ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດແຜ່ນດິນໄຫວ ຂະໜາດແຮງ ທີ່ອິນໂດເນເຊຍ


ແຜນທີ່ບອກບ່ອນເກີດແຜນດິນໄຫວ ຂອງອົງການທໍລະນີວິທະຍາສະຫະລັດ (18 ສິງຫາ 2012)
ແຜນທີ່ບອກບ່ອນເກີດແຜນດິນໄຫວ ຂອງອົງການທໍລະນີວິທະຍາສະຫະລັດ (18 ສິງຫາ 2012)
ແຜ່ນດິນໄຫວຂະໜາດແຮງ ໄດ້ເກີດຂຶ້ນທີ່ເກາະ Sulawesi ຂອງ
ອິນໂດເນເຊຍ.

ອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດກ່າວວ່າ ແຜ່ນດິນ
ໄຫວທີ່ມີຄວາມແຮງແທກໄດ້ 6.6 ຣິກເຕີ້ໄດ້ເກີດຂຶ້ນໃນເວລາປະ
ມານ 5 ໂມງແລງ ກັບ 40 ນາທີ ຂອງວັນເສົາມື້ນີ້ ຕາມເວລາທ້ອງ
ຖິ່ນ ປະມານ 56 ຫຼັກກິໂລແມັດ ຫ່າງຈາກເມືອງ Palu ໃນຄວາມ
ເລິກ 20 ກິໂລແມັດ.

ຍັງບໍ່ທັນມີລາຍງານກ່ຽວກັບຄວາມເສຍຫາຍຫຼືການບາດເຈັບລົ້ມ
ຕາຍໃດໆເທື່ອ. ອົງການຂ່າວຝຣັ່ງ ລາຍງານວ່າ ປະຊາຊົນໃນ
ເມືອງ Palu ທີ່ພາກັນຕື່ນຕົກໃຈ ໄດ້ພາກັນແລ່ນອອກໄປ ຈາກ
ເຮືອນຊານຂອງພວກເຂົາເຈົ້າຂະນະທີ່ເກີດແຜ່ນດິນສັ່ນສະເທືອນ.

ອິນໂດເນເຊຍມີແນວໂນ້ມຫຼືທ່າອຽງມັກຈະເກີດແຜ່ນດິນໄຫວຢູ່ເລື້ອຍຍ້ອນຕັ້ງຢູ່ໃນເຂດທີ່
ເອີ້ນວ່າ ວົງແຫວນໄຟປາຊີຟິກ ທີ່ຫ້ອມລ້ອມອ່າງມະຫາສະມຸດປາຊີຟິກນັ້ນ.
XS
SM
MD
LG