ບໍລິສັດດາວທຽມອັງກິດ ກ່າວວ່າ ບັນດາເຈົ້າໜ້າທີ່ຍັງບໍ່ທັນ
ໄດ້ຊອກຫາ ໃນອັນທີ່ຕົນເຊື່ອວ່າ ເປັນບ່ອນທີ່ມີຄວາມເປັນ
ໄປໄດ້ສູງ ຈະເປັນບ່ອນຕົກ ຂອງເຮືອບິນອາຍພົ່ນສາຍການ
ບິນມາເລເຊຍ ທີ່ກຳລັງຫາຍສາບສູນໄປຢູ່ນີ້.
ໃນຫວ່າງໄວໆຜ່ານມານີ້ ບັນດາເຈົ້າໜ້າທີ່ໄດ້ເສັດສິ້ນການ
ຊອກຄົ້ນຫາເຮືອບິນລຳນີ້ ເປັນເວລາສອງເດືອນເຕັມໃນ
ເນື້ອທີ່ 850 ກີໂລແມັດມົນທົນໃນເຂດພາກໃຕ້ຂອງທ້ອງ
ມະຫາສະມຸດອິນເດຍໂດຍບໍ່ໄດ້ຮັບຜົນສຳເລັດ.
ການຊອກຄົ້ນໃນສະຖານທີ່ດັ່ງກ່າວແມ່ນອີງຕາມສັນຍານ
ທາງດ້ານເອເລັກໂຕຣນິກຕ່າງໆທີ່ສົ່ງມາຈາກເຮືອບິນລຳນີ້ໄປຍັງດາວທຽມໂທ
ລະຄົມມະນາຄົມ ທີ່ບໍລິສັດ Inmarsat ຂອງອັງກິດເປັນເຈົ້າຂອງນັ້ນ.
ເຈົ້າໜ້າທີ່ທ່ານນຶ່ງຈາກບໍລິສັດ Inmarsat ກ່າວຕໍ່ອົງການຂ່າວ BBC ໃນວັນອັງ
ຄານມື້ນີ້ວ່າ ສະຖານທີ່ດັ່ງກ່າວແມ່ນຢູ່ “ໃນພາກຕາເວັນອອກ ສຽງເໜືອໄປ
ອີກຈາກຂົງເຂດທີ່ຄຶດວ່າເປັນບ່ອນທີ່ເຮືອບິນລຳນີ້ຕົກໄດ້ ຫຼາຍທີ່ສຸດນັ້ນ.”
ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ເຮືອອອສເຕຣເລຍລຳນຶ່ງທຳອິດແມ່ນໄດ້ ມຸ້ງໜ້າໄປ
ຍັງບ່ອນທີ່ເອີ້ນວ່າ “hotspot” ຫຼືບ່ອນທີ່ເປັນໄປໄດ້ສູງທີ່ສຸດ ແຕ່ໄດ້ຫັນເຫໄປທາງ
ອື່ນ ຫຼັງຈາກໄດ້ຮັບສັນຍານຕ່າງໆ ທີ່ຄຶດວ່າມາ ຈາກກ່ອງສີດຳ ຫຼືເຄື່ອງບັນທຶກຂໍ້
ມູນການບິນໃນເຮືອບິນລຳທີ່ຫາຍສາບສູນໄປນັ້ນ.
ບັນດາເຈົ້າໜ້າທີ່ອອສເຕຣເລຍ ໄດ້ກ່າວປ້ອງກັນໃນການເລືອກເຂດຊອກຫາເຮືອ
ບິນຂອງຕົນ ໂດຍເວົ້າວ່າ ສຽງ “pings” ໄດ້ເປັນສິ່ງນຳ ພາດີທີ່ສຸດທີ່ມີຢູ່ໃນເວລາ
ນັ້ນ.
ເຮືອບິນ Boeing 777 ຂອງສາຍການບິນມາເລເຊຍກຳລັງບິນມຸ້ງໜ້າ ຈາກກົວ
ລາລຳເປີໄປຍັງນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 8 ມີນາ ເວລາມັນຫາຍໄປ
ແລະບັນທຸກຄົນໂດຍສານພ້ອມດ້ວຍຈຸບິນ 239 ຄົນຢູ່ໃນເຮືອບິນ.
ການຊອກຫາຢ່າງຂະໜານໃຫຍ່ ໂດຍມີຫຼາຍປະເທດປະກອບສ່ວນນຳ ໄດ້ຍຸດຕິ
ລົງເປັນເວລາຊົ່ວຄາວ ໃນຂະນະທີ່ພວກເຮືອຫຼາຍລຳດຳເນີນການຊອກຫາຢ່າງ
ສະລັບຊັບຊ້ອນເປັນເວລາສອງເດືອນໃນທ້ອງມະຫາສະມຸດອິນເດຍ.
ບັນດາເຈົ້າໜ້າທີ່ວາງແຜນຈະໃຊ້ຂໍ້ມູນໃນການຊອກຄົ້ນດັ່ງກ່າວເພື່ອ ຕັດສິນໃຈ
ກ່ຽວກັບບ່ອນດີທີ່ສຸດ ແລະເຄື່ອງມືທີ່ຕ້ອງການເພື່ອສືບຕໍ່ຊອກຄົ້ນໃນທ້ອງມະຫາ
ສະມຸດຕໍ່ໄປ.