ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ການ​ຊ່ວຍ​ເຫຼືອ​ສາ​ກົນ ແມ່ນ​ມີ​ຄວາມ​ຕ້ອງ​ການ​ສຳ​ລັບ​ປະ​ຊາ​ຊົນ​ ຢູ​ເຄ​ຣນ


ປະ​ຊາ​ຊົນ​ຫ​ໍ່​ອາ​ຫານ​ຢູ່​ສູນ​ການຊ່ວຍ​ເຫຼືອ ໃນ​ເມືອງ ເມ​ລິ​ໂຕ​ໂປ​ລ໌, ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ, 2 ສິງ​ຫາ 2022.
ປະ​ຊາ​ຊົນ​ຫ​ໍ່​ອາ​ຫານ​ຢູ່​ສູນ​ການຊ່ວຍ​ເຫຼືອ ໃນ​ເມືອງ ເມ​ລິ​ໂຕ​ໂປ​ລ໌, ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ, 2 ສິງ​ຫາ 2022.

ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ເພີ່ມ​ເຕີ​ມ​ແມ່ນ​ມີ​ຄວາມ​ຕ້ອງ​ການ​ເພື່ອ​ຕອບ​ສະ​ໜອງ​ຕໍ່​ວິ​ກິດ​ການ​ທີ່​ກຳ​ລັງ​ຮ້າຍ​ແຮງ​ຂຶ້ນ​ໃນ ຢູ​ເຄ​ຣນ, ພະ​ນັ​ກ​ງານ​ປະ​ຈຳ​ການ​ຢູ່ ສະ​ຫະ​ປະ​ຊາ​ຊາດ ແລະ ຜູ້​ປະ​ສານ​ງານ​ດ້ານ​ມະ​ນຸດ​ສະ​ທຳ ສຳ​ລັບ​ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້.

ທ່ານນາງ ເດ​ນີ​ສ ບ​ຣາວ ໄດ້​ຮຽກ​ຮ້ອງ​ປະ​ຊາ​ຄົມ​ສາ​ກົນ​ໃຫ້​ສືບ​ຕໍ່​ສະ​ໜອງ​ການ​ປະ​ຕິ​ບັດ​ການ​ຊ່ວຍ​ຊີ​ວິດ​ໃນ ຢູ​ເຄ​ຣນ.

ທ່ານ​ນາງ ບ​ຣາວ ໄດ້​ກ່າວ​ວ່າ “ນັບ​ຕັ້ງ​ແຕ່​ສົງ​ຄາມ​ໄດ້​ເລີ່ມ​ຂຶ້ນ, ການ​ເຂົ້າ​ຫາ​ແມ່ນ​ໄດ້​ກາຍ​ເປັນ​ສິ່ງ​ທ້າ​ທາຍ​ຢ່າງ​ຍິ່ງ​ໃນ​ເຂດ​ຕ່າງໆ​ທີ່​ຢູ່ນອກ​ເໜືອ​ການ​ຄວບ​ຄຸມ​ຂອງ​ລັດ​ຖະ​ບານ ຢູ​ເຄ​ຣນ. ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ຝ່າຍ​ຕ່າງໆ​ໃນ​ຄວາມ​ຂັດ​ແຍ້ງ​ໃຫ້​ປະ​ຕິ​ບັດ​ຕາມ​ພັນ​ທະ​ຂອງ​ເຂົາ​ເຈົ້າ​ພາຍ​ໃຕ້​ກົດ​ໝາຍ​ມະ​ນຸດ​ສະ​ທຳ​ສາ​ກົນ ແລະ ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ການ​ຕອບ​ສະ​ໜອງ​ດ້ານ​ມະ​ນຸດ​ສະ​ທຳ ເພື່ອ​ຮັບ​ປະ​ກັນ​ວ່າ​ພວກ​ເຮົາ​ຈະ​ສາ​ມາດ​ຊ່ວຍ​ເຫຼືອ​ທຸກ​ຄົນ​ຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ແຮງ, ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ອາ​ໄສ​ຢູ່​ໃນ​ບ່ອນ​ໃດ​ກໍ່​ຕາມ.”

ໃນ​ວັນ​ຈັນ​ວານນີ້​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ທົບ​ທວນ​ໂຄງ​ການ Flash Appeal ຂອງຫຼາຍ​ອົງ​ການ​ເພື່ອ​ສືບ​ຕໍ່​ຕໍ່​ສູ້​ກັບ​ບັນ​ຫາ​ຕ່າງ​ໆ​ທີ່​ຢູເຄ​ຣນ ກຳ​ລັງ​ປະ​ເຊີນ. ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນທີ່ຖືກ​ກ່າວ​ຢ້ຳ​ໃນ​ໂຄງ​ການ Appeal ນັ້ນ ໄດ້​ເພີ່ມ​ຂຶ້ນ​ຈາກ 2.25 ຕື້​ໂດ​ລາ ເປັນ 4.3 ຕື້​ໂດ​ລາ ແລະ ຈະ​ຖືກ​ໃຊ້​ໂດຍ​ສະ​ເພາະ​ເພື່ອ​ການ​ຊ່ວຍ​ເຫຼືອ ແລະ ປົກ​ປ້ອງ​ປະ​ຊາ​ຊົນ ຢູ​ເຄ​ຣນ ໄປ​ຈົນ​ຮອດ​ເດືອນ​ທັນ​ວາ 2022.

ທ່ານ​ນາງ ບ​ຣາວ ໄດ້​ກ່າວ​ວ່າ​ຢ່າງ​ໜ້ອຍ ນຶ່ງ​ສ່ວນ​ສາມ​ຂອງ​ປະ​ຊາ​ກອນຢູ​ເຄ​ຣນ, ປະ​ມານ 17.7 ລ້ານ​ຄົນ, ຈະ​ຕ້ອງ​ການ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ຈະ​ມາ​ເຖິງນີ້.

ເງິນ​ທຶນ​ທີ່​ເພີ່ມ​ຂຶ້ນ​ແມ່ນ​ມີ​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ ໃນ​ຂະ​ນະ​ທີ່​ລະ​ດູ​ໜາວ​ກຳ​ລັງ​ຫຍັບ​ໃກ້​ເຂົ້າ​ມາ ແລະ ປະ​ຊາ​ຊົນ ຢູ​ເຄ​ຣນ ທີ່​ສູນ​ເສຍ​ທີ່​ຢູ່​ອາ​ໄສ​ຈະ​ປະ​ເຊີ​ນ​ກັບ​ການ​ສູນ​ເສຍ​ອາຍ​ອຸ່ນ, ນ້ຳ​ມັນ ແລະ ແກັ​ສ.

ຄວາມ​ຕ້ອງ​ການ​ແມ່ນ​ຮີບ​ດ່ວນ​ໃນ​ພາກ​ພື້ນ ດອນ​ບາ​ສ ແລະ ໃນ​ບາ​ງພາກ​ພື້ນ​ທາງ​ພາກ​ເໜືອ ແລະ ພາກ​ໃຕ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG