ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ກວດກາ ພົບວ່າ ການຊັ່ງຊາ ຂອງທ່ານໂຄມີ ແມ່ນຜິດພາດ ແຕ່ບໍ່ລຳອຽງ


ອະດີດຜູ້ອຳນວຍການ ອົງການສັນຕິບານກາງ ຂອງສະຫະລັດ ທ່ານເຈມສ໌ ໂຄມີ.
ອະດີດຜູ້ອຳນວຍການ ອົງການສັນຕິບານກາງ ຂອງສະຫະລັດ ທ່ານເຈມສ໌ ໂຄມີ.

ລາຍງານໂດຍຜູ້ກວດກາພາຍໃນ ຂອງກະຊວງຍຸຕິທຳສະຫະລັດທີ່ນຳອອກເຜີຍແຜ່ໃນ
ວັນພະຫັດວານນີ້ ແມ່ນໄດ້ຕ້ອງຕິຢ່າງໜັກ ຕໍ່ອະດີດຜູ້ອຳນວຍການ ອົງການສັນຕິບານ
ກາງຫຼື FBI ທ່ານເຈມສ໌ ໂຄມີໃນການສືບສວນ ກ່ຽວກັບເລື້ອງອີແມລຂອງທ່ານນາງຣິລ
ລາຣີ ຄລິນຕັນ ໃນລະຫວ່າງການເລືອກຕັ້ງ ປີ 2016 ແຕ່ກໍກ່າວວ່າ ຄະນະສືບສວນ ບໍ່
ໄດ້ພົບເຫັນຫຼັກຖານໃດໆທີ່ວ່າ ການກະທຳຂອງທ່ານໂຄມີ ຖືກຊັກຈູງໂດຍ “ຄວາມລຳ
ອຽງທາງການເມືອງ.”

ໃນລາຍງານ ທີ່ມີການຄອງຄອຍຖ້າມາເປັນເວລາດົນນານແລ້ວນັ້ນ ຜູ້ກວດກາທົ່ວໄປ
ຂອງກະຊວງຍຸຕິທຳ ທ່ານໄມເກີ ໂຮໂຣວິຕສ໌ ໄດ້ຕ້ອງຕິ ທ່ານໂຄມີຢ່າງແຮງ ກ່ຽວກັບ
ການເອົາບາດກ້າວທີ່ເປັນຂ່າວນອງນັນທີ່ມີມາເປັນລຳດັບໃນລະຫວ່າງການສືບສວນ
ຮວມທັງການປະກາດໃຫ້ທ່ານນາງຄລິນຕັນພົ້ນຈາກການກ່າວຫາ ທ່າມກາງການໂຄ
ສະນາຫາສຽງ ແລະຫລັງຈາກນັ້ນ ກໍເປີດ ແລ້ວກໍປິດ ການສືບສວນ ໃນຂະນະທີ່ການ
ເລືອກຕັ້ງໃນເດືອນພະຈິກຍັບໃກ້ເຂົ້າມາ.

ຜູ້ກວດກາ ຂອງກະຊວງຍຸຕິທຳ ສຫລ ຕ້ອງຕິ ການຊັ່ງຊາ ຂອບທ່ານເຈມສ໌ ໂຄມີ ອະດີດຫົວໜ້າ ອົງການ ສັນຕິບານກາງ
ຜູ້ກວດກາ ຂອງກະຊວງຍຸຕິທຳ ສຫລ ຕ້ອງຕິ ການຊັ່ງຊາ ຂອບທ່ານເຈມສ໌ ໂຄມີ ອະດີດຫົວໜ້າ ອົງການ ສັນຕິບານກາງ

ການເຄື່ອນໄຫວຂອງທ່ານໂຄມີ ທີ່ປະກາດໃຫ້ຜູ້ສະໝັກຂອງພັກເດໂມແຄຣັດ ພົ້ນ
ຈາກການກະທຳຜິດ ໃນການຖະແຫຼງຂ່າວ ເມື່ອວັນທີ 5 ກໍລະກົດປີ 2016 ຊຶ່ງໄດ້
ມີຂຶ້ນ ໂດຍບໍ່ໄດ້ແຈ້ງໃຫ້ລັດຖະມົນຕີກະຊວງຍຸຕິທຳຮູ້ນຳນັ້ນ ແມ່ນ “ຜິດທຳມະດາ
ແລະແບບບໍ່ເຊື່ອຟັງ” ໃນຂະນະທີ່ທ່ານໄດ້ສົ່ງຈົດໝາຍໄປຫາສະມາຊິກລັດຖະສະ
ພາໃນວັນທີ 28 ຕຸລາ ປີ 2016 ທັງໆທີ່ລັດຖະມົນຕີກະຊວງຍຸຕິທຳບໍ່ເຫັນພ້ອມນຳ
ນັ້ນແມ່ນປະກອບເປັນ “ການພິຈາລະນາ ທີ່ຜິດພາດ ຢ່າງຮ້າຍແຮງ” ນັ້ນຄືຄວາມ
ເຫັນຂອງຜູ້ກວດກາທົ່ວໄປທີ່ຂຽນໄວ້ຢູ່ໃນລາຍງານ.

ທ່ານໂຮໂຣວິຕສ໌ ສະຫລຸບລາຍງານ ການທົບທວນທີ່ຍາວ 500 ໜ້າກ່ຽວກັບການ
ສືບສວນໂດຍເວົ້າວ່າ ສິ່ງເຫລົ່ານີ້ ແລະການເອົາບາດກ້າວທີ່ບໍ່ຖືກຕ້ອງອື່ນໆໂດຍ
ທ່ານໂຄມີ ພ້ອມກັບເຈົ້າໜ້າທີ່ອົງການສັນຕິບານກາງແລະກະຊວງຍຸຕິທຳຄົນອື່ນໆ
ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຄວາມໜ້າເຊື່ອຖືຂອງອົງການ FBI

IG Report Criticizes Former FBI Director But Finds No Evidence of Political Bias
please wait

No media source currently available

0:00 0:02:10 0:00

ທ່ານໂຮໂຣວິຕສ໌ກ່າວວ່າ “ໃນຂະນະທີ່ພວກເຮົາບໍ່ໄດ້ພົບເຫັນວ່າ ການຕັດສິນໃຈເຫຼົ່າ
ນີ້ແມ່ນຜົນຂອງຄວາມລຳອຽງ ທາງດ້ານການເມືອງ ໃນສ່ວນຂອງທ່ານໂຄມີກໍຈິງ ແຕ່
ແນວໃດກໍຕາມໃນທີ່ສຸດພວກເຮົາກໍສະຫລຸບວ່າ ໃນການບໍ່ປະຕິບັດຕາມຢ່າງຈະແຈ້ງ
ໂດຍທັນທີທັນໃດ ຈາກບັນທັດຖານ ຂອງອົງການ FBI ແລະຂອງກະຊວງແລ້ວ ການ
ຕັດສິນໃຈເຫຼົ່ານີ້ ຈຶ່ງມີຜົນກະທົບໃນທາງລົບກ່ຽວກັບຄວາມເຂົ້າໃຈທີ່ມີຕໍ່ອົງການ FBI
ແລະກະຊວງຍຸຕິທ ໃນຖານະເປັນຜູໃຫ້ການຄຸ້ມຄອງຄວາມຍຸຕິທຳນັ້ນ.”

ທ່ານໂຄມີ ໄດ້ຢືນຢັດ ກ່ຽວກັບການເອົາບາດກ້າວຂອງທ່ານ. ທ່ານກ່າວຕໍ່ຄະນະສືບ
ສວນວ່າ ອົງການ FBI ພົບວ່າ ຕົນກຳລັງຕົກຢູ່ໃນທ່າມກາງ ໄພນ້ຳຖ້ວມ ”ໃນຮອບ
500 ປີ” ແລະທ່ານ “ໄດ້ຊັ່ງຊາເບິ່ງຄວາມຈຳເປັນໃນການທີ່ຈະປົກປັກຮັກສາຄວາມ
ໜ້າເຊື່ອຖື ແລະກຽດສັກສີ ຂອງກະຊວງຍຸຕິທຳແລະອົງການ FBI ເອົາໄວ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG