ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການ​ໂຈມ​ຕີ ຢ່າງ​ໜັກ​​ ຕໍ່ເຂດຄວບ​ຄຸມ ​ຂອງ ​ພວກ​ຕໍ່ຕ້ານ ໃນ​ເມືອງ Aleppo


ຜູ້ຄົນພາກັນຍ່າງຜ່ານຕຶກເພພັງ ຢູ່ບ່ອນຖືກໂຈມຕີທາງອາກາດ ມື້ວານນີ້.
ຜູ້ຄົນພາກັນຍ່າງຜ່ານຕຶກເພພັງ ຢູ່ບ່ອນຖືກໂຈມຕີທາງອາກາດ ມື້ວານນີ້.

ເຮືອບິນ​ລັດຖະບານ​ຊີ​ເຣຍ ​ແລະ​ປືນໃຫຍ່ ທີ່​ສະໜັບສະໜູນ​ໂດຍ​ພັນທະ​ມິດຣັ​ດ​ເຊຍ ​ໄດ້​ທຳ​ການ​ໂຈມ​ຕີ​ຢ່າງ​ໜັກ​ໜ່ວງ​ ຕໍ່ເຂດຄວບ​ຄຸມ ​ຂອງ​ພວກ​ຕໍ່ຕ້ານ​ລັດຖະບານ ຢູ່​ໃນ​ເມືອງ Aleppo ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ຄົນຮວມທັງ​ພວກເດັກນ້ອຍ.

​ນີ້ເປັນ​ມື້ທີ​ສີ່​ຕິດ​ຕໍ່​ກັນ​ ​ໃນການ​ໂຈມ​ຕີທາງ​ອາກາດ​ຄືນ​ໃໝ່​ ​ໂດ​ຍ​ເຮືອບິນ​ລົບຂອງ ລັດຖະ ບານ ນັບ​ແຕ່​ມົສກູ​ໄດ້​ປະກາດ​ສິ້ນ​ສຸດ ການ​ຢຸດ​ຍິງ​ເພື່ອ​ເຫັນ​ແກ່​ມະນຸດສະທຳ​ເປັນ​ເວລາ​ດົນນຶ່ງ​ເດືອນ ​ໃນ​ວັນ​ອັງຄານຜ່ານ​ມານີ້.

ຫ້ອງການ​ສີ້​ງຊອມ​ສິດທິ​ມະນຸດໃນ​ຊີ​ເຣຍ ທີ່​ມີ​ຫ້ອງການ​ຢູ່​ອັງກິດກ່າວ​ວ່າ ພົນລະ​ເຮືອນ​ຢ່າງ​ໜ້ອຍ 65 ຄົນ​ໄດ້​ເສຍ​ຊີວິດ​ນັບ​ແຕ່​ການ​ໂຈມ​ຕີ​ໄດ້​ເລີ້ມ​ຂຶ້ນ​ ​ແລະ​ກ່າວ ຕື່ມ​ວ່າ ພວກ​ຕໍ່ຕ້ານ​ລັດຖະບານ​ໄດ້​ຍິງຈະ​ຫຼວດ​ຫລາຍສິບ​ລູກ ​ເຂົ້າ​ໃສ່ເຂດ​ຄວບ​ຄຸມ​ຂອງລັດຖະບານ​.

ການໂຈມ​ຕີ​ໃນອາທິດ​ນີ້ ຕໍ່​ເຂດ​ຄວບ​ຄຸມ​ຂອງ​ພວກ​ຕໍ່ຕ້ານ​ລັດຖະບານທີ່ມີ​ປະຊາຊົນ​ອາ​ໄສ​ຢູ່ຫລາຍ​ກວ່າ 250,000 ຄົນ ​ໄດ້​ເລີ້ມ​ໂດຍ​ການ​ປະກາດ​ຂອງ​ຣັດ​ເຊຍ ທີ່ວ່າ ​ຕົນ​ໄດ້​ໂຈມ​ຕີແຂວງ Idlib ​ໃນ​ພາກ​ເໜືອບ່ອນ​ທີ່ພວກ​ຕໍ່ຕ້ານ​ລັດຖະບານຄວບ​ຄຸມ ​ແລະແຂວງ Homs ​ໃນ​ພາກ​ກາງຂອງ​ປະ​ເທດ.

ພວກ​ຕໍ່ຕ້ານ​ລັດຖະບານ​ໄດ້ຖືກ​ປິດ​ລ້ອມ​ຢູ່​ໃນ​ພາກຕາ​ເວັນ​ອອກຂອງ​ເມືອງ Aleppo ​ໂດຍ​ທະຫານ ​ນັບ​ແຕ່​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ. ບັນ​ດາ​ອົງການ​ບັນ​ເທົາ​ທຸກ​ກ່າວ​ວ່າ​ສະບຽງອາ ຫານໄດ້ໝົດ​ໄປ​ແລ້ວ.

​ເມືອງ Aleppo ຄັ້ງ​ນຶ່ງ​ເຄີຍ​ເປັນ​ສູນ​ການ​ຄ້າ​ທີ່​ສຳຄັນ ​ແລະ​ແຫ​ລ່ງອຸດສາຫະກຳ ​ຊຶ່ງເມືອງ​ໄດ້​ຖືກ​ເພພັງ​ຍ້ອນ​ການ​ສູ້​ລົບ​ນັບ​ແຕ່​ປີ 2012 ​ເວລາ​ພວກ​ຕໍ່ຕ້ານ​ລັດຖະ ບານໄດ້ເຂົ້າຄວບ ຄຸມ​ບາງສ່ວນທາ​ງຕາ​ເວັນ​ອອກ.

ພົນລ​ະ​ເຮືອນ 1 ລ້ານ 2 ​ແສນ​ຄົນທີ່​ກຳລັງ​ຢູ່​ເຂດຄວບ​ຄຸມ​ຂອງ​ລັດຖະບານ ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ການ​ໂຈມຕີຈາກ​ການ​ຍິງລູກຈະ​ຫລວດ​ຂອງ​ພວກ​ຕໍ່ຕ້ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG