ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວ ຄ​ຣິ​ສ​ຕຽນ ອິນ​ໂດ​ເນ​ເຊຍ ຫາ​ບ່ອນ​ບັນ​ເທົາ​ທຸກ​ຢູ່ ໂບດຕ່າງໆ


ຊາວ​ຄ​ຣິ​ສ​ຕຽນ ຟັງ​ການ​ສູດ​ມົນ​ຢູ່​ໃນ​ໂບດ ໃນ​ເມືອງ ປາ​ລູ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຄື້ນ ຊຸ​ນາ​ມິ ແລະ ແຜ່ນ​ດິນ​ໄຫວ, ໃຈ​ກາງ​ເກາະ ຊຸ​ລາ​ເວ​ຊີ, ອິນ​ໂດ​ເນ​ເຊຍ. 7 ຕຸ​ລາ, 2018.
ຊາວ​ຄ​ຣິ​ສ​ຕຽນ ຟັງ​ການ​ສູດ​ມົນ​ຢູ່​ໃນ​ໂບດ ໃນ​ເມືອງ ປາ​ລູ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຄື້ນ ຊຸ​ນາ​ມິ ແລະ ແຜ່ນ​ດິນ​ໄຫວ, ໃຈ​ກາງ​ເກາະ ຊຸ​ລາ​ເວ​ຊີ, ອິນ​ໂດ​ເນ​ເຊຍ. 7 ຕຸ​ລາ, 2018.

ຊາວຄຣິສຕຽນ ອິນໂດເນເຊຍ ທີ່ພວມຊອກຫາທີ່ເພິ່ງພາອາໄສ ໃນວັນອາທິດມື້ນີ້ ໃນ
ໂບດຕ່າງໆ ໃນເມືອງ ປາລູ ທີ່ຖືກຖະຫຼົ່ມຢ່າງໜັກໃນສັບປະດາແລ້ວນີ້ ໂດຍແຜ່ນດິນ
ໄຫວ ແລະ ຄື້ນຟອງຍັກ ຊຸນາມິ ທີ່ໄດ້ທຳລາຍເກາະ ສຸລາເວຊີ ທາງພາກກາງຂອງປະ
ເທດທີ່ໄດ້ເອົາຊີວິດຜູ້ຄົນໄປ 1,649 ຄົນ ແລະ ເຮັດໃຫ້ໄດ້ຮັບບາດເຈັບສາຫັດປະມານ
2,500 ຄົນ.

ອິນໂດເນເຊຍ ເປັນປະເທດທີ່ມີຊາວມຸສລິມຫຼາຍທີ່ສຸດ ຢູ່ໃນໂລກ ແຕ່ກໍມີຊາວຄຣິສ
ຕຽນ ຢູ່ທົ່ວໄປ ຕາມໝູ່ເກາະຕ່າງໆ.

ອົງການ ສະຫະປະຊາຊາດໄດ້ເວົ້າຢູ່ໃນຖະແຫຼງການສະບັບນຶ່ງວ່າ ຍັງມີ 113 ຄົນຫາຍ
ສາບສູນຢູ່ ລຸນຫຼັງໄພຫາຍະນະສອງຄັ້ງ. ຜູ້ຄົນປະມານ 70,000 ຄົນຂາດທີ່ຢູ່ອາໄສ.

ອົງການສະຫະປະຊາຊາດກຳລັງຊອກຫາເງິນຈຳນວນ 50 ລ້ານ 5 ແສນ ໂດລາ ຈາກ
ປະຊາຄົມນາໆຊາດ ເພື່ອໃຫ້ການບັນເທົາທຸກແກ່ຊາວອິນໂດເນເຊຍ 191,000 ຄົນ ທີ່
ຖືກກະທົບໂດຍໄພຫາຍະນະທຳມະຊາດດັ່ງກ່າວ.

ສະຫະປະຊາຊາດ ໄດ້ປະກາດແຜນການດັ່ງກ່າວ ໃນວັນສຸກຜ່ານມາໂດຍເວົ້າວ່າ ຕົນ
ໄດ້ວາງໂຄງການໄວ້ແລ້ວ ໂດຍໄດ້ປຶກສາຫາລືກັບພວກຄູ່ຮ່ວມງານຂອງຕົນ ໃນລັດຖະ
ບານ ອິນໂດເນເຊຍ. ການລິເລີ້ມແມ່ນວາງແຜນວ່າ ຈະຂໍການຊ່ອຍເຫຼືອທີ່ຈຳເປັນນີ້
ຈາກປະຊາຄົມນາໆຊາດພາຍໃນສາມເດືອນຂ້າງໜ້າ.

ຜູ້ປະສານງານຂອງສະຫະປະຊາຊາດໃນ ອິນໂດເນເຊຍ ທ່ານນາງ ອານິຕາ ນິໂຣດີ
ກ່າວວ່າ ການແກ້ໄຂບັນຫາຄວາມຈຳເປັນຢ່າງເຕັມສ່ວນແມ່ນຈະແຈ້ງແລ້ວດຽວນີ້ ລຸນ
ຫຼັງເວລາໄດ້ຜ່ານພົ້ນໄປນຶ່ງສັບປະດາ. ທ່ານນາງເວົ້າວ່າ ແຜນການບໍ່ແມ່ນພຽງແຕ່ຈະ
ມີສະເພາະຈການບັນເທົາທຸກອັນຮີບດ່ອນ ແຕ່ຕ້ອງການຄວາມຊອ່ຍເຫຼືອເພື່ອຄວາມ
ຈຳເປັນອັນຍາວນານນຳ.

ໃນຂະນະດຽວກັນ ຂ່າວສານອັນຕາຣາ ກໍເວົ້າວ່າ ຕະຫຼາດໃຫຍ່ ປາລູ ໄດ້ໄຂຄືນແລ້ວ
ພາຍໃຕ້ການຮັກສາຄວາມປອດໄພຢ່າງເຄັ່ງຄັດໂດຍພວກທະຫານຍາມ. ພວກພໍ່ຄ້າ
ທັງຫຼາຍໄດ້ບອກໜັງສືພິມ ອິນໂດເນເຊຍ ວ່າພວກເຂົາເຈົ້າຢ້ານວ່າ ຈະຖືກລັກປຸ້ນຂະ
ໂມຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG