ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງ​ການຊ່ວຍ ເຫລືອສາ​ກົນ ເຂົ້າ​ໄປ ​ໃນ​ສູນ ອົບ​ພະ​ຍົບ​ ທີ່​ຢູ່ ​ຫ່າງ​ໄກ ສອກ​ຫລີກ ໃນ​ຊີ​ເຣຍ​ ໄດ້ແລ້ວ


​ພາບ​ຖ່າຍ​ໂດຍອົງ​ການ​ສະ​ພາກາ​ແດງຂອງ​ຊາວ​ອາ​ຣັບຊີ​ເຣຍ ສະ​ແດງ​ໃຫ້​ເຫັນ ຂະ​ບວນ​ລົດ ຂອງ​ອົງ​ການ​ດັ່ງ​ກ່າວ ຂັບ ມຸ້ງ​ໜ້າ​ໄປ​ຍັງ ສູນອົບ​ພະ​ຍົບ ຣຸກ​ແບນ (Rukban) ຢູ່​ໃນ​ເຂດ​ຫ່າງ​ໄກ​ສອກ​ຫລີກ ຢູ່​ລຽບ​ຕາມ​ຊາຍ​ແດນ​ຂອງ​ຊີ​ເຣຍ ກັບ​ຈໍ​ແດນ
ໃນ​ວັນ​ທີ 4 ພະ​ຈິກ, 2018.
​ພາບ​ຖ່າຍ​ໂດຍອົງ​ການ​ສະ​ພາກາ​ແດງຂອງ​ຊາວ​ອາ​ຣັບຊີ​ເຣຍ ສະ​ແດງ​ໃຫ້​ເຫັນ ຂະ​ບວນ​ລົດ ຂອງ​ອົງ​ການ​ດັ່ງ​ກ່າວ ຂັບ ມຸ້ງ​ໜ້າ​ໄປ​ຍັງ ສູນອົບ​ພະ​ຍົບ ຣຸກ​ແບນ (Rukban) ຢູ່​ໃນ​ເຂດ​ຫ່າງ​ໄກ​ສອກ​ຫລີກ ຢູ່​ລຽບ​ຕາມ​ຊາຍ​ແດນ​ຂອງ​ຊີ​ເຣຍ ກັບ​ຈໍ​ແດນ ໃນ​ວັນ​ທີ 4 ພະ​ຈິກ, 2018.

ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ປະ​ຊາ​ຊາດ ແລະ​ພວກ​ອາ​ສາ​ສະ​ໝັກ ຈາ​ກ​ອົງ​ການ​ສະ​ພາ​
ກາ​ແດງຂອງ​ຊາວ​ອາ​ຣັບຊີ​ເຣຍ ກຳ​ລັງ​ສັກ​ຢາປ້ອງ​ກັນ​ພະ​ຍາດ​ໃຫ້​ແກ່​ເດັກ​ນ້ອຍ
ແລະ​ແຈກ​ຢາຍສິ່ງ​ຂອງ​ຊ່ວຍ​ເຫລືອ​ທີ່​ມີ​ຄວາມ​ຕ້ອງ​ການ​ຫລາຍ​ທີ່​ສຸດ​ເປັນ​ຄັ້ງ​ທຳ​
ອິດ ຢູ່ໃນ​ສູນອົບ​ພະ​ຍົບທີ່​ຢູ່​ໃນ​ເຂດ​ຫ່າງ​ໄກ​ສອກ​ຫລີກຢູ່​ລຽບ​ຕາມ​ຊາຍ​ແດນ​
ຂອງ​ຊີ​ເຣຍ ກັບ​ຈໍ​ແດນ.

ພວກ​ປະ​ຊາ​ຊົນອາ​ໄສຢູ່​ທີ່ນັ້ນ​ເວົ້າ​ວ່າ ອົງ​ການ​ສາ​ກົນດັ່ງ​ກ່າວ ໄດ້​ເຂົ້າ​ໄປ​ໃນສູນ
ອົບ​ພະ​ຍົບ ຣຸກ​ແບນ (Rukban) ເປັນ​ເທື່ອ​ທຳ​ອິດ ນັບຕັ້ງ​ແຕ່​ຕັ້ງ​ຂຶ້ນ​ມາ​ ເປັນ​ເວ​
ລາ​ນາ​ນກວ່າ 3 ປີ ແລະ​ບ່ອນ​ທີ່​ມີເກືອບ​ຮອດ 50,000 ຄົນ​ໄດ້​ໄປຕົກ​ຄ້າງ​ຢູ່ ທີ່ນັ້ນ.

