ປະຊາຊົນອິນໂດເນເຊຍ ພາກັນໄປປ່ອນບັດ ຢູ່ໃນການເລືອກຕັ້ງລະດັບຊາດ ແລະລະດັບຂົງເຂດ ໃນວັນພຸດມື້ນີ້ ໂດຍທີ່ປະທານາທິບໍດີ ໂຈໂກ “ໂຈໂກວີ” ວີໂດໂດ (Joko "Jokowi" Widodo) ເປັນທີ່ຄາດກັນຢ່າງກວ້າງຂວາງວ່າ ຈະໄດ້ຮັບໄຊຊະນະເພື່ອເຂົ້າດຳລົງຕຳແໜ່ງເປັນສະໄໝທີສອງ. ແຕ່ລາຍງານ ຂ່າວຫລ້າສຸດສະແດງໃຫ້ເຫັນວ່າ ຂອບເຂດໃນການໄດ້ຮັບໄຊຊະນະຂອງທ່ານແມ່ນມີໜ້ອຍກວ່າ ທີ່ຄາດຄິດເອົາໄວ້ນັ້ນຫລາຍ.
ການຮັກສາຄວາມສະຫງົບແມ່ນເຂັ້ມງວດ ແຕ່ວ່າກໍຢ່ອນຍານ ຢູ່ເຂດໃກ້ໆກັບ ສວນຕາມອນ ຊູໂຣປາຕີ (Tamon Suropati) ຊຶ່ງເປັນສວນສາທາລະນະ ອັນຂຽວສະອຸ່ມ ຢູ່ໃນເຂດຊານເມືອງເມນເຕັງ (Menteng) ທີ່ສວຍງາມອະລ່າມຕາ, ຊຶ່ງເປັນບ່ອນຢູ່ອາໄສຂອງອະດີດປະທານາທິບໍດີເມກາວາຕີ ຊູກາໂນປູຕຣີ (Megawati Sukarnoputri) ນັ້ນ ໃນຂະນະທີ່ການປ່ອນບັດ ໄດ້ເລີ້ມຕົ້ນຂຶ້ນພາຍໃຕ້ທ້ອງຟ້າອັນແຈ່ມໃສ.
"ມື້ນີ້, ມີການເລືອກຕັ້ງ, ຂ້ອຍມີຄວາມຮູ້ສຶກວ່າ ມັນເປັນ ຮາຣີ ຣາຢາ (Hari Raya), ຊຶ່ງໝາຍຄວາມວ່າ ມັນເປັນມື້ທີ່ຍິ່ງໃຫຍ່, ຍິ່ງໃຫຍ່ ສຳລັບພວກເຮົາ," ນັ້ນຄືຄຳເວົ້າຂອງນາງ ເອນນີ (Enny) ອາຍຸ 69 ປີ ທີ່ໄປປ່ອນບັດ ຢູ່ຂ້າງໆນ້ອງສາວທີ່ເປັນຝາແຝດຂອງລາວ ເພື່ອເລືອກເອົາທ່ານ ໂຈໂກ “ໂຈໂກວີ” ວີໂດໂດ (Joko "Jokowi" Widodo) ທີ່ກຳລັງດຳລົງຕຳແໜ່ງຢູ່ນັ້ນ.
ທ້າວ ພອລ ມີຣູລລີ (Paul Mirully) ຄົນຂັບລົດແທັກຊີ ອາຍຸ 43 ປີ ກ່າວເພີ້ມວ່າ "ການເລືອກເອົາປະທານາທິບໍດີສຳລັບຂ້ອຍແລ້ວ ສິ່ງທຳອິດ ກໍຄືຕ້ອງດີ. ໝາຍເຖິງຄວາມດີເລີດ, ເຖິງດ້ານສາດສະໜາ ແລະໂອກາດຈະເລີນເຕີບໂຕຂອງອິນໂດເນເຊຍແລ້ວ ແມ່ນດີຫລາຍ ທ່ານ."
ສຳລັບຫລາຍໆຄົນແລ້ວ ມັນເປັນມື້ທີ່ຄົນພາຄອບຄົວ ອອກໄປທ່ຽວນອກບ້ານ. ທ່ານ ແອດຮີ ຣາສຈິດ (Adhi Rasjid), ອາຍຸ 48 ປີ ຊຶ່ງເປັນຜູ້ບໍລິຫານດ້ານການຂຸດຄົ້ນບໍ່ແຮ່ເວົ້າວ່າ ການປ່ອນບັດເລືອກຕັ້ງ ແມ່ນໄປໄປດ້ວຍດີ ເຖິງແມ່ນວ່າຈະມີຄວາມເປັນຫ່ວງກ່ຽວກັບ “ໂກລປຸດ” ("golput") ຊຶ່ງເປັນສັບທີ່ໃຊ້ເພື່ອພັນລະນາຢ່າງສະເພາະເຈາະຈົງກັບບັດລົງຄະແນນສຽງທີ່ໃຊ້ການບໍ່ໄດ້ ແລະຜູ້ປ່ອນບັດທີ່ບໍ່ໄປລົງຄະແນນສຽງໂດຍສະເພາະພວກຄົນລຸ້ນໃໝ່ສະຫັດສະວັດ ກໍຕາມ. ທ່ານ ຣາສຈິດກ່າວວ່າ "ຂ້າພະເຈົ້າຄິດວ່າ ຈຳນວນຄົນໜຸ່ມ ທີ່ໄປປ່ອນບັດດຽວນີ້ ແມ່ນເພີ້ມຂຶ້ນເມື່ອທຽບກັບ 10 ປີກ່ອນ. ຂ້າພະເຈົ້າຄິດວ່າ ປະເດັນຕ່າງໆ ແມ່ນເໝາະສົມ ກັບສະພາບການຫລາຍຂຶ້ນ. ຂ້າພະເຈົ້າຫວັງວ່າ ພວກເຂົາເຈົ້າຈະປະກອບສວ່ນຫລາຍຂຶ້ນ ໃນປະຊາທິປະໄຕຂອງພວກເຮົາ.”
ມີຄົນທີ່ໄປປ່ອນບັດທີ່ມີອາຍຸຕ່ຳກວ່າ 30 ປີ ຢູ່ 60 ລ້ານຄົນ ແລະການສຳຫລວດ ສະແດງໃຫ້ເຫັນວ່າ ຫລາຍຄົນອາດຈະບໍ່ໄປປ່ອນບັດເລືອກຕັ້ງ ແລະເຮັດໃຫ້ຜົນການເລືອກຕັ້ງຂັ້ນສຸດທ້າຍຜິດພ້ຽນໄປ. ແຕ່ວ່າ ທ່ານ ອຽນ ແຊນໂຕໂຕ ເພີດານາກູຊູມາ (Ian Santoso Perdanakusuma) ນາຍພົນສາມດາວທີ່ອອກກິນເບ້ຍບຳນານແລ້ວ ບອກວີໂອເອວ່າ ການປ່ອນບັດເປັນໄປດ້ວຍດີ. ທ່ານເວົ້າວ່າ "ຂ້າພະເຈົ້າຮູ້ສຶກດີໃຈຫລາຍ, ທຸກສິ່ງທຸກຢ່າງແມ່ນດີຫລາຍ ສຳລັບຄົນອິນໂດເນເຊຍ. ຂ້າພະເຈົ້າຍັງບໍ່ທັນເຫັນວ່າ ມີການເຄື່ອນໄຫວໃດໆ ຕ້ານກັບພວກຮັກສາຄວາມສະຫງົບເທື່ອ. ຂ້າພະເຈົ້າຮູ້ສຶກດີໃຈຫລາຍ ທີ່ວ່າ ມັນຈະເປັນສິ່ງທີ່ດີໃນປີໜ້າ ແລະໃນຫ້າປີຂ້າງໜ້ານີ້, ຂ້ອຍຫວັງວ່າ ຈະເປັນເຊັ່ນນັ້ນ.”
ຈຳນວນຄົນປ່ອນບັດໄດ້ຖີບຕົວສູ່ລະດັບສູງສຸດ ໃນເວລາປະມານ 11:00 ເຊົ້າຂອງເວລາທ້ອງຖິ່ນ ແລະການນັບບັດ ໄດ້ດຳເນີນໄປໃນຕອນບ່າຍ 1:00 ໂມງ ພາຍຫລັງທີ່ສະຖານທີ່ປ່ອນບັດຕ່າງໆ ປິດລົງ ໂດຍທີ່ມີຜົນການເລືອກຕັ້ງປາກົດອອກມາໃຫ້ເຫັນແຈ້ງຂຶ້ນ ໃນເວລາຕໍ່ມາກໍຄືຕອນແລງມື້ນີ້. ຄາດກັນວ່າ ຈະບໍ່ມີການປະກາດຜົນ ຂອງການເລືອກຕັ້ງຢ່າງເປັນທາງການ ເປັນເວລາຫລາຍອາທິດຕໍ່ຈາກນີ້.