ປະທານທີ່ຖືກເລືອກໃໝ່ ຂອງສະຫະພັນສະມາຄົມເຕະບານ
ນາໆຊາດຫຼື FIFA ໃຫ້ຄຳໝັ້ນສັນຍາວ່າ ຈະຟື້ນຟູພາບພົດທີ່
ໄດ້ຮັບຄວາມເສຍຫາຍ ຂອງອົງການ FIFA ດ້ວຍການປະຕິ
ຮູບທີ່ແນໃສ່ເພື່ອເຮັດໃຫ້ອົງການ FIFA ມີຄວາມໂປ່ງໃສເປັນ
ອົງການມືອາຊີບແລະມີຄວາມຮັບຜິດຊອບຫຼາຍຂຶ້ນ.
ທີ່ກອງປະຊຸມຖະແຫລງຂ່າວຂອງທ່ານນັ້ນ ທ່ານ Gianni In-
fantino ໄດ້ກ່າວຂອບອົກຂອບໃຈ ຕໍ່ຄະນະທີມງານຂອງອົງ
ການ FIFA ທີ່ໄດ້ເຮັດວຽກ ແບບບໍ່ຮູ້ອິດເມື່ອຍ ໃນລະຫວ່າງ
ທີ່ເກີດຄວາມສັບສົນວຸ້ນວາຍ. ທ່ານກ່າວວ່າທ່ານ ຫວັງວ່າຈະ
ໄດ້ເຮັດວຽກ ຮ່ວມກັບບັນດາພະນັກງານຂອງອົງການ FIFA
ແລະທຸກໆສະມາຄົມເພື່ອຊ່ອຍໃຫ້ກິລາເຕະບານເປັນທີ່ນິຍົມຫຼາຍຂຶ້ນຢູ່ໃນທົ່ວໂລກຮວມ
ທັງບ່ອນທີ່ກິລາດັ່ງກ່າວຍັງບໍ່ທັນໄດ້ຮັບຄວາມນິຍົມເທື່ອໃນເວລານີ້.
ທ່ານ Infantino ຈະປະເຊີນກັບຫລາຍໆບັນຫາທີ່ນອງນັນຂອງອົງການ FIFA ຮວມທັງ
ການສືບສວນທາງດ້ານອາຍາຕໍ່ພວກເຈົ້າໜ້າທີ່ຫລາຍສິບຄົນ ໃນຂໍ້ຫາຄໍຣັບຊັ່ນ.
ການອະນຸມັດກ່ຽວກັບການເປັນເຈົ້າພາບຈັດການແຂ່ງຂັນຊິງຂັນເຕະບານໂລກຫຼື World Cup ສອງຄັ້ງຕໍ່ໄປ ຄືຢູ່ທີ່ປະເທດຣັດເຊຍແລະກາຕ້າກຳລັງຢູ່ໃນລະຫວ່າງການສືບສວນ.
ອົງການ FIFA ໄດ້ເລືອກເອົາທ່ານ Infantino ເປັນປະທານຄົນໃໝ່ ໃນວັນສຸກວານນີ້ ທີ່
ກອງປະຊຸມຫຼວງຂອງອົງການຢູ່ນະຄອນຊູຣິກ.
ທ່ານ Infantino ຊຶ່ງເປັນຄົນອີຕາລີເຊື້ອສາຍສະວິສ ອາຍຸ 45 ປີ ໄດ້ຮັບຄະແນນສຽງທັງ
ໝົດ 115 ສຽງແລະ Sheikh Salman bin Ebrahim Al Khalifa ເຊື້ອພະວົງຂອງບາ
ເຣນ ຊຶ່ງເປັນປະທານ ສະຫະພັນເຕະບານເອເຊຍນັ້ນ ໄດ້ຮັບ 88 ສຽງໃນການເລືອກຕັ້ງ
ຮອບສອງ.