ມັນເປັນເວລາເກືອບນຶ່ງທົດສະວັດຜ່ານມາແລ້ວ ທີ່ລະເບີດໄດ້ແຕກຂຶ້ນ ຢູ່ໄນຄລັບແຫ່ງນຶ່ງ
ຂອງເກາະບາຫຼີ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 200 ຄົນ. ໃນໄລຍະຫຼາຍໆປີນັບແຕ່ນັ້ນ
ມາ ອິນໂດເນເຊບໄດ້ຈັດຕັ້ງໜ່ວຍຕໍ່ຕ້ານພວກກໍ່ການຮ້າຍຂອງຕຳຫຼວດທີ່ມີຊື່ວ່າ Densus
88 ຂຶ້ນມາ ແລະໜ່ວຍດັ່ງກ່າວນີ້ໄດ້ທຳການຈັບກຸມພວກທີ່ສົງໄສວ່າເປັນຜູ້ກໍ່ການຮ້າຍແລ້ວ
ປະມານ 600 ຄົນ.
ພວກນັກວິເຄາະເວົ້າວ່າການຕັດສິນລົງໂທດທ່ານ Abu Bakar Bashir ນັກສອນສາສະ
ໜາທີ່ປຸກລະດົມໃຫ້ເກີດຄວາມວຸ້ນວາຍ ແມ່ນເປັນສັນຍານໃຫ້ເຫັນເຖິງຄວາມໝາຍໝັ້ນຕັ້ງ
ໃຈຂອງລັດຖະບານ ທີ່ຈະລົງໂທດພວກທີ່ພົວພັນໃນການກໍ່ຄວາມຮຸນແຮງ. ທ່ານ Bashir
ແມ່ນຖືກພິຈາລະນາກັນວ່າເປັນຜູ້ນຳທາງດ້ານຈິດໃຈຂອງກຸ່ມ Jemaah Islamiyah ຊຶ່ງ
ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍຂ້າມຊາດອາລກາຍດາທີ່ຮັບຜິດຊອບກ່ຽວກັບການໂຈມຕີ
ກໍ່ການຮ້າຍຕ່າງໆໃນຮອບ 10 ກວ່າປີຜ່ານມານີ້.
ຂະນະດຽວກັນ ຄວາມສະໜັບສະໜຸນຂອງປະຊາຊົນຕໍ່ການໂຈມຕີຂະໜາດໃຫຍ່ທີ່ໄດ້ແນ
ເປົ້າໝາຍໃສ່ຊາວຕາເວັນຕົກດັ່ງດຽວກັນກັບທີ່ໄດ້ເກີດຂຶ້ນຢູ່ເກາະບາຫຼີນັ້ນກໍໄດ້ເຫືອດຫາຍ
ໄປ.
ການປ່ຽນແປງດັ່ງກ່າວ ໄດ້ສ້າງຄວາມລະສໍ່າລະສາຍໃຫ້ແກ່ກຸ່ມຫົວຮຸນແຮງຕ່າງໆແລະພາ
ໃຫ້ມີການໂຈມຕີຂະໜາດນ້ອຍລົງມາ ທີ່ບໍ່ເປັນລະບຽບ ແລະເພັ່ງເລັງເປົ້າໝາຍໃສ່ຕຳຫຼວດ ແລະພວກທີ່ບໍ່ແມ່ນມຸສລິມທີ່ຖືກເບິ່ງກັນວ່າ ບ່ອນທຳລາຍສາສະໜາອິສລາມນັ້ນ. ແຕ່ການ
ອ່ອນກຳລັງລົງຂອງກຸ່ມ Jemaah Islamiyah ແລະກຸ່ມອື່ນໆ ພວມພາໃຫ້ເກີດມີຄວາມວິ
ຕົກກັງວົນໃໝ່ຂຶ້ນມາກ່ຽວກັບການເກັບເກນເອົາພວກຊາວໜຸ່ມຂອງພວກກຸ່ມກໍ່ການຮ້າຍນັ້ນ.
ທ່ານ Noor Huda Ismail ນັກວິເຄາະດ້ານກໍ່ການຮ້າຍ ແລະອະດີດນັກສຶກສາຂອງໂຮງ
ຮຽນ Ponkok Ngruki ຊຶ່ງເປັນໂຮງຮຽນກິນນອນສາສະໜາອິສລາມທີ່ທ່ານ Bashir ເປັນ
ຜູ້ຮ່ວມກໍ່ຕັ້ງນັ້ນກ່າວວ່າ ທ່ານໄດ້ສັງເກດເຫັນທ່າອຽງຫຼືແນວໂນ້ມທີ່ໜ້າເປັນຫ່ວງ.
ທ່ານ Noor Huda ເວົ້າວ່າ “ຕາມທຳນຽມແລ້ວ ຜູ້ຄົນທີ່ເຂົ້າຮ່ວມ ຂະບວນການກໍ່
ການຮ້າຍຈະມາຈາກໂຮງຮຽນໃດໂຮງຮຽນນຶ່ງ ເຊັ່ນໂຮງຮຽນຂອງຂ້ອຍ ຄືໂຮງ
ຮຽນ Ngruki ຫຼືບໍ່ກໍໂຮງຮຽນ Darul Syahadah ຫຼືໂຮງຮຽນ Al Muttaqin.
ໃນປັດຈຸບັນ ຖ້າພວກເຮົາເບິ່ງໄປຍັງແນວໂນ້ມ ທີ່ແຕກຕ່າງໄປນັ້ນແລ້ວ ກໍຈະ
ເຫັນວ່າ ພວກເຂົາມາຈາກໂຮງຮຽນ ທີ່ບໍ່ໄດ້ສອນເລື່ອງສາສະໜາກໍມີ.”
ທ່ານເວົ້າວ່າ ການປ່ຽນແປງໃນເປົ້າໝາຍດັ່ງກ່າວ ເຮັດໃຫ້ເປັນການງ່າຍຂຶ້ນ ສຳລັບກຸ່ມຫົວ
ຮຸນແຮງທີ່ຈະຊັກຊວນໃຫ້ພວກໜຸ່ມນ້ອຍ ເຂົ້າມາຮ່ວມນໍາ. ຫຼາຍໆຄົນໄດ້ໃຊ້ແນວຄິດກ່ຽວ
ກັບການສ້າງຕັ້ງປະເທດອິສລາມຂຶ້ນມາ ເພື່ອຮຽກຮ້ອງເອົາຄວາມສົນໃຈຈາກພວກທີ່ນິຍົມ
ແນວທາງເດີມກລາຍຂຶ້ນເລື້ອຍໆແລະພວກຊາວໜຸ່ມທີ່ດ້ອຍຖານະແລະມີຊີວິດທີ່ລົ້ມແຫລວ
ທີ່ເຊື່ອວ່າປະເທດຊາດໄດ້ສ້າງຄວາມຜິດຫວັງໃຫ້ແກ່ພວກເຂົາເຈົ້ານັ້ນ.
ອົງການແຮງງານສາກົນຫຼື ILO
ກະປະມານວ່າ ມີພວກຊາວໜຸ່ມ
ອິນໂດເນ ເຊຍ 23% ບໍ່ມີວຽກ
ເຮັດງານທຳຊຶ່ງເປັນສະຖິຕິທີ່ໜ້າ
ຕື່ນຕົກໃຈ ໃນເມື່ອວ່າການເຕີບ
ໂຕຂອງເສດຖະກິດ ອິນໂດເນ
ເຊຍໄດ້ສ້າງວຽກເຮັດງານທຳທີ່
ມີລາຍໄດ້ສູງໆເພີ່ມຂຶ້ນ. ພວກ
ນາຍຈ້າງເວົ້າວ່າບັນຫາກໍມີຢູ່ວ່າ
ພວກທີ່ເຂົ້າໄປເຮັດວຽກໃໝ່ເຫຼົ່າ
ນີ້ບໍ່ມີຄວາມຮູ້ ແລະການສຶກສາ
ພຽງພໍ.
ທ່ານ Syafii Anwar ຜູ້ອຳ
ນວຍການ ສູນກາງນາໆຊາດ
ສໍາລັບສາສະໜາອິສລາມແລະ
ຄວາມຫຼາກຫຼາຍຂອງດ້ານສາ
ສະໜາເວົ້າວ່າ ບັນຫາຕ່າງໆເຊັ່ນເລື່ອງຄົນຫວ່າງງານແລະການສໍ້ລາດບັງຫຼວງໄດ້ມີອິດທິ
ພົນຕໍ່ແນວທາງທີ່ພວກຄົນລຸ້ນໜຸ່ມນ້ອຍເຂົ້າໃຈຫຼືມອງເບິ່ງໃນເລື່ອງສາສະໜາ.
ແລະທ່ານ Noor Huda ກ່າວວ່າ ກຸ່ມຫົວຮຸນແຮງຕ່າງໆພວມສວຍໃຊ້ໄປໃນທາງຜິດກ່ຽວກັບຄວາມນຶກຄິດຫຼືຄວາມເຊື່ອໃນສາສະໜາອິສລາມ ເພື່ອສວຍໂອກາດຊັກຊວນເອົາພວກ ຊາວໜຸ່ມເຂົ້າມາເປັນສະມາຊິກເພີ່ມຕື່ມຢ່າງ ງ່າຍດາຍນັ້ນ.
ນາຍ Noor Huda ເວົ້າວ່າ “ນີ້ແມ່ນຍັງເປັນຍ້ອນ ການຂາດການໄຕ່ຕອງແບບມີ
ເຫດມີຜົນຂອງພວກຊາວໜຸ່ມອິນໂດເນເຊຍ ແລະວິທີທີ່ພວກເຮົາສອນສາສະ
ໜານັ້ນ ແມ່ນດຳແລະຂາວຫຼາຍກວ່າ ແລະຊຸກຍູ້ບໍ່ໃຫ້ມີການໂຍະຍານຜ່ອນຜັນ ຕໍ່ພວກທີ່ແຕກຕ່າງໄປຈາກເຮົາ.”
ຫຼັງຈາກມີການກ່າວວ່າ ພວກຜູ້ຊາຍ 3 ຄົນໄດ້ຖືກປະຫານຊີວິດຍ້ອນເປັນຜູ້ວາງລະເບີດ
ໃນການໂຈມຕີທີ່ເກາະບາຫຼີ ໃນປີ 2002 ນັ້ນ ເຄີຍມີການພົວພັນກັບໂຮງຮຽນ Ngruki
ຂອງທ່ານ Bashir ພວກນັກວິເຄາະບາງຄົນ ຈຶ່ງໄດ້ມອງເບິ່ງດ້ວຍສາຍຕາທີ່ຕິຕຽນຢ່າງ
ແຮງ ໄປຍັງໂຮງຮຽນກິນນອນ ຂອງສາສະໜາອິສລາມໃນອິນໂດເນເຊຍ ທີ່ເອີ້ນກັນວ່າ
Pesantran ນັ້ນ.
ນາຍ Wahyu Kusuma ເຄີຍເຂົ້າໂຮງຮຽນ Ponkok Ngruki ເປັນເວລາສັ້ນໆໃນຕົ້ນ
ຊຸມປີ 1990 ໃນຂະນະທີ່ລາວມີອາຍຸ 15 ປີ.
ນາຍ Kusuma ເວົ້າວ່າ “ລາວມີຄວາມຄຽດຊັງແທ້ໆ ຕໍ່ພວກທີ່ບໍ່ໄດ້ນັບຖືສາສະ
ໜາອິສລາມໃນເວລານັ້ນ ຍ້ອນຜູ້ນຳຂອງໂຮງຮຽນ ສອນພວກເຂົາເຈົ້າວ່າສາ
ສະໜາອື່ນເປັນສາສະໜາທີ່ບໍ່ຖືກຕ້ອງ ແລະສາສະໜາເຫຼົ່ານີ້ເປັນສາເຫດພາ
ໃຫ້ເກີດບັນຫາຕ່າງໆ. ລາວຍັງໂຊກດີຢູ່ ທີ່ບໍ່ໄດ້ໄປຮຽນເຕັມເວລາ ຊຶ່ງລາວ
ເວົ້າວ່າ ໃນທີ່ສຸດລາວກໍສາມາດເຮັດການສະຫຼຸບເອົາເອງໄດ້.”
ນາຍ Kusuma ເວົ້າວ່າ ໂຮງຮຽນກິນນອນໃນທຸກມື້ນີ້ ແມ່ນແຕກຕ່າງຫຼາຍຈາກເມື່ອກ່ອນ
ຊຶ່ງໃນເວລານີ້ລາວມີຫຼານຫຼາຍໆຄົນໄປເຂົ້າໂຮງຮຽນກິນນອນ Pesantran ທີ່ມີແນວທາງ
ປານກາງແບບສະໄໝໃໝ່ ທີ່ການສິດສອນແມ່ນຮວມທັງ ພາສາອັງກິດແລະຄອມພິວເຕີ້ນຳ
ດ້ວຍ. ມັນເປັນເລື່ອງຢູ່ນອກໂຮງຮຽນ ທີ່ໄດ້ສ້າງຄວາມວິຕົກກັງວົນໃຫ້ແກ່ພວກນັກວິເຄາະ
ທີ່ເວົ້າວ່າ ທີມກິລາຕ່າງໆແລະກຸ່ມການສຶກສາດ້ານສາສະໜາທີ່ບໍ່ເປັນທາງການແມ່ນສະຖານ
ທີ່ຕົ້ນຕໍໃນການເກັບເກນເອົາພວກໜຸ່ມນ້ອຍຂອງກຸ່ມຫົວຮຸນແຮງ.
ນາຍ Hariyono ເປັນຍາມຮັກສາຄວາມປອດໄພທີ່ບ້ານໆນຶ່ງຢູ່ນອກເມືອງ Solo ທີ່ນາຍ
Noordin Top ຜູ້ກໍ່ການຮ້າຍຄົນສຳຄັນໄດ້ຖືກຂ້າຕາຍ ໃນລະຫວ່າງການບຸກເຂົ້າໄປກວດ
ຄົ້ນຂອງຕຳຫຼວດ ໃນເດືອນກັນຍາປີ 2009. ເຖິງແມ່ນນາຍ Hariyono ບໍ່ຮູ້ປະວັດຫຍັງ
ຫຼາຍຂອງນາຍ Top ກໍຕາມແຕ່ລາວເວົ້າວ່າ ນາຍ Top ໄດ້ຈັດປະຊຸມພວກຊາວໜຸ່ມຢູ່ໃນ
ຄຸ້ມຂອງລາວໃຫ້ມີການສົນທະນາຫາລືກັນ. ນາຍ Hariyono ເວົ້າວ່າ ຖ້າຕຳຫຼວດຫາກບໍ່
ໄດ້ຈັດການກັບນາຍ Top ກ່ອນ ລາວຢ້ານວ່າ ລູກຊາຍຂອງລາວອາດໄດ້ຮັບເອົາແນວຄິດ
ຫົວຮຸນແຮງແລ້ວ.
ນາຍ Hariyono ກ່າວວ່າ "ແນວຄິດຫົວຮຸນແຮງ ແມ່ນຂັ້ນຕອນໃນການສິດສອນ
ອົບຮົມ. ມັນເປັນເລື່ອງທີ່ງ່າຍຫຼາຍ ທີ່ຈະຊັກຊວນພວກໜຸ່ມນ້ອຍດ້ວຍການສິດ
ສອນແນວຄິດກ່ຽວກັບອະນາຄົດໃຫ້ພວກເຂົາເຈົ້າ ໂດຍສະເພາະແລ້ວ ພວກ
ໜຸ່ມນ້ອຍທີ່ບໍ່ມີແນວຄິດ ຫຼືຄວາມທະເຍີທະຍານໃດໆນັ້ນ."
ພວກນັກວິເຄາະດ້ານກໍ່ການຮ້າຍກ່າວວ່າ ອົງການຈັດຕັ້ງໃຫຍ່ໆເຊັ່ນກຸ່ມ Jemaah Isla-
miyah ຮັບຮູ້ວ່າ ເພື່ອຈະສ້າງຖານທີ່ໝັ້ນຂອງຕົນຄືນໃໝ່ນັ້ນເຂົາເຈົ້າຈຳເປັນຕ້ອງໄດ້ຮຽກ
ຮ້ອງກ່ຽວກັບບັນຫາຕ່າງໆ ທີ່ໄດ້ເກີດຂຶ້ນຢູ່ໃນປະຊາຄົມທ້ອງຖິ່ນ. ແລະໃນຂະນະທີ່ພວກ
ເຂົາເຈົ້າອາດຈະບໍ່ໄດ້ເພັ່ງເລັງໃສ່ພວກໜຸ່ມນ້ອຍເປັນການສະເພາະກໍຈິງ ແຕ່ມັນເປັນທີ່ຈະ
ແຈ້ງວ່າ ພວກນັກຮຽນມັດຂັ້ນທະຍົມແມ່ນເປົ້າໝາຍຂອງພວກເຂົາ.
ແຕ່ພວກນັກຄົ້ນຄວ້າກໍເຕືອນວ່າ ໄພຂົ່ມຂູ່ດັ່ງກ່າວບໍ່ຄວນຈະໃຫ້ຄວາມສຳຄັນຫຼາຍຈົນເກີນ
ໄປ. ໃນເວລານີ້ ມະຫາວິທະຍາໄລຫຼາຍໆແຫ່ງ ໄດ້ມີໂຄງການຊຸກຍູ້ ໃຫ້ມີການອະນຸໂລມ
ຜ່ອນຜັນ ຫຼືຕິດຕໍ່ໃຫ້ພວກນັກສຶກສາພົວພັນ ກັບບັນດາອົງການຈັດຕັ້ງໃນການເສີມສ້າງປະ
ຊາຄົມຕ່າງໆ. ທ້າວ Supriyadi ທີ່ມະຫາວິທະຍາໄລ Diponegoro ຂອງລັດຖະບານທີ່
ເມືອງ Samarang ເຮັດວຽກຮ່ວມກັບທ່ານ Noor Huda ໃນໂຄງການນຶ່ງ ທີ່ຊອກຫາ
ວຽກເຮັດງານທຳໃຫ້ແກ່ອະດີດພວກຫົວຮຸນແຮງຫຼື Jihadi.
ລາວເວົ້າວ່າ ລາວບໍ່ມີຄວາມວິຕົກກັງວົນໃດໆກ່ຽວກັບໄພຂົ່ມຂູ່ຈາກພວກກໍ່ ການຮ້າຍ. ສິ່ງ
ທີ່ສຳຄັນກວ່ານັ້ນກໍຄືນຳໃຊ້ກຳລັງວັງຊາແລະການລົງໂທດທີ່ຜັກດັນໃຫ້ຜູ້ຄົນກາຍເປັນພວກ
ຫົວຮຸນແຮງນັ້ນ ແລະຊອກຫາຊ່ອງທາງເພື່ອດຳເນີນການສິ່ງໃດສິ່ງນຶ່ງທີ່ເຮັດໃຫ້ມັນເປັນໄປ
ທາງບວກ.