ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ຈັບອະດີດ ເຈົ້າໜ້າທີ່ ຕ່າງປະເທດ ທີ່ໃຫ້ ສິນບົນແກ່ ເຈົ້າໜ້າທີ່ຂັ້ນສູງ ໃນທະວີບ ອາຟຣິກາ


ທ່ານ Cheikh Gadio, ຊຶ່ງຄັ້ງນຶ່ງ ເຄີຍເປັນລັດຖະມົນຕີ ກະຊວງການຕ່າງປະເທດຂອງ Senegal, ໃຫ້ຄໍາປາໄສ ກ່ຽວກັບ "ການເມືອງຂອງຊາວ Senegal" ທີ່ສະໂມສອນນັກຂ່າວ Swiss ຢູ່ນະຄອນ Geneva, ປະເທດ Switzerland ໃນວັນທີ 28 ເມສາ 2006.
ທ່ານ Cheikh Gadio, ຊຶ່ງຄັ້ງນຶ່ງ ເຄີຍເປັນລັດຖະມົນຕີ ກະຊວງການຕ່າງປະເທດຂອງ Senegal, ໃຫ້ຄໍາປາໄສ ກ່ຽວກັບ "ການເມືອງຂອງຊາວ Senegal" ທີ່ສະໂມສອນນັກຂ່າວ Swiss ຢູ່ນະຄອນ Geneva, ປະເທດ Switzerland ໃນວັນທີ 28 ເມສາ 2006.

ແຜນໃນການໃຫ້ສິນບົນໄດ້ມີການວາງອອກຢ່າງລັບໆ ຢູ່ໃນຫ້ອງຕ່າງໆຂອງອົງການ
ສະຫະປະຊາຊາດ ໃນນະຄອນນີວຢອກ ແລະໄດ້ແຜ່ຜາຍອອກໄປຫາຫລາຍທະວີບ.

ທ່ານ Chi Ping Patrick Ho, ອະດີດລັດຖະມົນຕີກະຊວງພາຍໃນຂອງ Hong
Kong, ແລະທ່ານ Cheikh Gadio, ຊຶ່ງຄັ້ງນຶ່ງເຄີຍເປັນລັດຖະມົນຕີກະຊວງການ
ຕ່າງປະເທດຂອງ Senegal, ໄດ້ວາງແຜນຮ່ວມກັນ ເພື່ອໃຫ້ສິນບົນແກ່ເຈົ້າພວກ
ໜ້າທີ່ຂັ້ນສູງຊາວອາຟຣິກາ ເພື່ອໃຫ້ຮັບປະກັນວ່າຈະໃຫ້ສິດໃນການເຮັດທຸລະກິດ ໃຫ້ແກ່ກຸ່ມບໍລິສັດພະລັງງານ ແລະ ການເງິນ ທີ່ຕັ້ງຢູ່ນະຄອນຊຽງໄຮ.

ເປົ້າໝາຍຂອງພວກເຂົາເຈົ້າກໍຄື ທ່ານ Idriss Deby, ປະທານາທິບໍດີຂອງ Chad
ທີ່ອຸດົມສົມບູນໄປດ້ວຍນໍ້າມັນ ມາເປັນເວລາດົນນານ, ແລະທ່ານ Sam Kutesa, ລັດຖະມົນຕີກະຊວງການຕ່າງປະເທດຂອງ Ugandan ທີ່ທໍາໜ້າທີ່ເປັນປະທານຂອງ ສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ແຕ່ປີ 2014 ຫາ 2015.

ອີງຕາມການຟ້ອງຮ້ອງໃນຄະດີອາຍາ ທີ່ເປີດເຜີຍໂດຍພວກໄອຍະການສະຫະລັດ
ໃນວັນຈັນວານນີ້ ເວົ້າວ່າ ທ່ານ Ho ແລະທ່ານ Gadio ມີສ່ວນກ່ຽວພັນກັບແຜນການ
ຫລາຍປີໃນການໃຫ້ສິນບົນແກ່ທ່ານ Deby ແລະທ່ານ Kutesa ເພື່ອແລກປ່ຽນກັບ "ການໄດ້ປຽບທາງທຸລະກິດ" ໃຫ້ແກ່ບໍລິສັດພະລັງງານ ທີ່ເປັນບໍລິສັດຈີນທີ່ເຮັດທຸລະ
ກິດທີ່ມີມູນຄ່າຫລາຍພັນລ້ານໂດລາ ທີ່ດໍາເນີນທຸລະກິດໃນດ້ານນໍ້າມັນ ແລະອາຍແກັສ ແລະໃນຂະແໜງການເງິນ.

ກະຊວງຍຸຕິທໍາຂອງສະຫະລັດປະກາດໃນວັນຈັນວານນີ້ວ່າ ທ່ານ Ho ຖືກຈັບໃນຕອນ
ບ່າຍວັນອາທິດຜ່ານມານີ້ ແລະໄດ້ໄປປາກົດຕົວ ຢູ່ຕໍ່ໜ້າຜູ້ພິພາກສາລັດຖະບານກາງ
ໃນວັນຈັນວານນີ້.

ສ່ວນທ່ານ Gadio ຊຶ່ງເຄີຍເປັນລັດຖະມົນຕີກະຊວງການຕ່າງປະເທດຂອງ Senegal
ເປັນເວລາດົນນານ, ແຕ່ປີ 2002 ຫາ 2009, ແມ່ນຖືກຈັບຢູ່ນະຄອນນີວຢອກໃນຕອນ
ບ່າຍວັນສຸກຜ່ານມາແລະໄດ້ໄປປາກົດຕົວຢູ່ຕໍ່ໜ້າຜູ້ພິພາກສາລັດຖະບານກາງໃນວັນ
ເສົາຜ່ານມານີ້.

ທັງສອງທ່ານແມ່ນຖືກຄຸມຕົວໄວ້ຢູ່ບ່ອນຄຸມຂັງຂອງລັດຖະບານກາງ.

ທັງສອງຄົນຖືກກ່າວຫາ ຖານໃຫ້ສິນບົນທີ່ຜິດກົດໝາຍ ເຊິ່ງເປັນການລະເມີດກົດໝາຍ ວ່າດ້ວຍການປະຕິບັດສໍ້ລາດບັງຫລວງຂອງຄົນຕ່າງປະເທດ ຫລື FCPA ແລະການ
ຟອກເງິນໃນລະດັບສາກົນ.

ກົດໝາຍ FCPA ຫ້າມບໍລິສັດບໍ່ໃຫ້ເອົາສິນບົນໃຫ້ແກ່ເຈົ້າໜ້າທີ່ຕ່າງປະເທດ ເພື່ອໃຫ້
ໄດ້ປຽບທາງທຸລະກິດ.

ທ່ານ Kenneth A. Blanco ຜູ້ຮັກສາການຜູ້ຊ່ວຍລັດຖະມົນຕີກະຊວງຍຸຕິທໍາເວົ້າວ່າ
ການວາງແຜນແມ່ນ "ກ່ຽວຂ້ອງກັບການໃຫ້ສິນບົນຢູ່ໃນລະດັບສູງສຸດຂອງສອງປະເທດ."

ທ່ານ Blanco ກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ "ການກະທໍາໃນການໃຫ້ສິນບົນ ແລະສໍ້ລາດບັງຫລວງຂອງພວກເຂົາເຈົ້າ ເຮັດໃຫ້ກີດຜົນເສຍຫາຍຕໍ່ເສດຖະກິດຂອງ
ພວກເຮົາ ແລະເຮັດໃຫ້ຄວາມເຊື່ອໝັ້ນໃນຕະຫລາດເສລີ ຫລຸດລົງ.”

ອີງຕາມການຟ້ອງຮ້ອງ ທ່ານ Ho ແລະ Gadio ໄດ້ເລີ້ມການວາງແຜນດັ່ງກ່າວໃນປີ
2014 ຕອນທີ່ພວກເຂົາເຈົ້າພົບກັນຢູ່ທີ່ອົງການສະຫະປະຊາຊາດໃນນະຄອນນີວຢອກ.

ໃນຕອນນັ້ນທ່ານ Gadio ມີບໍລິສັດທີ່ປຶກສາ ໃນຂະນະທີ່ທ່ານ Ho ເປັນຫົວໜ້າຂອງອົງ
ການບໍ່ຫວັງຜົນກໍາໄລ ທີ່ໄດ້ຮັບທຶນສະໜັບສະໜຸນຈາກບໍລິສັດພະລັງງານ. ຄໍາຟ້ອງຮ້ອງ
ຄະດີທາງອາຍາ ບໍ່ໄດ້ບອກຊື່ຂອງອົງການບໍ່ຫວັງຜົນກໍາໄລ ແລະກໍບໍ່ບອກຊື່ຂອງບໍລິສັດຈີນ ທີ່ຢູ່ເບື້ອງຫລັງນັ້ນເຊັ່ນກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

International Bribery
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG