ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຖິງແມ່ນວ່າ ອັດຕາເງິນເຟີ້ ໄດ້ຫລຸດລົງຢ່າງຕໍ່ເນື່ອງ ແຕ່ປະຊາຊົນລາວ ຍັງປະເຊີນກັບຄ່າຄອງຊີບ ທີ່ສູງຂຶ້ນນັບມື້


ຕະຫຼາດຂາຍໄຂ່ໄກ່ ແລະເຂົ້າສານ ຢູ່ບ້ານໂຊກໃຫຍ່ ນະຄອນວຽງຈັນ
ຕະຫຼາດຂາຍໄຂ່ໄກ່ ແລະເຂົ້າສານ ຢູ່ບ້ານໂຊກໃຫຍ່ ນະຄອນວຽງຈັນ

ອັດຕາເງິນເຟີ້ຫລຸດລົງຢ່າງຕໍ່ເນື່ອງ ຫາກແຕ່ປະຊາຊົນລາວ ຍັງປະເຊີນກັບບັນຫາຄ່າຄອງຊີບສູງ ໂດຍທີ່ລັດຖະບານລາວ ບໍ່ສາມາດຄວບຄຸມໄດ້ເລຍ ເພາະສິນຄ້າສ່ວນໃຫຍ່ ຍັງນຳເຂົ້າຈາກຕ່າງປະເທດຢູ່ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ນັກທຸລະກິດໃນສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ ໃຫ້ທັດສະນະວ່າ ອັດຕາເງິນເຟີ້ທີ່ຫລຸດລົງຢ່າງຕໍ່ເນື່ອງ ກໍຄືຫລຸດລົງຈາກລະດັບ 41.26 ເປີເຊັນ ໃນເດືອນກຸມພາ 2023 ລົງມາຢູ່ທີ່ລະດັບ 27.80 ເປີເຊັນ ໃນເດືອນກໍລະກົດ 2023 ແລະຄາດວ່າ ຍັງຈະສືບຕໍ່ຫລຸດລົງອີກໃນເດືອນສິງຫາ 2023 ນີ້ ຫາກແຕ່ການຫລຸດລົງຂອງອັດຕາເງິນເຟີ້ດັ່ງກ່າວ ກັບບໍ່ໄດ້ສົ່ງຜົນເຮັດໃຫ້ລະດັບຄ່າຄອງຊີບຂອງປະຊາຊົນລາວ ຫລຸດລົງດ້ວຍແຕ່ຢ່າງໃດ ເພາະອັດຕາເງິນເຟີ້ທີ່ຫລຸດລົງນັ້ນ ເປັນຜົນຈາກການດຳເນີນມາດຕະການທາງດ້ານການເງິນຂອງລັດຖະບານລາວ ດ້ວຍການອອກພັນທະບັດທີ່ເປັນສະກຸນເງິນກີບເຖິງ 4 ຄັ້ງໃນ 6 ເດືອນຕົ້ນປີ 2023 ຊຶ່ງເຖິງແມ່ນວ່າ ຈະເຮັດໃຫ້ທະນາຄານແຫ່ງຊາດລາວ ສາມາດຄວບຄຸມປະລິມານເງິນກີບໃນຕະຫຼາດໄດ້ຫຼາຍຂຶ້ນກໍຕາມ ແຕ່ວ່າລາວ ຍັງຕ້ອງນຳເຂົ້າສິນຄ້າອຸປະໂພກບໍລິໂພກສ່ວນໃຫຍ່ ຈາກຕ່າງປະເທດທີ່ຕ້ອງການໃຊ້ເງິນຕາຕ່າງປະເທດ ເຊັ່ນເງິນບາດ ແລະໂດລາສະຫະລັດ ໃນການຊຳລະຄ່າສິນຄ້ານັ້ນ ດ້ວຍເຫດນີ້ ການອອກພັນທະບັດເປັນສະກຸນເງິນກີບ ຈຶ່ງບໍ່ໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້າຫລຸດລົງແຕ່ຢ່າງໃດ ຊຶ່ງເປັນໄດ້ຈາກດັດຊະນີລາຄາການຊົມໃຊ້ສິນຄ້າທີ່ຍັງສືບຕໍ່ເພີ້ມຂຶ້ນຈາກລະດັບ 169.93 ເປີເຊັນ ໃນເດືອນມັງກອນ ເປັນ 190.16 ເປີເຊັນ ໃນເດືອນກໍລະກົດ 2023 ເພາະວ່າ ລັດຖະບານຍັງບໍ່ທັນໄດ້ມີການສົ່ງເສີມການຜະລິດສິນຄ້າໃນປະເທດ ຢ່າງແທ້ຈິງ ຈຶ່ງຕ້ອງນຳເຂົ້າຈາກຕ່າງປະເທດເປັນຫລັກ ດັ່ງທີ່ນັກທຸລະກິດລາວ ຢືນຢັນວ່າ:

“ດຽວນີ້ ຢາກໃຫ້ລັດຖະບານສົ່ງເສີມນັກລົງທຶນລາວເຮົາເອງ ຜະລິດສິນຄ້າທີ່ຈຳເປັນ ຖ້າຜະລິດໄດ້ ຈະຊ່ວຍຫລຸດຜ່ອນສິນຄ້ານຳເຂົ້າຈາກຕ່າງປະເທດ ສົ່ງເສີມສິນຄ້າພາຍໃນເຮົາ ຖ້າຢາກຜະລິດໄດ້ ກະຕ້ອງສົ່ງເສີມຢ່າງແຂງແຮງໃຫ້ເຂົາຜະລິດໄປກ່ອນ ບໍ່ຟ້າວເກັບພາສີກໍໄດ້ ເຫັນວ່າ ລົງທຶນກະສິເກັບພາສີແພງໆໂລດ ມັນບໍ່ໄດ້ ໃຫ້ເຂົາເຮັດໄປກ່ອນ ໃຫ້ມີກຳໄລກ່ອນ ລະຈຶ່ງເກັບພາສີນຳເຂົາ.”

ສ່ວນເຈົ້າໜ້າທີ່ກະຊວງອຸດສາຫະກຳແລະການຄ້າ ຍອມຮັບວ່າ ການດຳເນີນມາດຕະການຄວບຄຸມລາຄາສິນຄ້າອຸປະໂພກບໍລິໂພກ ທີ່ຂາດປະສິດທິພາບຂອງລັດຖະບານລາວ ທີ່ນອກຈາກຈະກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງໜັກໜ່ວງ ເພາະຕ້ອງແບກຮັບພາລະຄ່າຄອງຊີບທີ່ສູງຂຶ້ນນັບມື້ແລ້ວ ການທີ່ລັດຖະບານຂາດແຄນງົບປະມານຢ່າງຮຸນແຮງ ຈົນບໍ່ສາມາດໃຫ້ການຊ່ວຍເຫຼືອແກ່ປະຊາຊົນໄດ້ເລີຍນັ້ນ ກໍຍັງເຮັດໃຫ້ປະຊາຊົນລາວ ຕ້ອງແກ້ໄຂບັນຫາດ້ວຍຕົວເອງເປັນດ້ານຫລັກອີກດ້ວຍ ຊຶ່ງເຫັນໄດ້ຈາກລາຄາເຂົ້າທີ່ປັບຕົວສູງຂຶ້ນເກີນກວ່າ 75 ເປີເຊັນທັງທີ່ວ່າ ຜົນຜະລິດເຂົ້າໃນລາວ ມີປະລິມານທີ່ພຽງພໍສຳລັບການບໍລິໂພກໃນປະເທດ ຫາກແຕ່ລາຄາເຂົ້າກໍຍັງສືບຕໍ່ປັບຕົວສູງຂຶ້ນນັບມື້ ດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ໃຫ້ການອະທິບາຍວ່າ:

“ສາເຫດທີ່ເຂົ້າກິນໃນປີນີ້ ລາຄາສູງຂຶ້ນ ປັດໄຈອັນເນື່ອງມາຈາກ 1. ຫລະແມ່ນເວົ້າເລື້ອງລາຄາປຸຍກະມີການເພີ້ມຂຶ້ນ 2. ແມ່ນລາຄານ້ຳມັນເຊື້ອໄຟແພງ 3. ກະຄ່າແຮງງານກະແພງ 4. ກະສະພາວະອັດຕາເງິນເຟີ້ ເຮັດໃຫ້ຄ່າຄອງຊີບສູງຂຶ້ນ ແລະອີກບັນຫາໜຶ່ງກະແມ່ນເນື່ອງມາຈາກຊ່ວງລະຍະນີ້ ເປັນລະດູຝົນ ລະດູດຳນາ ຖືວ່າ ປະຊາຊົນນີ້ກັກຕຸນເຂົ້າໄວ້ ເຂົາບໍ່ເອົາອອກຈຳໜ່າຍ ຈົນວ່າມື້ໃດ ຈະໄດ້ກ່ຽວເຂົ້າ ເຂົາຈຶ່ງຈະເອົາເຂົ້າອອກຂາຍເນາະ ອັນນັ້ນເປັນເຫດຜົນທີ່ວ່າ ເຮັດໃຫ້ລາຄາເຂົ້າສູງຂຶ້ນ.”

ນອກຈາກນີ້ ການຕົກຕ່ຳລົງຂອງຄ່າເງິນກີບທີ່ເປັນຜົນຈາກການທີ່ລາວ ໄດ້ມີການນຳເຂົ້າສິນຄ້າຫຼາຍກວ່າການສົ່ງສິນຄ້າອອກໄປຕ່າງປະເທດ ຍັງເຮັດໃຫ້ດັດຊະນີລາຄາການຊົມໃຊ້ສິນຄ້າເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍເພີ້ມຂຶ້ນຈາກ 124.23 ເປີເຊັນ ໃນເດືອນເມສາ 2022 ເປັນ 190.16 ເປີເຊັນໃນເດືອນກໍລະກົດ 2023.

XS
SM
MD
LG