ກະຊວງຊັບພະຍາກອນທຳມະຊາດຂອງສະຫະລັດ ໄດ້ປະກາດແຜນທີ່ຈະເປີດເຂດ
ນ່ານນ້ຳແຄມຝັ່ງທະເລຂອງສະຫະລັດ ເຖິງ 90 ເປີເຊັນ ໃຫ້ເຈາະຫານໍ້າມັນໄດ້ ຮວມ
ທັງຝັ່ງທະເລ ຂອງລັດຄາລີຟໍເນຍ ແລະລັດຟລໍຣິດາ ສອງເຂດທີ່ພວກນັກເຄື່ອນໄຫວ
ພາກັນເຮັດວຽກມາເປັນເວລາຫຼາຍປີ ເພື່ອປ້ອງກັນລະບົບ ນິເວດທາງທະເລ ຈາກການ
ຮົ່ວໄຫລຂອງນ້ຳມັນ.
ການສະເໜີແຜນຫ້າປີ ທີ່ໄດ້ນຳເຜີຍແຜ່ໃນວັນພະຫັດວານນີ້ ແມ່ນໄດ້ຂະຫຍາຍກວ້າງ
ອອກ ກວ່າແຜນການທີ່ປະທານາທິບໍດີດໍໂນລ ທຣໍາ ໄດ້ສະເໜີໃນເດືອນເມສາປີກາຍນີ້. ກະຊວງຊັບພະຍາກອນທຳມະຊາດກຳລັງສະເໜີໃຫ້ 47 ແຫ່ງ ທີ່ອາດເປັນໄປໄດ້ໃນການ
ສຳປະທານໃຫ້ສິກເຈາະນໍ້າມັນຢູ່ເກືອບທຸກໆເຂດຂອງ ແຜ່ນດິນໃຫຍ່ສະຫະລັດ.
ມັນເປັນການເພີ້ມຂຶ້ນທີ່ສຳຄັນ ຈາກການເຊົ່າຂາຍ 11 ແຫ່ງໃນລະຫວ່າງລັດຖະບານປະທານາທິບໍດີໂອບາມາ.
ຮ່າງແຜນການດັ່ງກ່າວ ຈະອະນຸຍາດໃຫ້ມີການຂາຍການເຊົ່າເຈາະນໍ້າມັນ 25 ເຂດຂອງ
ແຜນເຈາະນ້ຳມັນນອກແຄມຝັ່ງທະເລທັງໝົດ 26 ເຂດຂອງປະເທດ ຮວມທັງ 19 ເຂດຢູ່
ໃນເຂດນ່ານນໍ້ານອກຝັ່ງລັດອາລາສກາ 7 ເຂດໃນມະຫາສະໝຸດປາຊິຟິກ ແລະ 9 ເຂດ
ໃນມະຫາສະໝຸດອັດລັງຕິກ.
ເຂດນຶ່ງທີ່ພິຈາລະນາມີການຫວງຫ້າມ ຄື ນ່ານນໍ້າໃກ້ໝູ່ເກາະອາເລີຕຽນ ທີ່ຢູ່ ຫ່າງໄກໃນ
ພາກຕາເວັນຕົກຂອງລັດອາລາສກາ ຊຶ່ງໄດ້ຮັບການປົກປ້ອງໂດຍອະດີດປະທານາທິບໍດີ
ຈອຣຈ ດັບເບີນຢູ ບຸຊ.
ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ທ່ານ ຣາຍອັນ ຊິງເກ ກ່າວຕໍ່ພວກນັກ
ຂ່າວໃນວັນພະຫັດວານນີ້ ຢູ່ໃນກອງປະຊຸມທາງໂທລະສັບວ່າ “ພວກເຮົາຈະກາຍເປັນມະຫາອຳນາດພະລັງງານທີ່ເຂັ້ມແຂງທີ່ສຸດ ທີ່ໂລກເຮົາບໍ່ເຄີຍເຫັນມາກ່ອນ. ພວກເຮົາ
ຕ້ອງການ ໃຫ້ອຸດສາຫະກຳພະລັງງານນອກຝັ່ງທະເລ ປະເທດຂອງເຮົາເຕີບໂຕ ແທນທີ່ຈະອ່ອນຍອມໃຫ້ແກ່ການຂຸດນໍ້າມັນນອກຝັ່ງທະເລຂອງຕ່າງປະເທດ. ພວກເຮົາຈະຜະ
ລິດພະລັງງານໃຫ້ພຽງພໍ ກັບຄວາມຕ້ອງການຂອງພວກເຮົາ ຢູ່ພາຍໃນປະເທດ ແລະ
ພວກເຮົາຈະສົ່ງພະລັງງານ ອອກຢ່າງພຽງພໍ ເພື່ອເປັນຜູ້ນຳຂອງໂລກ.”
ທ່ານຊິງເກຍັງກ່າວ ຢູ່ໃນຖະແຫຼງຂ່າວ ທີ່ນຳອອກເຜີຍແຜ່ໃນວັນພະຫັດວານນີ້ວ່າ
“ຄວາມຮັບຜິດຊອບໃນການພັດທະນາແຫຼ່ງຊັບພະຍາກອນພະລັງງານຂອງພວກເຮົາ”
ເປັນສິ່ງສຳຄັນ ສຳລັບເສດຖະກິດສະຫະລັດ ແລະຈະຊ່ວຍໃນການໃຫ້ທຶນຮັກສາແຄມ
ຝັ່ງທະເລ. ທ່ານກ່າວວ່າ ຮ່າງຂໍ້ສະເໜີນີ້ ແມ່ນຈະເລີ້ມດ້ວຍ ຊ່ວງເວລາໃນການສະແດງ
ຄວາມເຫັນຂອງປະຊາຊົນ “ທີ່ຍືດຍາວ ແລະແຂງຂັນ.”
ທ່ານກ່າວວ່າ “ບໍ່ແມ່ນໝົດທຸກເຂດເໝາະສຳລັບການເຈາະນ້ຳມັນນອກແຄມຝັ່ງທະເລ
ແລະພວກເຮົາຈະຖືເອົາເລື່ອງດັ່ງກ່າວເຂົ້າໃນການພິຈາລະນາໃນຊຸມອາ ທິດຂ້າງໜ້ານີ້.”
ກະຊວງຊັບພະຍາກອນທຳມະຊາດ ມີຄວາມຮັບຜິດຊອບໃນການອອກກຳນົດ ເປັນເວ
ລາ 60 ມື້ ໃນການສະແດງຄວາມເຫັນຂອງປະຊາຊົນ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