ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານ ສະຫະລັດ ຖືກຂ້າຕາຍໃນ ອັຟການິສຖານ


ທະຫານຢືນຍາມ ທີ່ສຳນັກງານໃຫຍ່ອົງການ ເນໂຕ ປະຈຳ
ນະຄອນຫຼວງ ກາບູລ ປະເທດ ອັຟການິສຖານ. 18 ມິຖຸນາ,
2015.
ທະຫານຢືນຍາມ ທີ່ສຳນັກງານໃຫຍ່ອົງການ ເນໂຕ ປະຈຳ ນະຄອນຫຼວງ ກາບູລ ປະເທດ ອັຟການິສຖານ. 18 ມິຖຸນາ, 2015.

ອົງການ ເນໂຕ ກ່າວວ່າ ທະຫານ ສະຫະລັດຜູ້ນຶ່ງ ໄດ້ຖືກຂ້າຕາຍ ແລະສອງຄົນໄດ້ຮັບ
ບາດເຈັບ ຢູ່ໃນອັນທີ່ເອີ້ນວ່າ “ການໂຈມຕີພາຍໃນ” ຢູ່ທາງພາກໃຕ້ ອັຟການິສຖານ.

ອົງການດັ່ງກ່າວ ໄດ້ເວົ້າໃນວັນເສົາວານນີ້ວ່າ ພວກສອງຄົນ ທີ່ໄດ້ຮັບບາດເຈັບ ແມ່ນ
ຕົກຢູ່ໃນສະພາບທຸ່ນທ່ຽງ ແລະ ພວມໄດ້ຮັບປິ່ນປົວຢູ່.

ອົງການ ເນໂຕ ເວົ້າວ່າ ການສືບສວນພວມດຳເນີນໄປຢູ່.

ພາລະກິດ ສະໜັບສະໜູນເດັດດ່ຽວ ທີ່ນຳພາໂດຍອົງການ ເນໂຕ ໄດ້ໄປປະຈຳການຢູ່
ອັຟການິສຖານ ມາຕັ້ງແຕ່ເດືອນມັງກອນປີ 2015 ເພື່ອໃຫ້ການຝຶກຊ້ອມ ໃຫ້ການປຶກ
ສາ ແລະ ຄວາມຊ່ອຍເຫຼືອອື່ນໆ ແກ່ກຳລັງຮັກສາຄວາມປອດໄພຂອງ ອັຟການິສຖານ.
ກຳລັງທີ່ປະກອບດ້ວຍທະຫານປະມານ 16,000 ຄົນ ມີລວມທັງສະມາຊິກຮັບໃຊ້ຈາກ
ປະມານ 39 ປະເທດຂອງ ເນໂຕ ແລະ ພັນທະມິດ.

ໂຄສົກຂອງ ຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບໃນຖະແຫຼງການຄັ້ງນຶ່ງ ໃນການ
ໂຈມຕີເຖິງແກ່ຊີວິດຄັ້ງນີ້ ທີ່ຖານທັບອາກາດ ຕາຣິນກົດ ເມືອງຫຼວງຂອງແຂວງ
ອູຣຸສການ ທາງພາກໃຕ້.

ທ້າວ ກາຣີ ຢູຊັຟ ອາມາດີ ບໍ່ໄດ້ເວົ້າວ່າ ຜູ້ຮ້າຍນັ້ນ ມີສ່ວນພົວພັນກັບການກໍ່ການຮ້າຍ
ຫຼືບໍ່. ຕາມຄຳເວົ້າຂອງທ້າວ ອາມາດີ ແມ່ນວ່າ ທະຫານ ອັຟການິສຖານ “ທີ່ມີຈິດສຳ
ນຶກດີ” ຜູ້ນຶ່ງໄດ້ອ່ວຍປາກປືນໃສ່ “ທະຫານ ອາເມລິກັນ ຜູ້ຮຸກຮານ” ແລະໄດ້ຂ້າພວກ
ເຂົາສີ່ຄົນ. ພວກໂຄສົກຂອງພວກກໍ່ການຮ້າຍ ມັກຈະລາຍງານການຕາຍ ແບບເວົ້າ
ໂຍກສະເໝີ ຊຶ່ງບໍ່ກົງກັນ ກັບຂໍ້ມູນຂອງອົງການເນໂຕ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG