ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນຶ່ງ​ຄົນ​ຕາຍ, ສາມ​ຄົນ​ບາດ​ເຈັບ ໃນ​ເຫດ​ຍິງ​ກັນ ​ຢູ່​ໂບດ​ສາ​ສະ​ໜາ ຢິວ ທີ່​ລັດ ຄາ​ລິ​ຟໍ​ເນຍ


​ນາງ ເຈັ​ສ​ຊິ​ກາ ພາກ​ສ໌, ຂວາ, ກອດ​ນາງ ທີ​ນາ ໄວ​ທ໌ ຢູ່​ນອກ ໂບດ​ສາ​ສະ​ໜາ​ຢິວ ຈາ​ບັດ ແຫ່ງ​ເມືອງ ພາວ​ເວ. ລັດ ຄາ​ລິ​ຟໍ​ເນຍ. 27 ເມ​ສາ, 2019
​ນາງ ເຈັ​ສ​ຊິ​ກາ ພາກ​ສ໌, ຂວາ, ກອດ​ນາງ ທີ​ນາ ໄວ​ທ໌ ຢູ່​ນອກ ໂບດ​ສາ​ສະ​ໜາ​ຢິວ ຈາ​ບັດ ແຫ່ງ​ເມືອງ ພາວ​ເວ. ລັດ ຄາ​ລິ​ຟໍ​ເນຍ. 27 ເມ​ສາ, 2019

ມີ​ນຶ່​ງ​ຄົນ​ເສຍ​ຊິ​ວິດ ແລະ ອີກ​ສາມ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ໄດ້​ເຂົ້າ​ໄປ​
ໃນໂບດສາສະໜາຢິວ ແລະ ຍິງປືນໃສ່ຜູ້ຄົນໃນເມືອງ ພາວເວ, ລັດຄາລິຟໍເນຍ ເມື່ອ
ວັນເສົາວານນີ້.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ຕຳຫຼວດ​ເມືອງ ແຊ​ນ ດີ​ເອ​ໂກ ທ່ານ ບິ​ລ ກໍ ໄດ້​ກ່າວ​ວ່າ
ຜູ້ຊາຍຜິວຂາວຄົນນຶ່ງໄດ້ເຂົ້າໄປໃນໂບດສາ​ສະ​ໜາຢິວ ຫຼັງຈາກ 11 ໂມງ 30 ຕອນ
ເຊົ້າຕາມເວລາຊາຍຝ່າຍຕາເວັນຕົກຂອງ ສະຫະລັດ ແລະ ໄດ້ລະດົມຍິງປືນກົນຊະ
ນິດ AR ທີ່ຄາດ​ວ່າບໍ່ເຮັດວຽກ ຫຼັງຈາກໄດ້ຍິງອອກໄປຫຼາຍລູກ. ທ່ານໄດ້ກ່າວວ່າ
ປະຊາຊົນ 4 ຄົນຖືກຍິງ ລວມມີແມ່ຍິງຄົນນຶ່ງ, ເດັກຍິງຄົນນຶ່ງ ແລະ ຜູ້ຊາຍສອງຄົນ,
ນຶ່ງໃນນັ້ນແມ່ນອາຈານສາສະໜາຢິວ.

ທ່ານ ກໍ ໄດ້​ກ່າວ​ວ່າ “ໂຊກບໍ່​ດີ, ຄົນ​ຜູ້​ນຶ່ງ​ໄດ້​ເສຍ​ຊີ​ວິ​ດ​ຍ້ອນ​ບາດ​ແຜ​ຂອງ​ລາວ.” ທ່ານ​
ໄດ້ເວົ້າຕື່ມວ່າ ຜູ້ເຄາະຮ້າຍອີກສີ່ຄົນ, ລວມທັງອາຈານສາສະໜາຢິວ ແມ່ນມີອາການ
ຄົງທີ່.

ທ່ານ​ ກໍ ໄດ້​ກ່າວ​ວ່າ ນຶ່ງ​ໃນ​ເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ​ເຂ​ດ​ຊາຍ​ແດນ​ນອກ​ເຄື່ອງ​ແບບ ຜູ້​
ທີ່ໄດ້ເຫັນຜູ້ຊາຍຫຼົບໜີຈາກຈຸດເກີດເຫດ ໄດ້ຍິງປືນໃສ່ຜູ້ຕ້ອງສົງໄສນັ້ນ. ຜູ້ຕ້ອງສົງ
ໄສແມ່ນບໍ່ໄດ້ຖືກຍິງ ແຕ່ໄດ້ຍິງຖືກລົດຂອງລາວ.

ຫົວ​ໜ້າ​ຕຳຫຼວດ​ເມືອງ ແຊນ ດີ​ເອ​ໂກ ທ່ານ ເດ​ວິດ ນິ​ສ​ເລດ ໄດ້​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​
ປາກົດວ່າໄດ້ຕິດຕໍ່ຫາຕຳຫຼວດ ແລະ ຕໍ່ມາໄດ້ຍອມມອບຕົວໃຫ້ເຈົ້າໜ້າທີ່ຕຳຫຼວດ
ເມືອງ ແຊນ ດີເອໂກ ຜູ້ທີ່ໄດ້ເດີນທາງໄປຈຸດເກີດເຫດຍິງກັນ.

ທ່ານ​ໄດ້​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ມີ​ອາ​ຍຸ 19 ປີ ແລະ ອາ​ໄສ​ຢູ່​ໃນ​ເມືອງ ແຊນ ດີ​ເອ​ໂກ.

ທ່ານ ນິສເລດ ໄດ້​ຂ​ຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ ພະ​ແນກ​ຂອງ​ທ່ານ​ແມ່ນ​ກຳ​ລັງ​ຊ່ວຍ​
ເຫຼືອໃນການສືບສວນສອບສວນ, ແລະ ວ່າໃນຂະນະທີ່ບໍ່ຮູ້ວ່າມີໄພຂົ່ມຂູ່ຕ່າງໆ “ໃນ
ການລະຫວ່າງການລະມັດລະວັງຢູ່ນັ້ນ, ພວກເຮົາຈະສະໜອງການລາດຕະເວນພິ
ເສດຢູ່ສະຖານທີ່ບູຊາຕ່າງໆ.”

ວັນ​ເສົາ​ວານນີ້​ແມ່ນ​ວັນ​ສຸດ​ທ້າຍ​ຂອງວັນ​ພັກ ​ເພື່ອ​ລະ​ນຶກ​ເຖິງ​ການ​ອົບ​ພະ​ຍົບ​ຂອງ​ຊາວ
ຢິວຈາກ ອີຈິບ.

ເມືອງ ພາວ​ເວ ຕັ້ງ​ຢູ່​ປະ​ມານ 25 ກິ​ໂລ​ແມັດ​ທາງ​ພາກ​ເໜືອ​ຂອງ​ເມືອງ​ແຊນ ດີ​ເອ​ໂກ.

ທ່ານ ເຄວິນ ແມັກ​ອາ​ລີ​ແນັນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​
ພາຍໃນ ໄດ້ກ່າວວ່າ ກະຊວງຂອງທ່ານ “ຈະດຳເນີນການທຸກຢ່າງທີ່ມີຄວາມຈຳເປັນ
ເພື່ອຊ່ວຍສືບສວນສອບສວນ ແລະ ຮັບປະກັນວ່າ ຜູ້ທີ່ໄດ້ຮັບຜົນກະທົບຈາກໂສກ
ນາດຕະກຳນີ້ ຈະໄດ້ຮັບຄວາມສະຫງົບ ແລະ ຄວາມເປັນທຳທີ່ເຂົາເຈົ້າຄວນໄດ້ຮັບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG