ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປປ ລາວ ມີ ເພດຍິງທີ່ຕິດເຊື້ອໂຣກເອດສ໌ ເພີ້ມຂຶ້ນໄວທີ່ສຸດ ໃນເຂດເອເຊຍ-ປາຊີຟິກ


ປ້າຍໂຄສະນາໃຫ້ຄົນໃຊ້ຖົງຢາງອະນາໄມທີ່ລາວ
ປ້າຍໂຄສະນາໃຫ້ຄົນໃຊ້ຖົງຢາງອະນາໄມທີ່ລາວ

ຄົນ​ລາວ​ຍັງຄົງຕິດເຊື້ອ HIV-AIDS ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍຈົນເຖິງທ້າຍປີ 2011 ກໍ ປະກົດວ່າ ມີຄົນ​ລາວ ຕິດເຊື້ອໂຣກດັ່ງກ່າວແລ້ວ ເກືອບເຖິງ 5,000 ຄົນ ແລະຄາດວ່າ ຈະເຖິງ 14 ພັນຄົນໃນປີ 2015 ນີ້.

ທ່ານຈັນທອນ ຄໍາສີບຸນເຮືອງ ຮອງຫົວໜ້າສູນຕ້ານໂຣກເອດສ໌ ແຫ່ງຊາດລາວ ໄດ້
ຖະແຫລງຍອມຮັບວ່າ ໃນປີ 2011 ທີ່ຜ່ານມາ ມີຄົນ​ລາວ ທີ່ຕິດເຊື້ອ HIV-AIDS
ເພີ້ມຂຶ້ນອີກ 670 ຄົນ ຊຶ່ງບໍ່ພຽງແຕ່ຈະເປັນຈໍານວນຜູ້ຕິດເຊື້ອ ທີ່ຫລາຍກວ່າປີ 2010
ເທົ່ານັ້ນ ຫາກແຕ່ດ້ວຍຈໍານວນຄົນຕິດເຊື້ອທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ ດັ່ງກ່າວນີ້ ກໍຍັງຖືວ່າ ເປັນສະພາບການທີ່ໜ້າເປັນຫວ່ງ ຢ່າງຍິ່ງອີກດ້ວຍ.

ທັງນີ້ກໍເນື່ອງຈາກວ່າ ສາເຫດທີ່ເຮັດໃຫ້ຄົນລາວຕິດເຊື້ອ HIV-AIDS ເພີ້ມຂຶ້ນຫລາຍທີ່
ສຸດນັ້ນກໍຄື ການມີເພດສໍາພັນໂດຍບໍ່ມີການປ້ອງກັນ ດ້ວຍການສວມຖົງຢາງອະນາໄມ ໂດຍສະເພາະແມ່ນການຮັກຮ່ວມເພດ ທີ່ເປັນການມີເພດສໍາພັນລະຫວ່າງເພດຊາຍດ້ວຍ
ກັນນັ້ນ ຖືວ່າເປັນສາເຫດ ທີ່ເຮັດໃຫ້ມີຄົນລາວ ຕິດເຊື້ອເພີ້ມຂຶ້ນຫລາຍທີ່ສຸດ ຕິດຕາມ
ດ້ວຍການຕິດເຊື້ອ ຈາກການຄ້າປະເວນີ ແລະການໃຊ້ເຂັມສັກຢາຮ່ວມກັນ ໃນກຸ່ມທີ່ຊົມ
ໃຊ້ຢາເສບຕິດເປັນປະຈໍາ.

ການສະແດງລະຄອນ ເພື່ອປຸກລະດົມ ການຕ້ານໂຣກເອດສ໌ ທີ່ໂຮງສະແດງລະຄອນແຫ່ງນຶ່ງ ທີ່ລາວ
ການສະແດງລະຄອນ ເພື່ອປຸກລະດົມ ການຕ້ານໂຣກເອດສ໌ ທີ່ໂຮງສະແດງລະຄອນແຫ່ງນຶ່ງ ທີ່ລາວ

ຍິ່ງໄປກວ່ານັ້ນ ສູນຕ້ານ
ໂຣກເອດສ໌ແຫ່ງຊາດລາວ
ໄດ້ເປິດເຜີຍໃຫ້ຮູ້ວ່າ ລາວ
ເປັນປະເທດນຶ່ງທີ່ມີປະຊາ
ກອນເພດຍິງຕິດເຊື້ອໂຣກ
HIV-AIDS ເພີ່ມຂຶ້ນຢ່າງໄວ
ວາທີ່ສຸດໃນຂົງເຂດອາຊີ-
ປາຊີຟິກ ເຊິ່ງກໍຄືອັດຕາ
ສະເລ່ຍການຕິດເຊື້ອໂຣກ
HIV-AIDS ຂອງປະຊາກອນ
ເພດຍິງລາວ ໄດ້ເພີ່ມຂຶ້ນຈາກ 18% ຂອງຈໍານວນຜູ້ຕິດເຊື້ອທັງໝົດໃນປີ 1990 ມາ
ເປັນເຖິງ 35% ໃນປີທີ່ແລ້ວນີ້.

ທັງນີ້ ເຖິງແມ່ນວ່າ ອັດຕາ​ການ​ຕິດ​ເຊື້ອ HIV-AIDS ຂອງ​ຄົນ​ລາວ​ໃນ​ປັດຈຸບັນ​ນີ້ ຍັງ​ຄົງ
ຢູ່​ໃນ​ລະດັບ​ທີ່​ຕໍ່າ ເມື່ອ​ທຽບ​ໃສ່​ກັບປະ​ເທດ​ອື່ນໆໃນພູມີພາກດຽວກັນ. ຈາ​ກການ​ສຸ່ມກວດ
ເລືອດ​ຂອງປະຊາຊົນ​ລາວຈໍານວນຫລາຍກສ່າ 2 ແສນຄົນ​ໃນ 17 ​ແຂວງ​ທົ່ວ​ປະ​ເທດ ນັບ
ແຕ່ປີ 1990- 2011 ນັ້ນກໍ​ພົບ​ວ່າ ມີ​ຄົນ​ລາວ​ຕິດ​ເຊື້ອ​ຈໍານວນ 4,942 ຄົນ ​ຫລື​ຄິດ​ເປັນ
ອັດຕາ​ສະ​ເລ່ຍການ​ຕິດເຊື້ອ​ໂຣກດັ່ງກ່າວ​ພຽງ​ແຕ່ 1.6% ​ເທົ່າ​ນັ້ນກໍຕາມ. ຫາກແຕ່ກໍ່ປາ
ກົດວ່າ ມີຄົນທີ່ເປັນໂຣກເອດສ໌ແລ້ວ ຫຼາຍກວ່າ 2,500 ຄົນ ແລະເສຍຊີວິດໄປແລ້ວ ເຖິງ
1,100 ກວ່າຄົນ.

ສະຫະລັດໃຫ້ການຊ່ວຍເຫລືອລາວ ໃນການຕ້ານໂຣກເອດສ໌
ສະຫະລັດໃຫ້ການຊ່ວຍເຫລືອລາວ ໃນການຕ້ານໂຣກເອດສ໌

ຊຶ່ງ​ກໍ​ຍ້ອນ​ວ່າ​ລະບົບ​ໃນ​ບໍລິ
ການ​ດ້ານ​ກາ​ນປິ່ນປົວ ​ແລະ
ການ​ຮັກສາ​ສຸຂະພາບ​ຂອງ​
ລັດຖະບານ​ນັ້ນ​ ຍັງ​ຄົງ​ບໍ່
ສາມາດ​ທີ່​ຈະ​ໃຫ້ການເບິ່ງ
ແຍງ​ບັນດາ​ຄົນ​ລາວ​ທີ່​ຕິດ
ເຊື້ອ​ໂຣກດັ່ງກ່າວ​ນີ້ໄດ້​ຢ່າງ
ທົ່ວ​ເຖິງ ແລະ​ເມື່ອ​ປະກອບ​
ກັບ​ການ​ທີ່​ລາວ​ເປັນ​ປະ​ເທດ
ທີ່ມີ​ຈຸດ​ທີ່​ຕັ້ງ​ຢູ່ເຂດສູນ​ກາງ ​ທີ່​ສາມາດ​ຈະເຊື່ອມ​ຕໍ່​ການຄົມມະນາຄົມ​ແລະ​ຂົນ​ສົ່ງ​ ກັບບັນ
ດາ​ປະ​ເທດ​ ທີ່ຢູ່​ໃນ​ເຂດລຸ່ມ​ແມ່ນໍ້າຂອງ​ດ້ວຍ​ກັນ​ໄດ້​ ໃນ​ທຸກ​ທິດ​ທຸກທາງ​ດ້ວຍ​ແລ້ວ​ ກໍ​ຍັງ​
ນັບ​ເປັນ​ເງຶ່​ອນ​ໄຂສໍາຄັນ​ທີ່​ຈະ​ເຮັດໃຫ້​ປະຊາຊົນ​ລາວ​ມີ​ຄວາມສ່ຽງ​ຢ່າງ​ສູງ ​ທີ່ຈະ​ຕິດ​ເຊື້ອ​
ໂຣກດັ່ງກ່າວ​ນີ້ຫລາຍ​ຂຶ້ນນັບ​ມື້​ອີກ​ດ້ວຍ. ດັ່ງ​ທີ່​ເຈົ້າໜ້າທີ່ລາວໄດ້​ໃຫ້ການຊີ້​ແຈງໃນ​ຕອນ
ນຶ່ງ​ວ່າ:

“ການ​ຕິດ​ເຊື້ອ​ທາງ​ເພດ​ສໍາພັນ​ຢູ່​ບ້ານ​ເຮົາ​ເຫັນ​ວ່າ​ມັນ​ເພີ່ມ​ຫລາຍ​ຂຶ້ນ​ ​
ໃນແຕ່ລະປີ ແລະເປັນປັດໃຈສ່ຽງຕໍ່ການຕິດພະຍາດດັ່ງກ່າວ ​ຢູ່​ໃນ​ຂົງ
ເຂດ​ປະ​ເທດ​ອ້ອມ​ຂ້າງ​ຂອງ​ເຮົາ ​ກໍແມ່ນ​ມີ​ການ​ຕິດ​ເຊື້ອ​ຫລາຍ​ຂຶ້ນ​ ​ແລະ
ລາວ​ເຮົາ​ກໍ​ເປັນທາງ​ຜ່ານ ແນ່ນອນ​ວ່າ ການ​ເດີນທາງ​ໄປ​ມາ​ຫາ​ສູ່ກັນ ​
ຂອງ​ບັນດາ​ນັກ​ທ່ອງ​ທ່ຽວ​ ກໍແມ່ນບັນຫາ​ທີ່​ສະກັດ​ກັ້ນ​ບໍ່​ໄດ້.”

ກຸ່ມ​ປະຊາກອນ​ລາວ​ທີ່​ຕິດເຊື້ອໂຣກ HIV-AIDS ຫລາຍທີ່ສຸດ ກໍ​ຄື​ກຸ່ມ​ແມ່ຍິງ​ທີ່ປະກອບ​
ອາຊີບຢູ່​ໃນ​ພາກ​ບໍລິການ, ກຸ່ມ​ແຮງ​ງານ​ເຄື່ອນຍ້າຍ, ກຸ່ມ​ທີ່​ຊົ​ມໃຊ້​ຢາ​ເສບຕິດ, ກຸ່ມ​ແຮງ
ງານອຸດສາຫະກໍາ, ກຸ່ມ​ນັກຮຽນ​ນັກ​ສຶກສາ​ທີ່ຢູ່​ຕາມ​ຫໍ​ພັກ​ແລະ​ກຸ່ມຮັກຮ່ວມ​ເພດຕາມລໍາດັບ.

ນອກຈາກນັ້ນ ກຸ່ມ​ແຮງງານ​ລາວ​ທີ່​ໄດ້​ພາກັນ​ໄປລັກລອບ​ທໍາ​ງານ​ໂດຍ​ຜິດ​ກົດໝາຍ​ຢູ່​ໃນ
ປະເທດເພື່ອ​ນບ້ານ ໂດຍສະເພາະແມ່ນກຸ່ມແຮງງານລາວເພດຍິງ ທີ່ລັກລອບທໍາງານຢູ່ໃນ
ປະເທດໄທ ໂດຍຜິດກົດໝາຍນັ້ນ ​ກໍມີ​ໂອກາດ​ທີ່​ຈະ​ຖືກ​ບັງຄັບ​ໃຫ້ຕ້ອງ​ຂາຍ​ບໍລິການ​ທາງ
ເພດ​ໂດຍ​ຂາດ​ການ​ປ້ອງ​ກັນ​ຕົນ​ເອງ​ອີກ​ດ້ວຍ ແລະຖ້າຫາກວ່າ ສະພາບການຍັງຄົງເປັນ
ຄືແນວນີ້ຕໍ່ໄປ ກໍເຮັດໃຫ້ມີການຄາດໝາຍວ່າ ຈະມີຄົນລາວຕິດເຊື້ອ HIV-AIDS ເພີ້ມຂຶ້ນ
ອີກເຖິງ 14,000 ຄົນ ພາຍໃນປີ 2015 ໂດຍໃນນະຄອນວຽງຈັນ ແລະແຂວງສະຫວັນ
ນະເຂດ ກໍຈະເປັນພື້ນທີ່ ທີ່ມີຜູ້ຜູ້ຕິດເຊື້ອຫລາຍທີ່ສຸດໃນລາວ ອີກດ້ວຍ.

XS
SM
MD
LG