ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນຫາອັດຕາເງິນເຟີ້ໃນລາວ ສົ່ງຜົນກະທົບຕໍ່ບັນດານັກທຸລະກິດພາຍໃນປະເທດ


ເງິນ​ກີບໃບ 100,000 ກີບ​ຂອງ​ລາວ
ເງິນ​ກີບໃບ 100,000 ກີບ​ຂອງ​ລາວ

ບັນ​ຫາ​ເສດ​ຖະ​ກິດ​ຝືດ​ເຄືອງ ແລະ ອັດ​ຕາ​ເງິນ​ເຟີ້​ໃນ​ປະ​ເທດ​ລາວ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ບັນ​ດາ​ນັກ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ​ຢ່າງ​ຮຸນ​ແຮງ. ເຊິ່ງຫຼາຍ​ທຸ​ລະ​ກິດ​ແມ່ນ​ໄດ້​ຖືກ​ປິດ​ໄປ ແລະ ຢຸດ​ຊົ່ວ​ຄາວ​ ຍ້ອນ​ລາຍ​ໄດ້​ບໍ່​ຄຸ້ມ​ຄ່າ ກັບ​ການ​ດຳ​ເນີນ​ທຸ​ລະ​ກິດ.

ຜູ້​ດຳ​ເນີນ​ກິດ​ຈະ​ການ​ຮ້ານ​ອາ​ຫານ​ຢູ່​ນະ​ຄອນຫຼວງວຽງ​ຈັນ ທ່ານ​ນຶ່ງ​ໄດ້​ກ່າວ​ຕໍ່​ພວກ​ເຮົາ​ວ່າ “ດຽວນີ້​ເຮັດ​ທຸ​ລະ​ກິດ​ຢູ່​ລາວ​ແມ່ນ​ຍາກຫຼາຍ. ຕະຫຼາດບໍ່​ໃຫຍ່​ຊ້ຳ​ພັດ​ເຈິ​ບັນ​ຫາ​ເງິນ​ເຟີ້​ອີກ. ຮ້ານ​ອາ​ຫານ​ຂອງ​ອ້າຍ​ຫາ​ກໍ່​ປິດ​ເດືອນ​ແລ້ວນີ້ ເພາະ​ວ່າວັດ​ຖຸ​ດິບແພງ, ຈ້າງ​ຄົນ​ກະ​ແພງ, ລູກ​ຄ້າ​ກະ​ມີບໍ່​ຫຼາຍ. ມັນ​ລຳ​ບາກຫຼາຍ​ຊ່ວງນີ້.”

ປະ​ເທດ​ລາວ​ໄດ້​ນຳ​ເຂົ້າ​ສິນ​ຄ້າ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ສ່ວນຫຼາຍ​ຈາກ​ປະ​ເທດ​ເພື່ອ​ນ​ບ້ານ​ຄື​ປະ​ເທດ ໄທ. ການ​ຄ້າ​ລະ​ຫວ່າງ​ລາວ​ກັບ​ໄທໃນ​ໄລ​ຍະ 10 ເດືອນ​ຂອງ​ປີ 2022 ນີ້​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ​ເຖິງ 15 ເປີ​ເຊັນ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ໃນ​ປີ 2021 ທີ່​ຜ່​ານ​ມາ.

ນັກ​ທຸ​ລະ​ກິດ​ທ່ານ​ນຶ່ງ​ໄດ້​ບອກ​ພວກ​ເຮົາ​ວ່າ​ຢູ່​ລາວ ​ເຮັດ​ທຸ​ລະ​ກິດ​ໄດ້ ​ແຕ່​ແຮງ​ງານ​ແມ່ນ​ບັນ​ຫາ​ໃຫຍ່ກວ່າ​ໝູ່ ເພາະ​ວ່າ​ສີ​ມື​ຂອງ​ແຮງ​ງານ​ລາວ​ແມ່ນ​ຕ່ຳ, ພະ​ນັກ​ງານ​ແມ່ນບໍ່​ສາ​ມາດ​ເຮັດ​ວຽກ​ທັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ຈົ​ນ​ຕົນ​ເອງ​ຕ້ອງ​ໄດ້​ລົງ​ມື​ເຮັດ​ເອງ​ເກືອບ​ທຸກ​ຢ່າງ.

XS
SM
MD
LG