ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເກົາຫຼີໃຕ້ ເດີນທາງ ໄປເຖິງ ເກົາຫຼີເໜືອ ເພື່ອກອງປະຊຸມ ສຸດຍອດ ຄັ້ງທີ 3

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ຈັບມື ກັບ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນຂະນະທີ່ ພວກເພິ່ນ ໄປຮອດ ເພື່ອເຂົ້າກອງປະຊຸມ ຢູ່ທີ່ ສຳນັກງານໃຫຍ່ ສູນກາງຄະນະກຳມາການ ພັກກຳມະກອນ ຂອງເກົາຫຼີ ໃນນະຄອນຫຼວງ ພຽງຢາງ ຂອງເກົາຫຼີເໜືອ, ວັນທີ 18 ກັນຍາ 2018.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ໄດ້ເດີນທາງໄປຮອດນະຄອນຫຼວງ
ພຽງຢາງ ສຳລັບ ການເຈລະຈາ ສາມວັນ ຄັ້ງທີນຶ່ງ ກັບຜູ້ນຳຂອງເກົາຫຼີ ເໜືອ ທ່ານ
ກິມ ຈົງ ອຶນ.

ຜູ້ນຳທັງສອງ ແລະ ພັນລະຍາຂອງພວກເພິ່ນ ໄດ້ແລກປ່ຽນຮອຍຍິ້ມ ແລະ ການສວມ
ກອດທີ່ອົບອຸ່ນ ໃຫ້ແກ່ກັນ ຫຼັງຈາກທີ່ ເຮືອບິນຂອງປະທານາທິບໍດີ ມູນ ໄດ້ບິນລົງຈອດ
ສະໜາມບິນສາກົນຂອງພຽງຢາງ ຊຶ່ງເຕັມໄປດ້ວຍບັນດາ ຜູ້ສະໜັບສະໜູນ ຫຼາຍຮອຍ
ຄົນທີ່ພາກັນຮ້ອງເຊຍ ແລະໂບກທຸງຊາດຂອງເກົາ ຫຼີເໜືອ ແລະ ທຸງປອງດອງຊາດ
ຂອງ ສອງເກົາຫຼີ. ພວກເພິ່ນ ໄດ້ເຂົ້າຮ່ວມໃນ ພິທີ ເດີນສວນສະໜາຂອງ​ພວກທະຫານ
ທີ່ປູພົມແດງ ​ຕາມປະເພນີ ຢູ່ສະໜາມບິນ ກ່ອນທີ່ຈະເດີນທາງຕໍ່ໄປຍັງນະຄອນຫຼວງ
ເພື່ອເລີ້ມຕົ້ນ ການເຈລະຈາ.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ, ຜູ້ທີສອງຈາກຊ້າຍ, ແລະພັນລະຍາຂອງທ່ານ ທ່ານນາງ ກິມ ຈັງ-ຊຸກ, ຊ້າຍ, ພວມຖືກຕ້ອນຮັບ ໂດຍ ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ແລະ ພັນລະຍາຂອງທ່ານ ທ່ານນາງ ຣີ ໂຊລ ຈູ ເມື່ອພວກເພິ່ນ ໄດ້ເດີນທາງໄປເຖິງ ນະຄອນຫຼວງ ພຽງຢາງ, ເກົາຫຼີເໜືອ, ວັນທີ 18 ກັນຍາ 2018.

ກອງປະຊຸມສຸດຍອດ ໃນສັບປະດານີ້ ແມ່ນເປັນຄັ້ງທີສາມ ໃນປີນີ້ ລະຫວ່າງ ຜູ້ນຳຂອງ
ລະບອບຜະເດັດການ ເກົາຫຼີເໜືອ ແລະ ລະບອບປະຊາທິປະໄຕ ເກົາຫຼີໃຕ້. ທ່ານ ມູນ
ໄດ້ກ່າວບອກ ບັນດາທີ່ປຶກສາຂອງທ່ານໃນວັນຈັນວານນີ້ ຢູ່ທີ່ນະຄອນຫຼວງ ໂຊລ ວ່າ
ເປົ້າໝາຍສູງສຸດຂອງທ່ານ ແມ່ນເພື່ອການໄດ້ມາ ຊຶ່ງ “ສັນຕິພາບທີ່ຢືນຢົງ ແລະບໍ່
ສາມາດຕ່າວປີ້ນຄືນໄດ້”
ລະຫວ່າງ ໂຊລ ແລະ ພຽງຢາງ. ທ່ານໄດ້ກ່າວຕື່ມວ່າ ທ່ານ
ຈະເພັ່ງເລັງການປຶກສາຫາລືຂອງ ທ່ານ ກັບທ່ານກິມ ໃສ່ເລື້ອງ ການຫລຸດຜ່ອນການ
ປະເຊີນໜ້າກັນ ທາງດ້ານ ທະຫານ ລະຫວ່າງ ເກົາຫຼີເໜືອ ແລະ ໃຕ້ ທີ່ຍືດເຍື້ອມາ
ດົນນານ ນັບຕັ້ງແຕ່ ສົງຄາມເກົາຫຼີໄດ້ຍຸຕິລົງໃນປີ 1953. ການຂັດແຍ້ງໄລຍະສາມປີ
ໄດ້ຍຸຕິລົງ ດ້ວຍການສະຫງົບເສິກ ແທນທີ່ຈະເປັນສົນທິສັນຍາສັນຕິພາບ ຊຶ່ງໃນດ້ານ
ຫຼັກການແລ້ວ ຈຶ່ງເຮັດໃຫ້ທັງສອງຝ່າຍ ຍັງຢູ່ໃນພາວະສົງຄາມກັນຢູ່.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ, ຊ້າຍ, ສວມກອດ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ເມື່ອເດີນທາງໄປຮອດ ນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ, ວັນທີ 18 ກັນຍາ 2018.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ, ຊ້າຍ, ສວມກອດ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ເມື່ອເດີນທາງໄປຮອດ ນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ, ວັນທີ 18 ກັນຍາ 2018.

ທ່ານມູນ ຍັງໄດ້ກ່າວເນັ້ນຢ້ຳ ເປົ້າໝາຍຂອງທ່ານ ໃນການເປັນໂຕແທນ ຜູ້ໄກ່ເກ່ຍ
ລະຫວ່າງ ທ່ານ ກິມ ຈົງ ອຶນ ແລະ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໂດຍ
ກ່າວວ່າ ທ່ານຕ້ອງການຈະເຫັນ ການປະນີປະນອມ ລະ ຫວ່າງ ການຮຽກຮ້ອງຂອງ
ວໍຊິງຕັນ ທີ່ວ່າ ໃຫ້ພຽງຢາງ ລົ້ມເລີກໂຄງການ ອາວຸດນິວເຄລຍ ຂອງຕົນທັງໝົດ ກ່ອນທີ່ຈະມີການເຈລະຈາສັນຕິພາບ ຢ່າງເປັນທາງການໃດໆ ແລະ ການຮຽກຮ້ອງ
ຂອງເກົາຫຼີເໜືອ ເພື່ອໃຫ້ມີສົນ ທິສັນຍາ ສັນຕິພາບ ແລະ ໃຫ້ຮັບປະກັນໃນດ້ານ
ຄວາມໝັ້ນຄົງ ໂດຍລວມທັງ ການຖອນກຳລັງທະຫານຂອງສະຫະລັດ ອອກຈາກແຫຼມ
ເກົາຫຼີນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG