ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເງິນກີບຂອງລາວ ອ່ອນຄ່າລົງ ອາດບໍ່ແມ່ນສາເຫດຕົ້ນຕໍ ທີ່ພາໃຫ້ການທ່ອງທ່ຽວ ໃນລາວຂະຫຍາຍໂຕຂຶ້ນ


ຮ້ານຊັບພະສິນຄ້າ D-MART ຢູ່ເຂດທາດຫຼວງ, ນະຄອນວຽງຈັນ
ຮ້ານຊັບພະສິນຄ້າ D-MART ຢູ່ເຂດທາດຫຼວງ, ນະຄອນວຽງຈັນ

ການທີ່ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວຫຼາຍຂຶ້ນ ບໍ່ໄດ້ໝາຍຄວາມວ່າ ເປັນຍ້ອນເງິນກີບລາວ ອ່ອນຄ່າລົງ. ໄຊ​ຈະ​ເລີນ​ສຸກມີ​ລາຍ​ງານ​ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ນັບແຕ່ເດືອນກໍລະກົດປີກາຍນີ້ເປັນຕົ້ນມາ ຫລັງຈາກລາວເປີດປະເທດຢ່າງເຕັມ ສ່ວນແລ້ວ ລາວກໍໄດ້ຕ້ອນຮັບນັກທ່ອງທ່ຽວນັບມື້ນັບຫລາຍຂຶ້ນ ຊຶ່ງບາງຄົນກໍຄິດວ່າ ອາດເປັນຍ້ອນເງິນກີບລາວ ອ່ອນຄ່າລົງນັບມື້ ຊຶ່ງເຮັດໃຫ້ຄົນຕ່າງປະເທດທີ່ມີສະກຸນເງິນທີ່ແຂງຄ່າ ມີຄວາມສາມາດໃຊ້ຈ່າຍສໍາລັບການກິນຢູ່ ແລະເດີນທາງໄປທ່ຽວສະຖານທີ່ຕ່າງໆໄດ້ຫລາຍຂຶ້ນ ດັ່ງທີ່ເຈົ້າຂອງລົດຕູ້ນໍາທ່ຽວ ທ່ານນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າ:

“ເອົາເງິນບາດມາມາແຕກມັນກະໄດ້ຫລາຍ ເຂົາມາດຸຸທ່າງທ່ຽວ ຄົນໄທກະແຮງມາທ່ຽວຫລາຍ”.

ລົດເມຜູ້ໂດຍສານ ຈາກວຽງຈັນ ໄປ ກຸງເທບ ຈອດຢູ່ສະຖານີລົດເມ ໃນນະຄອນວຽງຈັນ, ສປປ ລາວ
ລົດເມຜູ້ໂດຍສານ ຈາກວຽງຈັນ ໄປ ກຸງເທບ ຈອດຢູ່ສະຖານີລົດເມ ໃນນະຄອນວຽງຈັນ, ສປປ ລາວ

ແຕ່ບາງຄົນກັບເຫັນວ່າ ເຖິງແມ່ນເງິນກີບລາວ ອ່ອນຄ່າລົງກໍຕາມ ແຕ່ມັນກໍບໍ່ ໄດ້ມີສ່ວນຊ່ວຍກະຕຸ້ນອັນຫລວງຫລາຍໃຫ້ນັກທ່ອງທ່ຽວເຂົ້າມາລາວ ປານໃດ ທັງນີ້ກໍເພາະວ່າ ສິນຄ້າສ່ວນໃຫຍ່ແມ່ນນໍາເຂົ້າຈາກຕ່າງປະເທດ ຈຶ່ງເຮັດໃຫ້ ໄພເງິນເຟີ້ນັບມື້ສູງຂຶ້ນ ເຮັດໃຫ້ລາຄາອາຫານຖີບຕົວສູງຂຶ້ນຢ່າງວ່ອງໄວ ຕາມສະພາບການຂຶ້ນລົງຂອງຄ່າເງິນກີບ ດັ່ງທີ່ນັກທຸລະກິດ ບໍລິການລົດໃຫ້ເຊົ່າ ທ່ານນຶ່ງ ໃຫ້ຄໍາເຫັນວ່າ:

“ມີຢູ່ຄົນລາວແນ່ ຄົນໄທກະມີຢູ່ ພໍໄດ້ຢູ່ໆ ມັນກະບໍ່ແມ່ນສະເໝີໄປ ສ່ວນຫລາຍຄົນໄທເຂົາກະມາຕາມແຜນ ເພາະທົວເຂົາຈ່ອງໄວ້ ເປັນເດືອນໆຊີ້ໜາ ຕ່າງປະ ເທດມັນກະມີມາຫລາຍຢູ່ ວັງວຽງມາຫລາຍ ເກົາຫລີກະມີ ຍີ່ປຸ່ນກະມີ ມັນຫາກຄ່ອຍທະຍອຍມາຫັ້ນແຫລະ ກະມັນເງິນໂລດາຄືເກົ່າຫັ້ນແຫລະລາຄາເງິນໂດລາຄືເກ່າຫັ້ນລະ”

ຈໍານວນນັກທ່ອງທ່ຽວເຂົ້າມາລາວ ໃນແຕ່ລະເດືອນ ມີຈໍານວນເພີ້ມຂຶ້ນ ນັບແຕ່ເດືອນກໍລະກົດປີ 2022 ເປັນຕົ້ນມາ ຊຶ່ງກໍຄື ໃນເດືອນນັ້ນມີນັກທ່ອງທ່ຽວເພີ້ມຂຶ້ນ 25.56 ເປີເຊັນ, ຈາກນັ້ນ ກໍເພີ້ມຂຶ້ນເລື້ອຍໆ ຈົນຮອດເດືອນມິຖຸນາຜ່ານມາ ກໍເພີ້ມຂຶ້ນ 28.64 ເປີເຊັນ, ອີງຕາມອົງການທ່ອງທ່ຽວຂອງລາວ ຂະນະດຽວກັນ ໄພເງິນເຟີ້ກໍສູງຂຶ້ນເລື້ອຍໆເຊັ່ນກັນ ຊຶ່ງກໍຄືຈາກ 25.56 ເປີເຊັນ ໃນເດືອນກໍລະກົດປີກາຍນີ້ ມາເປັນ 38.86 ເປີເຊັນໃນເດືອນພຶດສະພາ 2023 ຜ່ານມາ.

ບ່ອນທີ່ນັກທ່ອງທ່ຽວນິຍົມໄປທີ່ສຸດໃນລາວ ກໍຄືເມືອງມໍລະດົກໂລກຫລວງພະບາງ ແຕ່ການຟື້ນຕົວຄືນຢ່າງຊັກຊ້າ ໃນຂະແໜງການນີ້ ຫລັງຈາກເກີດວິກິດການຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ບັນລຸໄດ້ພຽງແຕ່ 26.4 ເປີເຊັນ ຂອງເປົ້າໝາຍທີ່ວາງໄວ້. ໃນໄລຍະ 5 ເດືອນ​ຕົ້ນ​ປີ 2023, ມີ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ​ທົ່ວ​ແຂວງ​ຫລວງພະບາງ ຫລາຍກວ່າ 437 ພັນຄົນ, ໃນ​ນັ້ນ​ນັກ​ທ່ອງ​ທ່ຽວ​ສາ​ກົນ 396,742 ຄົນ. ໄທ​ເປັນ​ປະ​ເທດ ​ທີ່​ມີ​ຄົນ​ໄປ​ທ່ຽວ​ຫຼວງ​ພະ​ບາງ​ຫຼາຍ​ທີ່​ສຸດ, ຮອງ​ລົງ​ມາ​ ແມ່ນ​ອາ​ເມ​ຣິກັນ, ແລະ​ຈີນ ໃນສອງປີຂ້າງໜ້ານີ້ເມືອງດັ່ງກ່າວຄາດວ່າ ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 3 ລ້ານຄົນ ແລະສ້າງລາຍຮັບໃຫ້ໄດ້ຢ່າງໜ້ອຍ 566 ລ້ານໂດລາ, ອີງຕາມ ທ່ານນາງ ສຸດາພອນ ກົມທະວົງ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ.

ແຕ່ຢ່າງໃດກໍຕາມ, ສໍາລັບນັກທ່ອງທ່ຽວຈີນ ທີ່ເຂົ້າມາລາວຫລາຍນັ້ນ ກໍບໍ່ໄດ້ ໝາຍຄວາມວ່າ ປະຊາຊົນລາວໃນທ້ອງຖິ່ນຈະໄດ້ມີລາຍຮັບຫລາຍ ອີງຕາມນັກວິເຄາະເຫດການຫລາຍທ່ານ, ດັ່ງທີ່ຊົງຣິດ ໂພນເງິນ, ນັກຂ່າວ ຂອງວີໂອເອໄດ້ລາຍງານເມື່ອມໍ່ໆມານີ້ວ່າ ທ່ານສຸຣະວັດ ອັກຄະຣະວໍຣະມາດ ຮອງປະທານສະພາອຸດສາຫະກຳການທ່ອງທ່ຽວປະເທດໄທ ເປີດເຜີຍວ່າ ທຸລະກິດສ່ວນໃຫຍ່ທີ່ກ່ຽວຂ້ອງກັບການໃຫ້ບໍລິການ ແລະນຳພາບັນດານັກທ່ອງທ່ຽວຈີນ ເດີນທາງມາປະເທດໃນເຂດລຸ່ມແມ່ນ້ຳຂອງນັ້ນ ລ້ວນແຕ່ຢູ່ພາຍໃຕ້ການຜູກຂາດ ຂອງເຄືອຂ່າຍກຸ່ມແກັ່ງອາຊະຍາກອນຈີນ ທີ່ຈັດຕັ້ງບໍລິສັດຕົວແທນຂຶ້ນມາ ນັບແຕ່ຄ່າເດີນທາງ, ໂຮງແຮມ, ຮ້ານອາຫານ, ເຄື່ອງດື່ມ, ຄ່າບໍລິການ ແລະ ຄ່າທຳນຽມຕ່າງໆ ຕະຫລອດເຖິງການຈຳໜ່າຍສິນຄ້າ ແລະຂອງທີ່ລະນຶກ ສ່ວນປະເທດທີ່ຮອງຮັບນັກທ່ອງທ່ຽວຈີນ ເຊັ່ນລາວ ແມ່ນໄດ້ຮັບຜົນປະໂຫຍດພຽງສ່ວນຫນ້ອຍເທົ່ານັ້ນ.

XS
SM
MD
LG