ໂຄ​ສົກປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວວ່າ ທ່ານ ແອນ​ໂຕ​ນິ​ໂຍ ກູ​ເຕ​ເຣ​ສ
(António Guterres), ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ສະ​ແດງ
​ຄວາມ​ຍິນ​ດີ​ຕໍ່​ການ​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທຳ ໃຫ້​ແກ່​ສູນອົບ​ພະ​ຍົບຣຸກ​ແບນ
(Rukban) ແລະ​ຮຽກ​ຮ້ອງ​ໃຫ້​ມີ​ການເຂົ້າ​ເຖິງ​ສູນ​ດັ່ງ​ກ່າວ​ຢ່າງຕໍ່​ເນື່ອງ, ເຕັມ​ສ່ວນ,
ປອດ​ໄພ, ຍືນ​ຍົງ ແລະ ບໍ່​ມີ​ອຸບ​ປະ​ສັກ​ໃດໆ ແລະ ການເຂົ້າ​ເຖິງປະ​ຊາ​ຊົນ​ທຸກ​
ຄົນ ທີ່​ມີ​ຄວາມ​ຈຳເປັນ ຢູ່​ທົ່ວ​ປະ​ເທດ.

ທ່ານ ແຟດ​ວາ ບາ​ຣາວ (Fadwa Baroud) ທີ່​ຫ້ອງ​ການ​ປະ​ສານ​ງານ​ກັບ​ປະ​ຊາ​
ຊົນ​ອາໄສ​ຢູ່ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ວ່າ ມັນ​ເປັນ​ຄັງ​ທຳ​ອິດ ທີ່​ຂະ​
ບວນ​ການ​ນຳ​ສິ່ງ​ຂອງ​ຊ່ວຍ​ເຫລືອ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ມີ​ຊ່ອງ​ທາງ
​ເຂົ້າ​ເຖິງສູນອົບ​ພະ​ຍົບຣຸກ​ແບນ (Rukban) ຈາກ​ຊາຍ​ແດນຟາກ​ຊີ​ເຣຍ.

ກ່ອນ​ເດືອນ​ມັງ​ກອນ​ປີນີ້ ມີ​ແຕ່ການ​ຊ່ວຍ​ເຫລືອທີ່​ມາຈາກທາງ​ຈໍ​ແດນ​ທີ່ເຂົ້າ​ໄປ​ເຖິງ
ສູນອົບ​ພະ​ຍົບດັ່ງ​ກ່າວໄດ້ ແລະ​ພະ​ນັກ​ງານ​ໃຫ້​ການ​ຊ່ວຍ​ເຫລືອໄດ້​ຖືກ​ຫ້າມ ບໍ່​ໃຫ້
​ເຂົ້າໄປ ​ໃນ​ສູນນັ້ນ ຍ້ອນຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ.


ຂະ​ບວນລົດ​ບັນ​ທຸກ 78 ຄັນ ໄດ້ນຳເອົາ​ສິ່ງ​ຂອງ​ຊ່ວຍ​ເຫລືອໄປ​ເຖິງ ສູນ​ດັ່ງ​ກ່າວ ​
ໃນ​ຕອນ​ແລງ​ຂອງວັນ​ເສົາ​ຜ່ານ​ມານີ້ ແລະ​ປະ​ຊາ​ຊົນ​ອາ​ໄສຢູ່​ໃນ​ນັ້ນ ໄດ້ພາ​ກັນ
​ຖ່າຍ​ຮູບ​ກັບລົດ ທີ່​ບັນ​ທຸກ​ສິ່ງ​ຂອງ​ຊ່ວຍ​ເຫລືອແລ່ນ​ຜ່ານສູນ​ອົບ​ພະ​ຍົບ ​ທີ່​ຖືກ​ປ່ອຍ​
ປະໄປ ທີ່ມີ​ເດັກ​ນ້ອຍ 10 ພັນ​ຄົນ ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊິນນັ້ນ.

ທະ​ຫານ​ແນວ​ໂຮມ​ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ ທີ່​ກຳ​ລັງ​ທຳ​ການ​ຕໍ່​ສູ້​ກັບ​ພວກ​ນັກ​ລົບ
ຂອງ​ກຸ່ມ​ລັດອິ​ສລາມ​ຢູນັ້ນ​ເວົ້າ​ວ່າ ພັນ​ທະ​ມິດ​ຂອງ​ຕົນ ​ທີ່​ຢູ່​ໃນ​ທ້ອງ​ຖິ່ນ ຊຶ່ງ​ກໍ​ຄື ກຸ່ມ
​ທະ​ຫານ​ປະ​ກອບ​ອາ​ວຸດ​ຂອງ​ຊີ​ເຣຍ ທີ່​ເອີ້ນ​ວ່າ ແມັກ​ຮາ​ເວຍ ອາ​ລ-ທາ​ວ​ຣາ
(Maghawir al-Thawra) ໄດ້​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ແກ່ຂະ​ບວນ​ລົດ​ລຳ​ລຽງ
ສິ່ງ​ຂອງ​ຊ່ວຍ​ເຫລືອ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG