ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ຜູ້ນຳ ອິນໂດເນເຊຍ ຮຽກຮ້ອງໃຫ້ ໃຊ້ຄວາມຍັບຍັ້ງ ແກ້ໄຂ ການຂັດແຍ້ງ ເລື້ອງການເລືອກຕັ້ງ (ສະໄລດ໌/ວີດີໂອ)


ທ່ານ Dedi Saidi, ຂ້າງຊ້າຍ, ຄະນະກຳມະການການ ເລືອກຕັ້ງ ອ່ານເອກະສານ ຂອງຈຳນວນບັດເລືອກຕັ້ງ ທີ່ໄດ້ມາຈາກໜ່ວຍປ່ອນບັດຕ່າງໆ, ທີ່ Bendungan Hilir, ນະຄອນຈາກາຕາ ວັນທີ 10 ກໍລະກົດ 2014.

ປະທານາທິບໍດີ Susilo Bambang Yudhoyono ທີ່​ຈະ​ພົ້ນ​
ຈາກຕຳແໜ່​ງ​ໄປ​ຂອງ​ອິນ​ໂດ​ເນ​ເຊຍຮຽກຮ້ອງ​ໃຫ້​ໃຊ້​ຄວາມ​ຍັບ
​ຍັ້ງ ຫຼັງ​ຈາກບັນ ດາ​ຜູ້ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ທັງ​
ສອງຕ່າງ​ຄົນ​ຕ່າງ​ອ້າງເອົາໄຊຊະນະ ​ໃນ​ການ​ເລືອກ​ຕັ້ງ​ ໃນວັນ
​ພຸດ​ວານ​ນີ້.

​ໃນ​ການ​ສົ່ງຂ່າວຜ່ານທາງ Twitter ນັ້ນ ທ່ານ Yudhoyono ກ່າວ
​ວ່າ ທ່ານ​ໄດ້​ພົບ​ປະ​ກັບ​ຜູ້​ສະໝັກ​ທັງ​ສອງ​ທ່ານ ​ແລະ​ຮຽກຮ້ອງ​ໃຫ້​
ພວກ​ເຂົາ​ເຈົ້າ ຢ່າໄດ້​ລະດົມ​ພວກສະໜັບສະໜຸນ​ ໃຫ້ທຳ​ການ​ສະ
ຫຼອງ​ໄຊຊະນະ ຈົນ​ກວ່າ​ຈະ​ມີ​ການ​ປະກາດ​ຜົນ​ຢ່າງເປັນທາງ​ການ
​ໃຫ້​ຊາບ​ໃນ​ວັນ​ທີ 22 ກໍລະກົດນີ້​ເສຍ​ກ່ອນ.

“ຜົນ​ຂອງ​ການ​ນັບ​ບັດ​ຢ່າງໄວ​ຂັ້ນ​ຕົ້ນ” ​ໃນ​ວັນ​ພຸດ​ວານ​ນີ້ ສະ​ແດງ​ໃຫ້​ເຫັນວ່າ ທ່ານ Joko Widodo ຜູ້​ປົກຄອງ​ນະຄອນຫຼວງ Jakartaມີ​ຄະແນນນຳ​ໜ້າ​ປະມານ 5 ​ເປີເຊັນລື່ນ​ອະດີດ ນາຍ​ພົນ Prabowo Subianto.

ພວກ​ນັກວິ​ເຄາະ​ເຫດການ​ສ່ວນ​ຫຼາຍ ກ່າວ​ວ່າ ຜົນ​ຂອງ​ການ​ນັບ​ບັດ​ຄະ​ແນນ​ສຽງ​ຢ່າງ
​ໄວ ຕາມ​ທຳ​ມະ​ດາ​ນັ້ນ ແມ່ນ​ເຊື່ອ​ຖື​ໄດ້ ​ແຕ່​ທ່ານ Subianto ກ່າວ​ວ່າ ຜົນການນັບບັດ ​
ທີ່​ວິ​ເຄາະໂດຍ​ໜ່ວຍ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ທ່ານ ສະ​ເໜີ​ແນະໃຫ້​ຮູ້​ວ່າ ທ່ານ
​ເປັນ​ຜູ້​ໄດ້​ຮັບ​ໄຊຊະນະ.

ພວກ​ຕຳຫຼວດ​ປະມານ 250 ພັນ​ຄົນ ​ແລະ​ທະຫານ​ຈຳນວນ 30 ພັນ​ຄົນ​ໄດ້​ຖືກ​ລະດົມ​
ໃຫ້​ໄປ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ຊຶ່ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ລາບ​ລື່ນ.
ພວກ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ເຫຼົ່າ​ນີ້ ຍັງ​ຮັກສາ​ໜ້າ​ທີ່ຢູ່ ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ຕຽມ​
ພ້ອມ​ຖ້າ​ຫາກ​ເກີດເຫດການວຸ້ນວາຍ​ຂຶ້ນ​ນັ້ນ.

ບໍ່​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ໃດໆ​ເກີດ​ຂຶ້ນ ​ໃນ​ປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ໝູ່​ເກາະດອນ​ທີ່​ຍາວ​ຢຽດ ທີ່​ມີ​ພົນລະ​ເມືອງ 247 ລ້ານ​ຄົນ​ນັ້ນ. ປະຊາຊົນ​ຫຼາຍ​ຄົນ​ໃນ​ນະ
ຄອນຫຼວງ Jakarta ​ເຊັ່ນ​ໃນ​ເຂດ Bagus Nugroho ກ່າວ​ວ່າ ​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​
ໃຈ ທີ່​ວ່າ ການ​ຂັດ​ແຍ້​ງກັນ​ໃດໆກໍຕາມ ແມ່ນ​ຈະ​ໄດ້​ຮັບ​ການ​ແກ້​ໄຂ ​ແລະ​ເວົ້າ​ວ່າ:

“ຜູ້​ໃດ​ກໍ​ຕາມ ​ໃນລະຫວ່າງ​ຜູ້​ສະໝັກສອງ​ຄົນ​ນີ້ ຈະ​ກາຍ​ເປັນ​ປະທານາທິບໍດີທີ່​ປະ
ຊາຊົນ​ເລືອກ​ເອົາ ສິ່ງ​ທີ່​ພວກ​ເຮົາຫວັງ​ນັ້ນ ກໍ​ແມ່ນ​ວ່າພວກ​ເຂົາ​ເຈົ້າ​ຈະ​ສາມາດ​ປັບ

ປຸງ​ເສດຖະກິດ ສັງຄົມ ການ​ເມືອງ ​ແລະ​ວັດທະນະ​ທຳ ​ໃຫ້​ດີ​ຂຶ້ນ."

indonesiaelection10july14
please wait

No media source currently available

0:00 0:00:53 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG