ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເປີດເຜີຍ ເອກະສານ ຫຼາຍພັນສະບັບ ທີ່ຍຶດມາໄດ້ ຈາກເຮືອນນາຍ Bin Laden


ພາບຈາກວີດີໂອ ຂອງ Osama Bin Laden ໄດ້ຖືກເຜີຍແຜ່ ໂດຍຫ້ອງການ ​ຂອງ​ຫົວໜ້າ​ອົງການ​ສືບ​ລັບ​ແຫ່ງ​ຊາດ ຫຼື Office of the Director of National Intelligence (ODNI) ໃນວັນທີ 20 ພຶດສະພາ 2015, Osama Bin Laden ຊ້ອມອ່ານຄຳປາໄສ ໃນຂະນະທີ່ ປາກົດໂຕ ຢູ່ໃນວີດີໂອບັນທຶກ ທີ່ກ່ຽວພັນກັບ "Bin Laden's Bookshelf," ເປັນຫໍ່ໜຶ່ງຂອງການຖືກຈັດ​ບໍ່​​ໃຫ້​ເປັນ
ຄວາມ​ລັບ ອີກຕໍ່ໄປ.
ພາບຈາກວີດີໂອ ຂອງ Osama Bin Laden ໄດ້ຖືກເຜີຍແຜ່ ໂດຍຫ້ອງການ ​ຂອງ​ຫົວໜ້າ​ອົງການ​ສືບ​ລັບ​ແຫ່ງ​ຊາດ ຫຼື Office of the Director of National Intelligence (ODNI) ໃນວັນທີ 20 ພຶດສະພາ 2015, Osama Bin Laden ຊ້ອມອ່ານຄຳປາໄສ ໃນຂະນະທີ່ ປາກົດໂຕ ຢູ່ໃນວີດີໂອບັນທຶກ ທີ່ກ່ຽວພັນກັບ "Bin Laden's Bookshelf," ເປັນຫໍ່ໜຶ່ງຂອງການຖືກຈັດ​ບໍ່​​ໃຫ້​ເປັນ ຄວາມ​ລັບ ອີກຕໍ່ໄປ.

ສະຫະລັດ​ໄດ້​ເປີດ​ເຜີຍ​ຕໍ່​ສາທາລະນະຊົນ ​ເອກະສານ​ຫຼາຍພັນ
​ສະບັບ ທີ່​ເກັບ​ກູ້​ເອົາ​ມາ​ໄດ້​ ຈາກເຮືອນ​ຂອງ ນາຍ Osama bin
Laden ຢູ່​ໃນ​ປາ​ກິ​ສຖານ ຫຼັງຈາກ​ຜູ້ກ່ຽວ​ຖືກ​ສັງ​ສານ ​ໃນ​ການ​ບຸກ​
ໂຈ​ຕີ ​ໂດຍ​ໜ່ວຍກ້າ​ຕາຍ SEALs ຂອງ​ກອງທັບ​ເຮືອ​ສະຫະລັດ
​ເມື່ອ​ສີ່​ປີ​ກ່ອນ.

​ເອກະ​ສານ​ທີ່ມີການ​ເປີດ​ເຜີຍ ​ໃນ​ວັນ​ພຸດ​ວານ​ນີ້ ແມ່ນ​ລວມທັງ
ຈົດໝາຍ​ສ່ວນ​ຕົວຕ່າງໆ ໄປຫາ​ທ້າວ Hamza ຜູ້​ເປັນລູກ​ຊາຍ
ຂອງ​ນາຍ bin Laden ​ຕະຫລອດບົດຄວາມ​ ທີ່​ຍືດຍາວ ຮຽກຮ້ອງ
​ໃຫ້​ສັງຫານຊາວ​ອາ​ເມຣິກັນ ​ແລະ ການຫລົ້ມສະຫລາຍ ຂອງ
​ປະ​ເທດ​ຕາ​ເວັນຕົກ.

ກ້ອບປີ ຂອງເອກະສານຄຳຮ້ອງຂໍ້ເຂົ້າຮ່ວມ ເຄືອຂ່າຍກໍ່ການຮ້າຍ ຂອງ ນາຍ Osama bin Laden ແມ່ນໄດ້ຖືກຖ່າຍພາບໄວ້ ໃນວໍຊິງຕັນ, ວັນທີ 20 ພຶດສະພາ 2015.
ກ້ອບປີ ຂອງເອກະສານຄຳຮ້ອງຂໍ້ເຂົ້າຮ່ວມ ເຄືອຂ່າຍກໍ່ການຮ້າຍ ຂອງ ນາຍ Osama bin Laden ແມ່ນໄດ້ຖືກຖ່າຍພາບໄວ້ ໃນວໍຊິງຕັນ, ວັນທີ 20 ພຶດສະພາ 2015.

ບັນດານັກວິ​ເຄາະ ກ່າວ​ວ່າ ເອກ​ະສານ​ເຫຼົ່ານັ້ນ ຈະ​ນຳ​ສະ​ເໜີ
ພຽງ​ເຫຼັກນ້ອຍ ກ່ຽວກັບການເຮັດວຽກ​ພາຍ​ໃນ​ກຸ່ມ al-Qaida
​ແລະ ຊາຍທີ່ເປັນ​ຜູ້ນຳພາ​ອົງການ​ດັ່ງກ່າວ​.

ຫ້ອງການ ​ຂອງ​ຫົວໜ້າ​ອົງການ​ສືບ​ລັບ​ແຫ່ງ​ຊາດ ກ່າວ​ວ່າ
ເອກ​ະສານ ອີກຫຼາຍຮ້ອຍ​ສະບັບ ​ພວມກຳລັງ​ຢູ່​ລະຫວ່າງ
​ການກວດ​ສອບ​ ທີ່ອາດ​ເປັນ​ໄປ​ໄດ້ວ່າ ຈະຖືກຈັດ​ບໍ່ໃຫ້​ເປັນ
ຄວາມ​ລັບ​ອີກ​ຕໍ່​ໄປແລ້ວ ​ແລະ ຈະ​ມີການເປີດ​ເຜີຍ​ໄດ້ ​
ໃນ​ອະນາ​ຄົດ.

US Bin Laden Documents
please wait

No media source currently available

0:00 0:00:44 0:00

The U.S. has made public thousands of documents recovered from Osama bin Laden's compound in Pakistan after was killed in raid by U.S. Navy SEALs four years ago. .

The documents released Wednsday range from personal letters to bin Laden's son Hamza, to a screed calling for the killing of Americans and the downfall of the West.

Analysts say the documents offer a glimpse of the inner workings of al-Qaida and the man who led the organization.

The Office of the Director of National Intelligence said hundreds of additional documents are under scrutiny for possible future declassification and release.

XS
SM
MD
LG