ເກົາຫຼີເໜືອແລະເກົາຫຼີໃຕ້ ໄດ້ຈັດກອງປະຊຸມເຈລະຈາລະດັບສູງ ພາຍໃນເຂດປອດ
ທະຫານທີ່ມີການຮັກສາຄວາມປອດໄພຢ່າງຮັດແໜ້ນ ໃນວັນຈັນມື້ນີ້.
ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລືກັນ ເລື້ອງການປະຕິບັດຂໍ້ຕົກລົງຕ່າງໆທີ່ໄດ້ມີຂຶ້ນ
ຢູ່ໃນກອງປະຊຸມສຸດຍອດໃນພຽງຢາງ ເວລາປະທານາທິບໍດີມູນ ແຈ ອິນ ແຫ່ງເກົາຫຼີໃຕ້ ໄດ້ຮຽກຮ້ອງໃຫ້ປະຊາຄົມນາໆຊາດ ໃຫ້ລາງວັນແກ່ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ
ໃນຄວາມພະຍາຍາມຂອງທ່ານ ທີ່ຈະປົດອາວຸດນິວເຄລຍນັ້ນ. ເຖິງແມ່ນວ່າ ຈະໄດ້ມີ
ການເນັ້ນຢໍ້າຂອງທ່ານມູນໃນເລື້ອງລາງວັນດັ່ງກ່າວກໍຕາມ ແຕ່ ພວກນັກຊ່ຽວຊານ
ກໍຍັງມີຄວາມລະມັດລະວັງຢູ່ ວ່າການປົດອາວຸດນິວເຄລຍນັ້ນ ມີແທ້ຈິງ ຫຼືບໍ່.
ລັດຖະມົນຕີທ້ອນໂຮມເກົາຫຼີ ທ່ານ ໂຈ ມີອູນ-ກີອອນ ໄດ້ນຳພາບັນດາຜູ້ຕາງໜ້າຂອງ
ເກົາຫຼີໃຕ້ 5 ທ່ານ ໄປຍັງໝູ່ບ້ານປັນມຸນຈອມ. ຄະນະເກົາຫຼີໃຕ້ໄດ້ຮັບການຕ້ອນຮັບ
ໂດຍທ່ານ ຣີ ຊັນ ກວັນ ປະທານຂອງຄະນະກຳມະການທ້ອນໂຮມເພື່ອສັນຕິພາບຂອງ
ປະເທດ,ຜູ້ຊຶ່ງນຳພາຝ່າຍເກົາຫຼີເໜືອ.
ບັນດາຜູ້ນຳຂອງເກົາຫຼີເໜືອແລະເກົາຫຼີໃຕ້ ໄດ້ຕົກລົງໃນເດືອນກັນຍາຜ່ານມານີ້
ໃນກອງປະຊຸມສຸດຍອດຄັ້ງທີ 3 ເພື່ອສົ່ງເສີມການຮ່ວມມືກັນຂ້າມຊາຍແດນແລະສະໜັບ
ສະໜຸນສົ່ງເສີມໂຄງການຕ່າງໆ ເພື່ອນຳມາຊຶ່ງຍຸກສັນຕິພາບຂອງແຫຼມເກົາຫຼີ
ໂດຍປາດສະຈາກອາວຸດນິວເຄລຍ.
ໃນກອງປະຊຸມຂອງວັນຈັນມື້ນີ້ ທັງສອງປະເທດ ໄດ້ຕົກລົງ ທີ່ຈະເລີ້ມໂຄງການຮ່ວມ
ເຮັດໃຫ້ທັນສະໄໝ ແລະເຊື່ອມຕໍ່ທາງລົດໄຟແລະຖະໜົນຫົນທາງຂອງພວກເຂົາເຈົ້າ
ກ່ອນສິ້ນປີ. ຄະນະດັ່ງກ່າວ ຈະເລີ້ມກວດກາການເຊື່ອມຕໍ່ດ້ານຄົມມະນາຄົມໃນກາງ
ເດືອນຕຸລານີ້ ໃນເສັ້ນ ກີອອນກຽວ (Gyeongeui) ແລະໃນຕົ້ນເດືອນພະຈິກ ໃນເສັ້ນ
ທາງພາກຕາເວັນອອກ. ນອກນັ້ນ ພວກເຂົາເຈົ້າຍັງໄດ້ຕົກລົງທີ່ຈະປຶກສາຫາລືກັນ
ກ່ຽວກັບ ເລື້ອງທີ່ພົວພັນກັບຄະນະສິນລະປິນທີ່ຈະໄປສະແດງໃນເກົາຫຼີໃຕ້ ໃຫ້ໄວເທົ່າ
ທີ່ຈະໄວໄດ້. ຍິ່ງໄປກວ່ານັ້ນ ພວກເຂົາເຈົ້າ ໄດ້ຕົກລົງທີ່ຈະມີການເຈລະຈາເລື້ອງ ສະພາ
ກາແດງໃນສະຖານຕາກອາກາດ ເມົ້າ ກຳກາງ ໃນເດືອນພະຈິກ ທີ່ພົວພັນກັບຄອບຄົວ
ທັງຫຼາຍທີ່ໄດ້ພັດພາກຈາກກັນ ນັບຕັ້ງແຕ່ສົງຄາມເກົາຫຼີເປັນຕົ້ນມານັ້ນ.