ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ອິນໂດເນເຊຍ ກ່າວວ່າ ບໍ່ມີຜູ້ລອດຊີວິດ ຈາກອຸບັດເຫດເຮືອບິນຕົກ


ຮູບພາບນີ້ນຳອອກເຜີຍແຜ່ໂດຍໜ່ວຍຊອກຄົ້ນແລະກູ້ໄພແຫ່ງ
ຊາດອິນໂດເນເຊຍ (BASARNAS) .
ຮູບພາບນີ້ນຳອອກເຜີຍແຜ່ໂດຍໜ່ວຍຊອກຄົ້ນແລະກູ້ໄພແຫ່ງ ຊາດອິນໂດເນເຊຍ (BASARNAS) .

ບັນດາ​ເຈົ້າ​ໜ້າ​ທີ່ ອິນ​ໂດ​ເນ​ເຊຍ ກ່າວໃນ​ວັນ​ອັງ​ຄານ​ມື້​ນີ້​ວ່າ ບໍ່​
ມີ​ຜູ້​ລອດ​ຊີວິດ​ຈາກ ​ເຮືອບິນ​ຕົກ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ຢູ່​ທາງ
​ພາກ​ຕາເວັນ​ອອກ​ຂອງ​ປະ​ເທ​ດ​

ບັນດາ​ໜ່ວຍ​ຊອກ​ຄົ້ນ​ຫາ ​ໄດ້ໄປ​ເຖິງ​ບ່ອນ​ເຮືອບິນ​ຕົກ ​ໃນ​ແຂວງ
Papua ​ເປັນ​ເທຶ່ອທຳ​ອິດໃນວັນ​ອງຄານ​ມື້​ນີ້ ຫລັງ​ຈາກ​ໄດ້​ມີ​ການ​
ລ້າ​ຊ້າ ຍ້ອນເນື້ອ​ທີ່​ອັນ​ລຳບາກ ​ແລະ​ມີ​ລາຍ​ງານ​ວ່າ “​ເຮືອບິນ​ໄດ້
​ຖືກ​ທຳລາຍ​ຢ່າງ​ສິ້ນ​ເຊີງ.”

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ກູ້​ໄພ​ໄດ້​ພົບ​ເຫັນ 53 ຊາກ​ສົບ​ຂອງ​
ຈຳນວນ 54 ຄົນ​ທີ່ຢູ່ໃນ​ເຮືອບິນ Trigana ຖ້ຽວ​ບິນ 267 ​ເວລາ
​ເຮືອບິນ​ຕົກ ກ່ອນ​ໜ້າກຳ ນົດການ​ລົງ​ສູ່​ເດີ່ນ Oksibil.

​ນອກຈາກ​ບັນດາ​ຜູ້​ໂດ​ຍສານ ​ແລະ​ພະນັກງານເຮືອບິນ​ແລ້ວ ​ເຮືອບິນ​ຍັງ​ໄດ້​ບັນທຸກເງິນ
ສົດ ເກືອບ 470,000 ​ໂດ​ລາ ​ທີ່​ເປັນ​ເງິນ​ຂອງ​ລັດຖະບານ ​ເພື່ອນຳ​ໄປ​ແຈກ​ຢາຍໃຫ້ແກ່
ບັນດາ​ຄອບຄົວ​ທີ່​ທຸກ​ຈົນ.

ປະທານາທິບໍດີ Joko “Jokowi” Widodo ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ຫລັງ​ຈາກ​ເຮືອບິນ
​ຕົກວ່າ ທ່ານ​ໄດ້​ແນະນຳ​ໃຫ້ ລັດຖະມົນຕີ​ຂົນ​ສົ່ງ ປັບປຸງຄວາມ​ປອດ​ໄພ​ການບິນ​ໃຫ້​ດີ​ຂື້ນ
​ເພື່ອ​ປ້ອງ​ກັນເຮືອບິນ​ຕົກ​ໃນ​ອານາ​ຄົດ.

ຜະ​ແນ​ກການບິນ ອິນ​ໂດ​ເນເຊຍ ​ໄດ້​ປະສົບ​ກັບ​ອຸປະຕິ​ເຫດຮ້າຍ​ແຮງ​ຫລາຍ​ເທື່ອ ຫວ່າງ​
ມໍໆ​ມາ​ນີ້ ຮວມທັງ​ເຮືອບິນ​ຕົກ​ໃນ​ເດືອນ​ທັນວາແລ້ວ​ນີ້ ຂອງ​ສາຍ​ການບິນ AirAsia ທີ່​ເຮັດ
​ໃຫ້ 162 ຄົນ​ເສຍ​ຊີວິດ. ປະ​ເທດເກາະດອນ ​ໃນ​ປາຊິ​ຟິກ​ແຫ່ງ​ນີ້ ​ເປັນ​ນຶ່ງ​ຂອງ​ປະ​ເທດ​ໃນ
​ເອ​ເຊຍ ທີ່​ຕະຫລາດ​ການບິນ​ກຳລັງ​ເຕີບ​ໂຕ​ຢ່າງ​ວ່​ອງ​ໄວ ​ແຕ່​ກຳລັງ​ດີ້ນ​ລົນ​ຊອກ​ຫາ​ນັກ​ບິນ
​ທີ່ມີ​ຄຸນ​ນະພາ​ບ ຊ່າງ​ແປງ ​ແລະ​ບັນດາ​ຜູ້​ຄວບ​ຄຸມ​ການບິນ ​ເພື່ອ​ຄໍ້າ​ປະກັນ​ຄວາມ​ປອດ​ໄພ.

ສາຍ​ການບິນ Trigana ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ເຖິງ 14 ຄັ້ງ ນັບ​ຕັ້ງ​ແຕ່​ໄດ້
​ເລີ້​ມປະຕິບັດ​ງານ​ມາໃນ​ປີ 1991 ​ແລະ​ຢູ່ໃນ​ບັນຊີ​ຂອງ ສາຍ​ການບິນ​ຂົນ​ສົ່ງ​ອິນ​ໂດ​ເນ​ເຊຍ
​ແມ່ນ​ຖືກຫ້າ​ມບິນ​ໃນ ນ່ານຟ້າ ສະຫະພາບ​ຢູ​ໂຣບ.

Indonesia Plane
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG