ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະຕິຮູບ ກົດໝາຍຕໍ່ຕ້ານ ການກໍ່ການຮ້າຍ ອາດປະເຊີນ ການຄັດຄ້ານ ຢູ່ໃນສະພາ ອິນໂດເນເຊຍ

ບັນດາເຈົ້າໜ້າທີ່ຕຳຫຼວດ ມີປະຕິກິລິຍາ ຢູ່ໃກ້ໆ ຈຸດລະເບີດ ແຕກ ໃນນະຄອນຫຼວງ Jakarta ຂອງອິນໂດເນເຊຍ, ເມື່ອວັນທີ 14 ມັງກອນ 2016. ລະເບີດແຕກຂຶ້ນຫຼາຍຄັ້ງ ແລະ ສຽງປືນໄດ້ດັງຂຶ້ນ ຢູ່ໃນໃນກາງນະຄອນຫຼວງຂອງອິນໂດເນເຊຍ ໃນວັນພະຫັດຜ່ານມາ ແລະ ຕຳຫຼວດ ໄດ້ກ່າວວ່າ ພວກເຂົາເຈົ້າສົງໄສວ່າ ລະເບີດທີ່ແຕກຄັ້ງໜຶ່ງນັ້ນ ແມ່ນເປັນການໂຈມຕີລະເບີດສະຫລະຊີບ.

ການຮຽກຮ້ອງເພື່ອເສີມສ້າງຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່ກົດໝາຍ
ຄວາມໝັ້ນຄົງແຫ່ງຊາດ ຂອງປະທານາທິບໍດີອິນໂດເນເຊຍທ່ານ
Joko Widodo ອາດຈະຍັງປະເຊີນໜ້າ ກັບການຕໍ່ຕ້ານ ໃນສະ
ພາແຫ່ງຊາດ, ແມ່ນກະທັ້ງລຸນ​ຫຼັງ ການໂຈມຕີ ກໍ່ການຮ້າຍເປັນ
ຄັ້ງທຳອິດໂດຍພວກຫົວຮຸນແຮງ ທີ່ເປັນ​ເຄືອ​ຂ່າຍກັບພວກລັດ
ອິສລາມ ໃນນະຄອນຫຼວງຈາກາຕ້າ ເມື່ອ ສັບປະດາທີ່ຜ່ານມາ
ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ.

ໃນວັນອັງຄານຜ່ານມານີ້ ທ່ານ Widodo ໄດ້ກ່າວສະໜັບສະໜູນ
ຕໍ່​ການປັບປຸງກົດໝາຍ ຕໍ່ຕ້ານການກໍ່ການຮ້າຍສະບັບປີ 2003
ຂອງປະເທດ ເພື່ອຫ້າມປະຊາຊົນຂອງຕົນ ບໍ່​ໃຫ້ເຂົ້າຮ່ວມກຸ່ມກໍ່
ການຮ້າຍທີ່ປະຕິບັດການໃນປະເທດ ອີຣັກ ແລະ ຊີເຣຍ ແລະ ຫ້າມບໍ່​ໃຫ້ປະຊາຊົນ ຜູ້ທີ່
ເດີນທາງ ໄປຕໍ່ສູ້ໃຫ້ກັບພວກ ກໍ່ການຮ້າຍນັ້ນ ກັບຄືນສູ່ປະເທດ.

ອົງການຕໍ່ຕ້ານກາ​ນກໍ່ການຮ້າຍ ຂອງອິນໂດເນເຊຍ ຫຼື BNPT ຄາດວ່າ ມີຄົນອິນໂດເນເຊຍ ປະມານ 800 ຄົນ ໄດ້ເດີນທາງໄປຕາເວັນ ອອກກາງ ເພື່ອຕໍ່ສູ້ໃຫ້ກັບພວກລັດອິສລາມ ຫຼື IS. ມີເກືອບ 30 ຄົນໄດ້ຖືກຂ້າຕາຍ ໃນລະຫວ່າງການຕໍ່ສູ້ໃຫ້ກັບພວກ IS. ແລະ ຫຼາຍກວ່າ 150 ຄົນແມ່ນເຊື່ອວ່າ ໄດ້ເດີນທາງກັບຄືນປະເທດອິນໂດເນເຊຍ ເຊິ່ງ ບາງຄົນໄດ້ຮັບການຝຶກ​ແອບໃຫ້ເປັນນັກຮົບ ແລະຖືກທົດລອງມາແລ້ວ.

ປະທານາທິບໍດີ ອິນໂດເນເຊຍ ທ່ານ Joko Widodo ເດີນທາງໄປຢ້ຽມຢາມ ຮ້ານຊັບພະສິນຄ້າ ທີ່ຕັ້ງຢູ່ໃກ້ໆ ບ່ອນເກີດການໂຈມຕີ ດ້ວຍອາວຸດປືນ ແລະລະເບີດ ຢູ່ໃຈກາງນະຄອນຫຼວງ Jakarta ເມື່ອວັນພະຫັດຜ່ານມາ, ວັນທີ 15 ມັງກອນ 2016.
ປະທານາທິບໍດີ ອິນໂດເນເຊຍ ທ່ານ Joko Widodo ເດີນທາງໄປຢ້ຽມຢາມ ຮ້ານຊັບພະສິນຄ້າ ທີ່ຕັ້ງຢູ່ໃກ້ໆ ບ່ອນເກີດການໂຈມຕີ ດ້ວຍອາວຸດປືນ ແລະລະເບີດ ຢູ່ໃຈກາງນະຄອນຫຼວງ Jakarta ເມື່ອວັນພະຫັດຜ່ານມາ, ວັນທີ 15 ມັງກອນ 2016.

​ໃນ 2 ປີທີ່ຜ່ານມານີ້ ບັນດາເຈົ້າໜ້າທີ່ອິນໂດເນເຊຍ ໄດ້ມີຄວາມເປັນ ຫ່ວງຢ່າງຍິ່ງ ກ່ຽວກັບ
ການຂົ່ມຂູ່ກໍ່ການຮ້າຍ ທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ຈາກພວກຫົວຮຸນແຮງ IS ແລະ ຜູ້ສະໜັບ
ສະໜູນພວກເຂົາ. ແຕ່ວ່າ ຄວາມພະຍາຍາມ ເພື່ອປະຕິຮູບກົດໝາຍ ຄວາມໝັ້ນຄົງຂອງ
ປະເທດ ໃນຄັ້ງທີ່ຜ່ານມາ ແມ່ນໄດ້ຢຸດ​ຊະ​ງັກລົງ​ຢູ່​ໃນສະພາແຫ່ງຊາດ ອິນໂດເນເຊຍ.

ທ່ນ Greg Barton ຜູ້ອຳນວຍການສູນການຄົ້ນຄວ້າ ກ່ຽວກັບລັດທິກໍ່ການຮ້າຍທົ່ວໂລກ
ຂອງມະຫາວິທະຍາໄລ Monash ໃນປະເທດ ອອສເຕຣເລຍ ໄດ້ກ່າວວ່າ “ສະພານິຕິບັນ
ຍັດ ໄດ້ດຳເນີນວຽກງານຢ່າງຊັກຊ້າ ແລະ ປະວຽກຄ້າງຄາໄວ້ຢ່າງຫຼວງຫຼາຍ ກ່ຽວກັບ
ບັນຫາທີ່ພວກເຂົາເຈົ້າຕ້ອງຮັບມືກັບມັນ. ດັ່ງນັ້ນໂອກາດຂອງການຮັບມືຢ່າງໄວວາ ກັບ
ບັນຫານີ້ແມ່ນບໍ່ເປັນຜົນດີ.”

Indonesia Returns to Normal Despite Threats of New Attacks
please wait

No media source currently available

0:00 0:01:46 0:00

XS
SM
MD
LG