ຄລິກບ່ອນນີ້ ເພື່ອເບິ່ງວີດີໂອພາສາລາວ
ນັບວ່າເປັນເທື່ອທໍາອິດໃນຮອບ 19 ປີ ທີ່ເກົາຫລີເໜືອໄດ້ເປັນເຈົ້າພາບ ຈັດການແຂ່ງຂັນ
ຊິງຊະນະເລີດ ກິລາ ເຕກວັນ-ໂດ ຂອງໂລກ ໂດຍມີນັກກີລາຈາກຫລາຍກວ່າ 80 ປະ
ເທດທີ່ຖືກເຊີນເຂົ້າໄປຮ່ວມແຂ່ງຂັນໃນຄັ້ງນີ້ ໂຮມທັງສະຫະລັດນໍາ. ພວກເຈົ້າໜ້າທີ່ເກົາຫລີ
ເໜືອ ໄດ້ຖືໂອກາດນີ້ບອກກັບພວກສື່ຂ່າວຈາກຕາເວັນຕົກວ່າ ຕົນປາດຖະໜາຢາກມີສາຍ
ພົວພັນທີ່ໃກ້ຊິດຫລາຍຂຶ້ນ.
ທ່ານ Chang Ung ຜູ້ຕາງໜ້າເກົາຫລີເໜືອປະຈໍາຄະນະກໍາມະການກິລາໂອລິມປີກສາກົນ
ກ່າວວ່າ:
“ການພົວພັນກັນຫລາຍຂຶ້ນແມ່ນເປັນການດີກວ່າ ສໍາລັບປັບປຸງຄວາມສໍາພັນ
ກັບເກົາຫລີເໜືອແລະສະຫະລັດ. ການພົວພັນກັນຢ່າງແຂງຂັນ ບວກກັບການ
ຢ້ຽມຢາມກັນແລະກັນຂອງທັງສອງຝາຍນັ້ນ ແມ່ນເປັນການດີ ເພາະວ່າມັນຄວນ
ຈະຊ່ວຍກັນໃຫ້ ເຂົ້າໃຈກັນດີຂຶ້ນກວ່າເກົ່າ.”
ປີ 2012 ຄືປີໜ້ານີ້ ຖືວ່າເປັນປີສໍາຄັນສໍາລັບຊາວເກົາຫລີເໜືອ. ມັນຈະເປັນຂີດໝາຍຂອງ
ນຶ່ງສັດຕະວັດ ຫລື 100 ປີ ນັບຕັ້ງແຕ່ຜູ້ກໍ່ຕັ້ງປະເທດ ທ່ານ ກິມ ອິລ ຊຸງ ໄດ້ກໍາເນີດຂື້ນ
ມາ ຢູ່ພູພັກຕູແຫ່ງນີ້ ຊຶ່ງເປັນສະຖານທີ່ທີ່ໄດ້ຮັບການສັກກາລະບູຊາວ່າເປັນພູສັກສິດແຫ່ງ
ການປະຕິວັດ.
ເຖິງແມ່ນວ່າເກົາຫລີເໜືອກໍາລັງປະເຊີນກັບຄວາມກົດດັນຫລາຍຂຶ້ນເລື້ອຍໆຈາກການຂາດ
ແຄນອາຫານແບບຊໍາເຮື້ອຢູ່ຕະຫລອດມາກໍຕາມ ແຕ່ກໍກໍາລັງມີການປຸກລະດົມຄັ້ງໃຫຍ່ໂຕ
ເພື່ອເຮັດໃຫ້ປີ 2012 ເປັນປີເລິ່ມຕົ້ນຂອງການກ້າວຂຶ້ນມາເປັນຊາດທີ່ເຂັ້ມແຂງແລະຈະເຣີນ
ຮຸ່ງເຮືອງຂອງເກົາຫລີເໜືອ. ຕຶກອາຄານຕ່າງໆກໍາລັງໄດ້ຮັບການບູລະນະສ້າງສາ ໃຫ້ສວຍ
ງາມ ແລະຖະໜົນຫົນທາງກໍຖືກລາດຢາງໃໝ່ ຊຶ່ງໜ່ວຍແຮງງານທີ່ສະດວກ ກໍແມ່ນພວກ
ທະຫານນັ້ນເອງ.
ຢູ່ທາງນອກສະຖານທີ່ແຂ່ງຂັນ ຮ້ານຄ້ານ້ອຍໆທີ່ສ້າງຂຶ້ນມາຊົ່ວຄາວ ຂາຍຜະລິດພັນນໍາເຂົ້າ
ຈາກຈີນ ແລະແມ່ນແຕ່ຈາກເກົາຫລີໃຕ້.
ການເປັນເຈົ້າພາບການແຂ່ງຂັນລະດັບນານາຊາດນັ້ນ ແມ່ນດຶງດູດຄວາມສົນໃຈທີ່ບໍ່ປາດຖະ
ໜາຈາກໂລກພາຍນອກ ແຕ່ມັນກໍນໍາເອົາເງິນຕາຕ່າງ ປະເທດທີ່ຕ້ອງການຫລາຍທີ່ສຸດນັ້ນ
ເຂົ້າເກົາຫລີເໜືອ.
ຮ້ານອາຫານແຫ່ງນີ້ຂາຍເບີເກີ ຊິ້ນງົວ ແລະຊີ້ນໄກ່. ພະນັກງານຂາຍແມ່ຍິງ ຄຸຍວ່າບໍລິສັດ
ຂອງນາງເປັນບໍລິສັດນຶ່ງທີ່ໃຫຍ່ທີ່ສຸດ ມີສາມສາຂາ. ລາຄາເບີເກີກ້ອນນຶ່ງ ແມ່ນ 2 ຫາ 3
ໂດລາ.
ໂທລະສັບມືຖື ກໍນໍາເງິນໂດລາມາໃຫ້ຄືກັນ. ທ່ານສາມາດເຊົ່າໂທລະສັບ ມືຖື ໃນລາຄາມື້
ລະ 3.50 ໂດລາ ແຕ່ຖ້າໂທໄປຕ່າງປະເທດແມ່ນນາທີ ນຶ່ງຫົກໂດລາ. ແມ່ຍິງຄົນນີ້ເວົ້າວ່າ
ປັດຈຸບັນນີ້ ມີຄົນໃຊ້ບໍລິການໂທລະສັບມືຖື ປະມານ 700,000 ຄົນ ໃນທົ່ວປະເທດ.
ບາງຄົນກໍມີວິທີການທີ່ປະດິດຄິດສ້າງເພື່ອດຶງດູດລູກຄ້າ. ທີ່ຮ້ານອາຫານແຫ່ງນີ້ ທີ່ມີຫ້ອງ
ຮ້ອງເພງຄາຣາໂອເກະໄວ້ບໍລິການ ພະນັກງານແມ່ຍິງຄົນນຶ່ງຮ້ອງເພງຢູ່ທາງໃນຮ້ານ
ຂະນະທີ່ອີກຄົນນຶ່ງອອກມາເຕ້ນລໍາໄປຕາມຈັງຫວະເພງ.
ການເດີນສວນສະໜາມທະຫານຢູ່ທີ່ນີ້ ປົກກະຕິແລ້ວຈະມີຂຶ້ນທຸກໆຫ້າປີ ໃນຈໍາພວກປີທີ່
ມີເລກທ້າຍ ສູນຫລືເລກຫ້າ. ແຕ່ສະເພາະປີນີ້ ຢູ່ນອກໂຮງ ແຮມຊຶ່ງຈັດເປັນທີ່ພັກຮັບຮອງ
ພວກນັກຂ່າວຕ່າງປະເທດ ເກົາຫລີເໜືອໄດ້ຈັດໃຫ້ມີການເດີນສວນສະໜາມຂອງທະຫານ
ຂະໜາດໃຫຍ່ໂຕ ຊຶ່ງພວກ ນັກຊ່ຽວຊານເຊື່ອວ່າ ການສະແດງກໍາລັງດັ່ງກ່າວ ແມ່ນມີເປົ້າ
ໝາຍເພື່ອສະແດງແສນຍານຸພາບທາງທະຫານຂອງເກົາຫລີເໜືອ ລ່ວງໜ້າພິທີສະເຫລີມ
ສະຫລອງຄົບຮອບນຶ່ງຮ້ອຍປີຂອງວັນເກີດຂອງທ່ານກິມ ອິລ ຊຸງ ຜູ້ກໍຕັ້ງປະເທດໃນປີໜ້າ.
ເບິ່ງວີດີໂອລາຍງານພາສາອັງກິດຂອງນັກຂ່າວ Sungwon Baik: