ພວກມືປືນ ຢູ່ໃນນະຄອນຈາກາຕ້າ ໄດ້ແນເປົ້າໝາຍ ແລະສັງ
ຫານຕໍາຫລວດ ອີກນຶ່ງຄົນ ໃນການໂຈມຕີເຈົ້າໜ້າທີ່ ເທື່ອຫຼ້າ
ສຸດ ທີ່ມີມາເປັນລຳດັບ ຢູ່ໃນນະຄອນຫຼວງຂອງອິນໂດເນເຊຍ.
ບັນດາເຈົ້າໜ້າທີ່ກ່າວວ່າ ເຂົາເຈົ້າໄດ້ຈັບຜູ້ຕ້ອງສົງໄສຫົກຄົນ
ຫຼັງຈາກການຍິງສັງຫານ ໃນວັນອາທິດຜ່ານມາ ຊຶ່ງເປັນການ
ໂຈມຕີເທື່ອທີເຈັດ ແບບດຽວກັນນີ້ ທີ່ນະຄອນຫຼວງຈາກາຕ້າ
ໃນປີນີ້. ບັນດາເຈົ້າໜ້າທີ່ ກ່າວວ່າ ເຂົາເຈົ້າກໍາລັງຊອກຫາຜູ້
ຕ້ອງສົງໄສ ຕື່ມອີກສອງຄົນ.
ການໂຈມຕີສ່ວນໃຫຍ່ ຮວມທັງໃນວັນອາທິດຜ່ານມາ ແມ່ນພົວພັນກັບພວກມືປືນທີ່ຂີ່ລົດຈັກ ຍິງເຂົ້າໃສ່ເປົ້າໝາຍ ກ່ອນຈະໜີໄປຈາກບ່ອນເກີດເຫດ. ມີແຕ່ ຕໍາຫລວດສອງຄົນເທົ່ານັ້ນ ຂອງພວກທີ່ຖືກໂຈມຕີເຈັດຄົນ ລອດຊີວິດມາໄດ້.
ຫົວໜ້າຕໍາຫລວດ ແຫ່ງຊາດ ທີ່ຖືກແຕ່ງຕັ້ງໃໝ່ ທ່ານ Sutarman ກ່າວວ່າ ແກ້ໄຂບັນຫາການຄາດຕະກໍານີ້ ແມ່ນວຽກສໍາຄັນທີ່ສຸດຂອງທ່ານ. ທ່ານເວົ້າວ່າ “ຫວັງວ່າ ພວກເຮົາຈະສາມາດແກ້ໄຂຄະດີດັ່ງກ່າວໃນບໍ່ຊ້ານີ້ ນັບຕັ້ງແຕ່ພວກເຮົາໄດ້ຈັບຜູ້ຕ້ອງສົງໄສທີ່ສໍາຄັນຫົກຄົນ. ພວກເຮົາໄດ້ທໍາຄວາມກ້າວໜ້າຢ່າງຫລວງຫລາຍ ໃນການສືບສວນຂອງພວກເຮົາ ແຕ່ພວກເຮົາຍັງບໍ່ທັນໄດ້ຄົ້ນພົບເລື້ອງລາວທັງໝົດ.”
ໜ່ວຍຕໍ່ຕ້ານຜູ້ກໍ່ການຮ້າຍຂອງອົງການຕໍາຫລວດແຫ່ງຊາດອິນໂດເນເຊຍ ກໍາ ລັງປະ
ຕິບັດກ່ຽວກັບຫຼາຍໆຄະດີ ແລະສົງໄສວ່າ ກຸ່ມກໍ່ການຮ້າຍທີ່ບໍ່ຊາບຊື່ເປັນ ຜູ້ຢູ່ເບື້ອງ
ຫລັງການສັງຫານເຫຼົ່ານີ້.