ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນໂດເນເຊຍ ສັງຫານ ພວກຫົວຮຸນແຮງ 7 ຄົນ ທີ່ເກາະ Java


ຕໍາຫລວດປາບປາມພວກກໍ່ການຮ້າຍ ໄປເຖິງບ້ານ Batu Rengat
ບ່ອນທີ່ມີການຍິງຕໍ່ສູ້ກັນເກີດຂຶ້ນ.
ຕໍາຫລວດປາບປາມພວກກໍ່ການຮ້າຍ ໄປເຖິງບ້ານ Batu Rengat ບ່ອນທີ່ມີການຍິງຕໍ່ສູ້ກັນເກີດຂຶ້ນ.
ໜ່ວຍ​ປາບ​ປາມ​ຜູ້​ກໍ່ການ​ຮ້າຍ​ຊັ້ນ​ຍອດຂອງ​ອິນໂດ​ເນ​ເຊຍໄດ້​
ສັງຫານ​ຜູ້​ຕ້ອງສົງໄສວ່າ ​ເປັນ​ພວກ​ຫົວ​ຮຸນ​ແຮງເຈັດ​ຄົນ ​ແລະ
ຈັບ​ໄດ້ອີກ 13 ​ຄົນໃນ​ລ​ະຫວ່າງ​ການ ບຸກ​ເຂົ້າ​ໄປກວດ​ຄົ້ນ ​ຢູ່
ເກາະ Java.

ຜູ້​ຕ້ອງ​ສົງ​ໄສ​ວ່າ​ເປັນ​ພວກກໍ່ການ​ຮ້າ​ຍ​ສີ່​ຄົນ​ໄດ້ຖືກ​ສັງຫານລະ
ຫວ່າງ​ການຍິງຕໍ່​ສູ້ກັນ ໝົດ​ຄືນ ໃນ​ຕອນແລງ​ຂອງ​ວັນ​ພຸດ​ວານ
​ນີ້ ຢູ່ເຮືອນ​ຫລັງ​ນຶ່ງ​ໃນ​ເມືອງ Kebumen​. ​ກ່ອນ​ໜ້ານັ້ນ ການ
​ປະ​ເຊີນ​ໜ້າ​ກັນ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງທີ່​ບັນດຸງ ​ໄດ້​ເຮັດ​ໃຫ້​
ຜູ້​ຕ້ອງ​ສົງ​ໄສ​ສາມ​ຄົນ​ເສຍຊີວິດ.

​ໂຄສົກ​ຕໍາຫລວດ ທ່ານ Boy Rafi Amar ກ່າວ​ວ່າ ບໍ່​ມີ​ໃຜ
​ຈາກ​ໜ່ວຍ​ປາບ​ປາມຜູ້​ກໍ່​ການ​ຮ້າຍ 88 ​ເສຍ​ຊີວິດ​ ໃນ​ລະ
ຫວ່າງ​ການ​ປະຕິບັດ​ງານດັ່ງ​ກ່າວ. ທ່ານ​ເວົ້າວ່າ:

“ພວກ​ກໍ່ການ​ຮ້າຍ ​ຫາ​ເງິນ ເພື່ອນຳໄປ​ໃຊ້​ໃນການປະຕິບັດ
​ງານ ດ້ວຍ​ການ​ປຸ້ນ​ທະນາຄານ. ນີ້​ເປັນ​ການສະ​ແ​ດງ​ໃຫ້
​ເຫັນ​ຢ່າງ​ນຶ່ງ​ວ່າ ​ເຂົາ​ເຈົ້າ​ພາກັນ​ຕຽມ​ການ​ກໍ່​ການ​ຮ້າຍ ຫລັງ​ຈາກ​ທີ່​ເຂົາ​ເຈົ້າ​ໄດ້​ເງິນ​ພຽງພໍ​ແລ້ວ.”


ຕໍາຫລວດ​ກໍາລັງສືບສວນ​ເພື່ອ​ພິຈາລະນາ​ເບິ່ງ​ວ່າ ບັນດາ​ຜູ້​ຕ້ອງ​ສົງ​ໄສ​ ໄດ້​ພົວພັນກັບ
ແຜນການວາງ​ລະ​ເບີດໃສ່ສະຖານທູດ​ມຽນມາໃນ​ນະຄອນ Jakata ຫຼືບໍ່ ​ເພື່ອ​ເປັນ​ການ
​ຕອບ​ໂຕ້​ຕໍ່ການ​ໂຈມ​ຕີຊາວ​ມຸສລິ​ມຫວ່າງ​ທໍໆ​ມາ​ນີ້. ອາທິດ​ແລ້ວ​ນີ້ ບັນດາ​ເຈົ້າ​ໜ້າທີ່​ໄດ້
​ກັກ​ຂັງຜູ້​ຊາຍ​ສອງ​ຄົນ ທີ່​ມີ​ດິນ​ລ​ະ​ເບີດ ຊຶ່ງມີ​ລາຍ​ງານ​ວ່າ​ໄດ້​ ໃຫ້ການສາລະພາບວ່າ
ວາງ​ແຜນທີ່​ຈະວາງລະ​ເບີດ​ໃສ່ສະຖານທູດ.

ອິນ​ໂດ​ເນ​ເຊຍ ມີ​ພົນລະ​ເມືອງ​ທີ່​ເປັນມຸສລິ​ມ ຫລາຍ​ທີ່​ສຸດ​ຢູ່​ໃນ​ໂລກ ​ແລະ​ໄດ້ທຳ​ການ
ປຸກລະດົມ ​ເຮັດ​ສົງຄາມ​ຕໍ່​ຕ້ານພວກ​ຫົວ​ຮຸນ​ແຮງ​ມາຕັ້ງ​ແຕ່​ປີ 2001 ນັບ​ຕັ້ງ​ແຕ່​ໄດ້​ມີ
ການວາງ​ລະ​ເບີດທີ່​ເກາະ Bali ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 200 ກວ່າ​ຄົນ ຊຶ່ງ​ສ່ວນ​ໃຫຍ່​
ເປັນ​ນັກ​ທອງ​ທ່ຽວ. ນັບ​ແຕ່​ນັ້ນ​ມາ ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ບັນ ດາກຸ່ມຫົວ​ຮຸນ​ແຮງ​
ທີ່​ສໍາຄັນ​ຂອງ​ປະ​ເທດ ​ໄດ້​ອ່ອນ​ເພຍ​ລົງ.
XS
SM
MD
LG