ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກ​ນັກກູ້​ໄພ ຍັງ​ສືບ​ຕໍ່ ຄົ້ນ​ຫາ​ ຜູ້​ທີ່​ໄດ້​ຮັບ​ເຄາະ ​ຈາກ​ໄພ​ແຜ່ນດິນ​ໄຫວ ໃນ​ອິນ​ໂດ​ເນ​ເຊຍ ​(ສະໄລດ໌/ວີດິໂອ)


ຊາວບ້ານຢືນຢູ່ຂ້າງນອກບ້ານຂອງພວກເຂົາເຈົ້າ ຫຼັງຈາກທີ່ໄດ້
ໄພ​ແຜ່ນດິນ​ໄຫວໄດ້ເກີດຂຶ້ນ
ຊາວບ້ານຢືນຢູ່ຂ້າງນອກບ້ານຂອງພວກເຂົາເຈົ້າ ຫຼັງຈາກທີ່ໄດ້ ໄພ​ແຜ່ນດິນ​ໄຫວໄດ້ເກີດຂຶ້ນ
ວັນ​ພະຫັດ​ມື້​ນີ້ ພວກ​ນັກກູ້​ໄພ​ໃນ​ອິນ​ໂດ​ເນ​ເຊຍ ຍັງ​ສືບ​ຕໍ່ຄົ້ນ​ຫາ
​ຜູ້​ທີ່​ໄດ້​ຮັບ​ເຄາະ​ຈາກ​ໄພ​ແຜ່ນດິນ​ໄຫວ ​ແຮງ​ຂະໜາດ 6.2 ​ທີ່​ໄດ້
​ສັ່ນ​ສະ​ເທືອ​ນ​ເກາະສຸ​ມາດຕຣາ​ ​ແລະ​ໄດ້ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ
ຢ່າງ​ນ້ອຍ 30 ຄົນ.

ແຜນທີ່ເຂດເກີດແຜ່ນດິນໄຫວ
ແຜນທີ່ເຂດເກີດແຜ່ນດິນໄຫວ

ທາງ​ການ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ມີ​ຫຼາຍ​ກວ່າ 200 ຄົນ ​ໄດ້​ຮັບ
​ບາດ​ເຈັບເວລາ​ເກີດແຜ່ນດິນ​ໄຫວ ​ໃນຕອນ​ເດິກຂອງ​ວັນ​ອັງ
ຄານ​ຜ່ານ​ມາ​ ​ແລະ​ມີ​ບ້ານ​ເຮືອນ ພ້ອມ​ທັງ​ຕຶກ​ອາຄານ​ຫຼາຍ
ຮ້ອຍ​ຫຼັງ ​ຫັກ​ພັງ​ເສ​ຍຫາຍ ​ໃນ​ທົ່ວແຂວງ Aceh.

ຢ່າງ​ນ້ອຍ ມີ 12 ຄົນ ​ເສຍ​ຊີວິດ​ແລະອີກ 70 ຄົນ​ໄດ້​ຮັບ​ບາດ​ເຈັບ
ຍ້ອນ​ແຜ່ນດິນ​ເຈື່ອນ ຫຼື​ບໍ່ກໍ​ຍ້ອນຕຶກ​ອາຄານພັງລົງ​ທັບ ​ໃນເຂດ
​ເມືອງ Bener Meriah.

ປະ​ເທດອິນ​ໂດ​ເນ​ເຊຍ ມັກ​ປະສົບກັບ​ເຫດ​ແຜ່ນດິນ​ໄຫວ​ຢູ່​
ເລື້ອຍໆ ຍ້ອນ​ຕັ້ງ​ຢູ່​ໃນ​ເຂດ ທີ່​ເອີ້ນ​ກັນ​ວ່າ ວົງ​ແຫວນ​ໄຟ ຫຼື
Ring of Fire ຂອງ​ມ​ະຫາ​ສະມຸດ​ປາຊີ​ຟິກ ຊຶ່ງ​ເປັນ​ເຂດ​ວົງມົນ​ອອ້ມ​ມະຫາ​ສະມຸດ​ປາ​ຊິ​ຟິກ ທີ່​ມີ​ພູ​ເຂົາ​ໄຟແລະ​ເສັ້ນ​ແຕກ​ແຍກ​ຂອງ​ແຜ່ນດິນ​ ຢາຍ​ຢູ່​ຕາມ​ວົງມົນ​ດັ່ງກ່າວ.

Some information for this report was provided by AP and AFP.


ແຜນດິນໄຫວໃນອິນໂດເນເຊຍ
please wait

No media source currently available

0:00 0:00:50 0:00

XS
SM
MD
LG