ປະທານາທິບໍດີ ອິນໂດເນເຊຍ ທ່ານ Joko Widodo ຈະເດີນ
ທາງມາຢ້ຽມຢາມທຳນຽບຂາວ ໃນວັນຈັນມື້ອື່ນນີ້ ສຳລັບການ
ເຈລະຈາ ກັບປະທານາທິບໍດີ ບາຣັກ ໂອບາມາ ທີ່ລັດຖະບານ
ຈາກາຕາ ເວົ້າວ່າເບິ່ງຄືຈະເພັ່ງເລັງໃສ່ການລົງທຶນ, ການຄ້າ
ແລະ ການພັດທະນາເທັກໂນໂລຈີ ດີຈີຕອລ ໃນປະເທດ ທີ່ມີ
ເສດຖະກິດທີ່ໃຫຍ່ທີ່ສຸດຂອງເອເຊຍຕາເວັນອອກສຽງໃຕ້.
ທຳນຽບຂາວຍັງບໍ່ໄດ້ເປີດເຜີຍລາຍການ ຂອງກອງປະຊຸມ,
ແຕ່ບັນດານັກວິເຄາະກ່າວວ່າ ຫົວຂໍ້ເບິ່ງຄື ຈະລວມມີວິກິດການ
ຄວັນພິດຂອງປະເທດ ເຊິ່ງປະຈຸບັນນີ້ ໄດ້ປົກຄຸມເຂດສ່ວນໃຫຍ່
ຢູ່ໃນພາກພື້ນ, ແລະ ບັນຫາສິດທິມະນຸດ ຈາກນະໂຍບາຍການ
ລົງໂທດ ປະຫານຊີວິດ ທີ່ເປັນບັນຫາຂອງປະເທດ ຈົນເຖິງສິດທິຂອງບັນດາແມ່ຍິງ.
ນອກຈາກນັ້ນ, ທ່ານ Widodo ກໍຍັງຈະປຶກສາຫາລືກັບບັນດາຜູ້ນຳລັດຖະສະພາ ສະຫະລັດ.
ໂດຍປະເຊີນໜ້າກັບພາລະໜ້າທີ່ຈະເຮັດໃຫ້ປະເທດທີ່ກວ້າງໃຫຍ່ ເຕັມດ້ວຍເກາະດອນ
ຫຼາຍກວ່າ 18,000 ເກາະ ໃຫ້ກາຍເປັນປະເທດທີ່ໃຊ້ລະບົບດີຈີຕອລ, ທ່ານ Widodo
ແລະ ຄະນະຂອງຜູ້ນຳທາງດ້ານເທັກໂນໂລຈີ ຈຳນວນຫຼາຍ ທີ່ເດີນທາງມານຳທ່ານ ແມ່ນ
ມີກຳນົດຈະພົບປະກັບ ຜູ້ບໍລິຫານ ຂອງບໍລິສັດ Microsoft Google Facebook ແລະ Apple ໃນລະຫວ່າງ ການຢ້ຽມຢາມ Silicon Valley ໃນສັບປະດາໜ້ານີ້.
ຂໍ້ມູນຂອງທະນາຄານໂລກ ສະແດງໃຫ້ເຫັນວ່າ ປະມານ 17 ເປີເຊັນ ຂອງປະຊາກອນ ອິໂດເນເຊຍ 250 ລ້ານຄົນ ມີອິນເຕີເນັດໃຊ້.
ໂຄສົກຂອງຈາກາຕາ ທ່ານນຶ່ງ ກ່າວໃນວັນເສົາວານນີ້ ວ່າ ທ່ານວີໂດໂດ ຈະຂໍຮ້ອງ
ບໍລິສັດ Google ໃຫ້ຂະຫຍາຍ ການນຳໃຊ້ອິນເຕີເນັດ ອອກໄປສູ່ເຂດໝູ່ເກາະ ທີ່ຫ່າງ
ໄກສອກຫລີກ ດ້ວຍເທັກໂນໂລຈີ ປຸມເປົ້າລະດັບຄວາມສູງ. ລັດຖະມົນຕີ ຖະແຫລງຂ່າວ ທ່ານ Rudiandtar ກ່າວວ່າ ບໍລິສັດ Apple ຍັງໄດ້ເອີ່ຍເຖິງ ຄວາມສົນໃຈ ໃນການກໍ່ສ້າງ
ສູນຄົ້ນຄວ້າ ແລະ ການພັດທະນາ ແຫ່ງນຶ່ງ ໃນປະເທດຂອງທ່ານ.