ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກຄົ້ນຫາ ພົບເຫັນ ຊາກເຮືອບິນ ທີ່ເຊື່ອກັນວ່າ ເປັນ ຂອງເຮືອບິນທີ່ຕົກນັ້ນ


中国诺贝尔和平奖得主、政治异议人士刘晓波的遗孀刘霞于2018年7月10日抵达芬兰赫尔辛基国际机场。刘霞从芬兰前往德国。德国政府一直公开表示愿意接受刘霞。德国总理默克尔也一直在为刘霞前往德国或者欧洲第三国斡旋。
中国诺贝尔和平奖得主、政治异议人士刘晓波的遗孀刘霞于2018年7月10日抵达芬兰赫尔辛基国际机场。刘霞从芬兰前往德国。德国政府一直公开表示愿意接受刘霞。德国总理默克尔也一直在为刘霞前往德国或者欧洲第三国斡旋。

ຊາກ​ຫັກ​ພັງ​ຂອງ​ອັນ​ທີ່​ເຊື່ອ​ວ່າ ​ເປັນ​ເຮືອບິນ​ໂດຍສານ ​ອິນ​ໂດ​ເນ​ເຊຍ
ທີ່​ມີຜູ້​ໂດຍສານ ​ແລະ ຈຸ​ບິນ ທັງ​ໝົດ 54 ຄົນ ຢູ່​ໃນ​ເຮືອບິນ ​ໄດ້​ຖືກ
​ພົບ​ເຫັນ ຢູ່​ໃນ​ແຂວງປາ​ປົວ ຢູ່ທາງ​ພາກ​ຕາ​ເວັນ​ອອກ​ ທີ່​ເປັນ​ບ່ອນ
​ທຸລະກັນດານ. ​ເຮືອບິນ​ລຳ​ດັ່ງກ່າວ​ໄດ້​ຕົກລົງ ​ໃນ​ວັນ​ທິດ​ວານ​ນີ້
ຂະນະ​ທີ່​ກຳລັງ​ບິນ​ຜ່ານ​ສະພາບ​ອາກາດ​ທີ່​ບໍ່​ດີ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ​ເຮືອບິນ​ຄົ້ນຫາ​ລຳ​ໜຶ່ງ ​ໄດ້​ແນມ​ເຫັນຊາກ​
ຂອງ​ເຮືອບິນ​ໂດຍສານນັ້ນ ​ໃນ​ວັນ​ຈັນ​ມື້​ນີ້ ​ແລະ ທິມພະນັກງານ​ກູ້​ໄພ
​ໄດ້​ທຳ​ງານ​ ເພື່ອ​ຈະ​ໄປ​ເຖິງ​ສະຖານ​ທີ່​ເກີດ​ເຫດນັ້ນ.

ຍັງບໍ່​ຈະ​ແຈ້ງເທື່ອ​ວ່າ ມີ​ຜູ້ໃດລອດ​ຊີວິດຫຼືບໍ່.

ສາຍ​ການບິນ Trigana Air ຖ້ຽວ​ບິນ 267 ​ໄດ້​ສູນ​ເສຍ​ການ​ຕິດ​ຕໍ່ ກັບ​ໜ່ວຍຄວບ​ຄຸມ​ການ​ສັນຈອນ​ທາງອາກາດ ປະມານ 30 ນາທີ ຫຼັງຈາກ​ທີ່​ໄດ້​ບິນ​ຂຶ້ນ ​ໃນ​ວັນ​ອາທິດ​ວານ​ນີ້ ຈາກ ສະໜາມ​ບິນ Sentan ​ໃນ​ນະຄອນຫຼວງ Jayapura ຂອງ​ແຂວງດັ່ງກ່າວ. ​ເຮືອບິນລຳ​ນັ້ນ
ຕາມ​ປົກກະຕິ​ແລ້ວ ​ແມ່ນເປັນ​ຖ້ຽວ​ບິນ 50 ນາທີ ທີ່​ບິນ​ໄປ​ຍັງ​ເມືອງ Oksibil. ຈຸດ​ຂອງ​ເຮືອບິນ​ຕົກລົງນັ້ນ ​ແມ່ນປະມານ 12 ກິ​ໂລ​ແມັດ ຈາກ​ເມືອງ Oksibil.

ຜູ້​ໂດຍສານ​ທີ່​ເປັນ​ຜູ້​ໃຫຍ່ 44 ຄົນ ​ເດັກນ້ອຍ 5 ຄົນ ​ແລະ ພະນັກງານ​ການບິນ 5 ຄົນ ​ແມ່ນ​ຢູ່​ໃນ​ເຮືອບິນ​ໃບ​ພັດ​ເທີ​ໂບ ອີງ​ຕາມ​ບັນດາ​ເຈົ້າໜ້າ​ທີ່​ການບິນ.

ສາຍ​ການບິນ Trigana ​ດຳ​ເນີນ​ການ ບິນ​ພາຍ​ໃນ​ປະ​ເທດ​ອິ​ນ​ໂດ​ເນ​ເຊຍ. ມັນ​ໄດ້​ປະສົບ​ກັບ ​ເຫດການ​ທີ່​ຮ້າຍ​ແຮງ​ຜ່ານ​ມາ​ເຖິງ 14 ຄັ້ງ ນັບ​ຕັ້ງ​ແຕ່​ໄດ້​ເລີ້ມ​ຕົ້ນດຳ​ເນີນ​ການ​ມາ ​ໃນ​ປີ 1991 ​ເປັນຕົ້ນມາ ​ແລະ ຖືກ​ບັນ​ທຶກ​ລົງ​ໃນ​ບັນຊີ​ດຳ ຂອງບັນດາ​ຜູ້​ບໍລິການ​ການບິນ ທີ່ຖືກຫ້າມບໍ່​ໃຫ້​ບິນ​ຢູ່​ນ່ານຟ້າ​ຂອງ​ສະຫະພາບ​ຢູ​ໂຣບ.

​ເຮືອບິນ​ ລຸ້ນ ATR 42-300 ​ໃບ​ພັດ​ເທີ​ໂບຄູ່ ທີ່​ໄດ້​ຫາຍ​ສາບ​ສູນ​ໄປ​ນັ້ນ ​ໄດ້​ມີ​ບັນຫາ​ຄວາມ​ປອດ​ໄພຫຼາຍຢ່າງ ນັບ​ຕັ້ງ​ແຕ່​ມັນ​ເລີ້ມ​ອອກບິນ​ປະຕິບັດ​ການ ມາ​ໄດ້ຫຼາຍກວ່າ 20 ປີແລ້ວ ອີງ​ຕາມ​ ເຄືອ​ຂ່າຍຄວາມ​ປອດ​ໄພ​ດ້ານ​ການບິນ.

Indonesia Plane
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG