ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ສືບລັບແຫ່ງຊາດ ຄົນໃໝ່ ຂອງສະຫະລັດ


ລັດຖະມົນຕີ ຊ່ອຍວ່າການ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານ James Clapper (ຂວາ)
ລັດຖະມົນຕີ ຊ່ອຍວ່າການ ກະຊວງປ້ອງກັນປະເທດ ສະຫະລັດ ທ່ານ James Clapper (ຂວາ)

ເຈົ້າໜ້າທີ່ຄົນນຶ່ງ ຂອງລັດຖະບານ ສະຫະລັດ ກ່າວວ່າ ປະທານາທິບໍດີ ບາຣັກ ໂອບາມາ ຈະແຕ່ງຕັ້ງ ໃຫ້ນາຍພົນ ເບ້ຍບຳນານ ທະຫານອາກາດ JAMES CLAPPER ເປັນຜູ້ອຳນວຍການ ອົງການສືບລັບ ແຫ່ງຊາດຄົນໃໝ່ ຂອງສະຫະລັດ ແລະການປະກາດ ກ່ຽວກັບການແຕ່ງຕັ້ງ ຈະມີຂຶ້ນ ທີ່ທຳນຽບຂາວ ໃນວັນເສົາມື້ນີ້.

ຖ້າຫາກ ໄດ້ຮັບການ ອະນຸມັດ ຈາກສະພາສູງ ຂອງສະຫະລັດ ທ່ານ CLAPPER ກໍຈະເປັນ ບຸກຄົນທີ 4 ທີ່ໄດ້ເຂົ້າກ ຳຕຳແໜ່ງດັ່ງກ່າວ. ປັດຈຸບັນນີ້ ທ່ານ CLAPPER ມີໜ້າທີ່ ເປັນລັດຖະມົນຕີ ຊ່ອຍວ່າການ ກະຊວງປ້ອງກັນປະເທດ ສະຫະລັດ ຮັບຜິດຊອບ ກ່ຽວກັບເລື່ອງ ສືບລັບ.

ຂ່າວກ່ຽວກັບ ການແຕ່ງຕັ້ງ ທີ່ວ່ານີ້ ມີຂຶ້ນລຸນຫຼັງ ການລາອອກ ຂອງທ່ານ DENNIS BLAIR ທີ່ໄດ້ເຂົ້າກຳຕຳແໜ່ງ ຫົວໜ້າ ອົງການສືບລັບ ສະຫະລັດ ເປັນເວລາ 1 ປີ ກັບ 4 ເດືອນ.

ທ່ານ BLAIR ໄດ້ຖືກຕຳໜິຕິຕຽນ ຢູ່ໃນວົງການ ຂອງລັດຖະບານ ແລະລັດຖະສະພາ ສະຫະລັດ ກ່ຽວກັບ ຄວາມລົ້ມແຫຼວ ໃນການສືບລັບ ແລະການປະສານງານ ໃນການແບ່ງປັນ ຫລືໃຊ້ຂໍ້ມູນຮ່ວມກັນ ໂດຍໜ່ວຍສືບລັບຕ່າງໆ ຂອງສະຫະລັດ.

ຕຳແໜ່ງດັ່ງກ່າວ ຖືກຕັ້ງຂຶ້ນມາ ເພື່ອແກ້ໄຂ ບັນຫາຄວາມລົ້ມແຫຼວ ໃນການສືບລັບ ຫຼັງຈາກ ພວກກໍ່ການຮ້າຍ ໄດ້ໂຈມຕີ ສະຫະລັດ ໃນວັນທີ 11 ກັນຍາ ປີ 2001.

XS
SM
MD
LG