ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ກົດດັນໃຫ້ ມຽນມາເອົາສັນຊາດ ໃຫ້ຊົນເຜົ່າໂຣຮິງຢາ (ວີດິໂອ/ສະໄລດ໌)


ຊາວອົບພະຍົບຊົນເຜົ່າໂຣຮິງຢາທີ່sລົບໜີຈາກບ້ານເຮືອນ (IDP) ກໍາລັງຈະໄປຍັງຄ້າຍອົບພະຍົບ ຢູ່ໃນເມືອງ Sittwe ມຽນມາ ວັນທີ 17 ພິດສະພາ 2013.
ຊາວອົບພະຍົບຊົນເຜົ່າໂຣຮິງຢາທີ່sລົບໜີຈາກບ້ານເຮືອນ (IDP) ກໍາລັງຈະໄປຍັງຄ້າຍອົບພະຍົບ ຢູ່ໃນເມືອງ Sittwe ມຽນມາ ວັນທີ 17 ພິດສະພາ 2013.
ອິນໂດເນເຊຍ ກໍາລັງທໍາການກົດດັນຕໍ່ລັດຖະບານມຽນມາ ໃຫ້
ອະນຸມັດ​ຖານະ ທາງກົດໝາຍແກ່ຊາວມຸສລິມຊົນເຜົ່າໂຣຮິງຢາ
ຢູ່​ໃນປະເທດດັ່ງກ່າວຂະນະທີ່ຊາວໂຣຮິງຢາ​ໃນ​ຈຳນວນ​ເພີ້ມ
ຂຶ້ນນັບ​ມື້ ພາກັນຫາທາງຂໍລີ້ໄພຢູ່ອິນໂດເນເຊຍ ແລະບ່ອນອື່ນໆ
ຢູ່ຕ່າງປະເທດ.

ທ່ານ Marty Natalegawa, ລັດຖະມົນຕີກະຊວງການຕ່າງປະ
ເທດອິນໂດເນເຊຍເວົ້າວ່າ ມຽນມາຕ້ອງໄດ້ດຳ​ເນີນ​ການ​ຕໍ່​ໄປ​ໃນ​ການປະຕິຮູບທາງປະຊາທິປະໄຕ ແລະຮັບຮູ້ສິດທິອັນຊອບທໍາ
ຕາມກົດໝາຍຂອງຊາວມຸສລິມຊົນເຜົ່າໂຣຮິງຢາ ຈໍານວນຫລາຍ
ແສນຄົນ ທີ່ບໍ່ມີປະເທດນັ້ນ.

ມຽນມາໄດ້ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ຈາກການນອງເລືອດ ຍ້ອນມີການແບ່ງແຍກທາງ
ສາສະໜາໃນປີກາຍນີ້ ທີ່ໄດ້ພາໃຫ້ຫລາຍກວ່າ 200 ຄົນເສຍຊີວິດ ແລະເຮັດໃຫ້ຫລາຍ
ສິບພັນຄົນ ໄດ້ຮັບບາດເຈັບ. ການຕໍ່ສູ້ກັນໄດ້ເລີ້ມຕົ້ນຂຶ້ນ ຢູ່ໃນປະຊາຄົມທີ່ຄົນສ່ວນ
ໃຫຍ່ແມ່ນຊາວມຸສລິມຊົນເຜົ່າໂຣຮິງຢາທີ່ຖືກປະຕິເສດບໍ່ໃຫ້ໄດ້ຮັບສັນຊາດນັ້ນ.

ທ່ານ Natalegawa ກ່າວຕໍ່ຜູ້ສື່ຂ່າວ ຢູ່ທີ່ບາງກອກ ໃນວັນພຸດວານນີ້ວ່າ ອິນໂດເນເຊຍ
ກໍາລັງ “ຊຸກຍູ້ໃຫ້” ມຽນມາ ອະນຸມັດການຮັບຮູ້ທາງກົດໝາຍ ຕໍ່ຊົນເຜົ່າໂຣຮິງຢາ ຊຶ່ງ
ເປັນຂັ້ນຕອນທໍາອິດ ເພື່ອຜ່ອນຄາຍຄວາມເຄັ່ງຕຶງຕ່າງໆລົງ.

ທ່ານ Natalegawa ເວົ້າວ່າ “ມັນມີບັນຫາເລື້ອງສະຖານະພາບ ຊຶ່ງ​ໃນດ້ານ ນຶ່ງ ແມ່ນເລື້ອງການເມືອງ ແລະພ້ອມ​ດຽວ​ກັນ​ ກໍ​ເປັນເລື້ອງກົດໝາຍນຳ​ດ້ວຍ ຊຶ່ງ​ໃນ
ປັດຈຸບັນພວກເຮົາຊຸກຍູ້ໃຫ້ລັດຖະບານມຽນມາ ທໍາການແກ້ໄຂຢ່າງເປັນພື້ນຖານ
ເພື່ອວ່າຊາວໂຣຮິງຢາ ຈະສາມາດໄດ້ຮັບສະຖານະພາບ ແລະສິດທິ ທີ່ຖືກຕ້ອງ
ຕາມກົດໝາຍ ຄ້າຍຄືກັນ ກັບປະຊາຊົນຜູ້ອື່ນໆ ຢູ່ໃນປະເທດຂອງ ເຂົາເຈົ້າ.”


ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:



ເຈົ້າໜ້າທີ່ມຽນມາໄດ້ຈໍາແນກເອົາຊາວໂຣຮິງຢາ ອອກຈາກກຸ່ມຊົນເຜົ່າອື່ນໆ ທີ່ຖືກຮັບ
ຮູ້ວ່າ ເປັນພົນລະເມືອງຂອງປະເທດດັ່ງກ່າວ ມາເປັນເວລາດົນນານ​ແລ້ວ ໂດຍອ້າງວ່າ ພວກຊົນເຜົ່ານີ້ ເປັນຄົນເຂົ້າເມືອງທີ່ຜິດກົດໝາຍ ທີ່ໜີມາຈາກບັງກລາແດັສ ຊຶ່ງເພື່ອນ
ບ້ານນັ້ນ ມາໂດຍຕະຫລອດ.

ຊາວໂຣຮິງຢາຫລາຍແສນຄົນ ໄດ້ຫລົບໜີຈາກມຽນມາໂດຍທາງເຮືອ ທີ່ເຕັມໄປດ້ວຍ
ອັນຕະລາຍ ໃນຂະນະທີ່ຊອກຫາ​ບ່ອນລີ້ໄພຢູ່​ໃນຕ່າງປະເທດ.

ສະພາບການຂອງຊາວອົບພະຍົບໂຣຮິງຢາ ຢູ່ໃນໄທ:

Rohingya Boat People Face Deadline and No Home
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ


ອິນໂດເນເຊຍກໍາລັງມີແຜນຈະຈັດກອງປະຊຸມໃຫຍ່ປະຈໍາຂົງເຂດໃນປີນີ້ ເພື່ອປາບປາມ
ການລັກລອບເອົາຄົນເຂົ້າປະເທດ ແລະຫລຸດຜ່ອນການຫລັ່ງໄຫລຂອງພວກ​ອົບພະຍົບ
ທາງເຮືອ ເຂົ້າໄປໃນຂົງເຂດດັ່ງກ່າວ.

ເບິ່ງສະໄລດ໌ກ່ຽວກັບຂ່າວນີ້:

XS
SM
MD
LG