄັບ​ການບິນ​ຢູ່​ໃນ​ທົ່ວ​ໂລກນັ້ນ ​ໄດ້​ເຕືອນ​ເມື່ອ​ວັນ​ພຸດ​
ວານ​ນີ້​ວ່າ ​ເຮືອບິນ​ລຸ້ນຕໍ່​ໄປ ບໍ່​ຄວນ​ຈະ​ບິນ ຈົນ​ກວ່າ​ຄວາມ​ສ່ຽງທີ່​ໝໍ້​ໄຟ ຫຼື ​ແບັດ​ເຕຣີ ທີ່​ຈະ
ເກີດ​ໄຟ​ໄໝ້​ນັ້ນ ​ໄດ້​ຮັບ​ແກ້​ໄຂໄດ້ເສຍ​ກ່ອນ.

ການ​ເຄຶ່ອນ​ໄຫວດັ່ງກ່າວ​ຂອງ FAA ນີ້ ມີ​ຂຶ້ນນຶ່ງ​ມື້ຫຼັງຈາກ​ເຄຶ່ອງຈັກ​ນຶ່ງ​ຂອງ​ເຄື່ອງ​ຈັກ​ແຝດ ຂອງ​ເຮືອບິນ​ທີ່​ມີ​ລໍາ​ຕົວ​ກວ້າງ​ໃຫຍ່​ນັ້ນ ຖືກ​ບັງຄັບໃຫ້​ລົງ​ຈອດ​ສຸກ​ເສີນ​ໃນ​ຍີ່ປຸ່ນ ​ເວລາ​ໄຟ​ສັນຍານ​ຢູ່​ຫ້ອງ​ຂັບ​ເຮືອບິນບອກ​ວ່າ ​ໝໍ້​ໄຟເກີດ​ຕິດ​ຂັດ ​ແລະ​ບັນດາ​ຜູ້​ໂດຍສານ​ໄດ້​ກິ່ນ​ໄໝ້​ຂອງ​ສິ່ງ​ໃດ​ສິ່ງ​ນຶ່ງ​.

XS
SM
MD
LG