ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບໍ່ມີຄວາມກ້າວໜ້າ ໃນການເຈລະຈາ ເລື່ອງນິວເຄລຍ ກັບອີຣ່ານ


ທ່ານ Herman Nackaerts, ຄົນກາງ, ຫົວໜ້າກວດການີວເຄຍສະຫະປະຊາຊາດຫລື IAEA
ທ່ານ Herman Nackaerts, ຄົນກາງ, ຫົວໜ້າກວດການີວເຄຍສະຫະປະຊາຊາດຫລື IAEA
ບັນດາຜູ້ຕາງໜ້າຂອງອີຣ່ານແລະອົງການຄຸ້ມຄອງນິວເຄຼຍຂອງ
ສະຫະປະຊາຊາດໄດ້ມ້ວນທ້າຍການເຈລະຈາອີກຮອບນຶ່ງໂດຍ
ບໍ່ສາມາດບັນລຸການຕົກລົງກັນໄດ້ ກ່ຽວກັບການເຂົ້າໄປກວດກາ ເບິ່ງສະຖານທີ່ນິວເຄລຍທີ່ຍັງເປັນບັນຫາຖົກຖຽງໂຕ້ແຍ້ງ.

ຄະນະຜູ້ຕາງໜ້າຂອງທັງສອງຝ່າຍ ໄດ້ພົບປະກັນທີ່ນະຄອນ
ວຽນນາໃນວັນສຸກວານນີ້ ເພື່ອສົນທະນາຫາລື ກ່ຽວກັບການ
ເຂົ້າໄປກວດກາ ເບິ່ງສະຖານທີ່ນິວເຄຼຍ ຂອງອີຣ່ານ ຢູ່ເມືອງ
Parchin ທີ່ຕັ້ງຢູ່ໃນຄ້າຍທະຫານຫ່າງຈາກນະຄອນຫຼວງເຕ
ຫະຣ່ານ ໄປທາງກໍ້າຕາເວັນອອກສຽງໃຕ້. ບັນດາປະເທດຕາ
ເວັນຕົກສົງໄສວ່າສະຖານທີ່ແຫ່ງນີ້ ອາດແມ່ນມີສ່ວນພົວພັນ
ກັບໂຄງການສ້າງອາວຸດນິວເຄຼຍຂອງອີຣ່ານ.

ລຸນຫຼັງການເຈລະຈາກັນແລ້ວ ທ່ານ Herman Nackaerts ຫົວໜ້າກວດກາຂອງອົງ ການພະລັງງານປະລະມະນູສາກົນ ກ່າວຕໍ່ພວກນັກຂ່າວວ່າ ທາງອົງການ ຍັງມີຄວາມ ຫວັງຢູ່ ທີ່ຈະແກ້ໄຂບັນຫາທີ່ຍັງບໍ່ລົງຮອຍກັນ.

ທ່ານ Nackaerts ກ່າວວ່າ ໃນເວລານີ້ຍັງບໍ່ທັນມີແຜນການທີ່ຈະເປີດການປະຊຸມຮອບ ໃໝ່ເທື່ອ.

ຂະນະດຽວກັນ ເອກອັກຄະລັດຖະທູດອີຣ່ານ ທ່ານ Ali Ashar Soltanieh ກ່າວວ່າ ການເຈລະຈາຂອງທັງສອງຝ່າຍໄດ້ປະສົບກັບຄວາມຄືບໜ້າ.

ອີຣ່ານແລະອົງການປະລະມະນູສາກົນໄດ້ທຳການເຈລະຈາເປັນບາງຄັ້ງບາງຄາວມາໄດ້
ຫຼາຍເດືອນແລ້ວກ່ຽວກັບການເຂົ້າໄປກວດກາເບິ່ງສະຖານທີ່ນິວເຄຼຍຢູ່ເມືອງ Parchin.
ອົງການພະລັງງານປະລະມະນູສາກົນກ່າວວ່າ ເມືອງ Parchin ອາດເປັນບ່ອນທົດລອງ ໃນການເຮັດຫົວລະເບີດນິວເຄລຍ.

ລາຍງານຂ່າວທີ່ອ້າງຄວາມເຫັນຈາກອົງການພະລັງງານປະລະມະນູໃນໄລຍະສອງສາມ ມື້ຜ່ານມານີ້ໄດ້ສະແດງຄວາມຢ້ານກົວວ່າ ອີຣ່ານພວມເສີມຂະຫຍາຍການປະຕິບັດງານ
ໃນການສ້າງອາວຸດນິວເຄລຍໂດຍໄດ້ຕິດຕັ້ງເຄື່ອງກັ່ນທາດຢູເຣນຽມໃໝ່ຢູ່ສະຖານທີ່ນິວ ເຄລຍໃຕ້ດິນອີກແຫ່ງນຶ່ງ ທີ່ເມືອງ Fordow.
XS
SM
MD
LG