ສາຂາຂອງເຄືອຂ່າຍອາລ ກາອິດາ ໃນຊີເຣຍ ແລະພັນທະມິດ
ໄດ້ຍຶດເອົາເມືອງສຳຄັນແຫ່ງສຸດທ້າຍທີ່ລັດຖະບານຄອບຄອງ
ໃນແຂວງ Idlib ເມື່ອວັນເສົາວານນີ້ ຊຶ່ງເປັນການເປີດທາງທີ່
ພວກກະບົດອາດນຳໃຊ້ໄດ້ ເພື່ອເຄື່ອນເຂົ້າໄປສູ່ເຂດໃຈກາງ
ແຄມຝັ່ງທະເລ ຂອງອຳນາດປົກຄອງ Assad.
ອົງການສິ້ງຊອມສິດທິມະນຸດຊີເຣຍ ທີ່ປະເທດອັງກິດ ກ່າວວ່າ
ແນວໂຮມ al-Nusra ແລະກຸ່ມກອງພົນນ້ອຍອິສລາມ ໄດ້ເຂົ້າ
ຄວບຄຸມ ເມືອງ Jisr al-Shughur ໂດຍເຕັມແລ້ວໃນວັນເສົາ
ວານນີ້ ຫຼັງຈາກທຳການສູ້ລົບກັບກຳລັງຝ່າຍລັດຖະບານຊີເຣຍ
ມາໄດ້ 4 ມື້.
ກຸ່ມສິ້ງຊອມສິດທິມະນຸດດັ່ງກ່າວ ກ່າວວ່າ ການປະທະກັນຍັງກຳລັງດຳເນີນໄປໃນພາກ
ຕາເວັນຕົກຂອງເມືອງດັ່ງກ່າວ.
ກຸ່ມນີ້ກ່າວອີກວ່າ ມີສົບຂອງພວກນັກຕໍ່ສູ້ນິຍົມຝ່າຍລັດຖະບານຢ່າງໜ້ອຍ 60 ຢາຍຢູ່ຕາມຖະໜົນຫົນທາງສາຍຕ່າງໆ ແລະວ່າຕົນໄດ້ຖ່າຍພາບວີດີໂອ ພວກທະຫານກຳລັງພາກັນ
ປົບໜີຈາກການສູ້ລົບ ໂດຍໃຊ້ພວກພົນລະເຮືອນເປັນເຄື່ອງກຳບັງ.
ບັນດານັກວິເຄາະເຫດການ ກ່າວວ່າ ການຕົກໄປຂອງເມືອງ Jisr al-Shughur ເປັນ
ການເປີດທາງຍຸດທະສາດສາຍໜຶ່ງ ໃຫ້ພວກກະບົດໃຊ້ເຄື່ອນໄປຍັງແຂວງ Latakia ທີ່
ຢູ່ໃກ້ຄຽງ ເລາະແຄມຝັ່ງທະເລເມດີເທີເຣນຽນ ຊຶ່ງເປັນປ້ອມປາການທີ່ໃຫ້ການສະໜັບ
ສະໜຸນ ແກ່ປະທານາທິບໍດີ Bashar al-Assad ນັ້ນ.