ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2 ຄົນ ເສຍຊີວິດ ຢູ່ ອິນໂດເນເຊຍ ຍ້ອນພູໄຟ ລະເບີດ (ສະໄລດ໌/ວີດີໂອ)


Indonesia Volcano
please wait
Embed

No media source currently available

0:00 0:00:37 0:00
ລິງໂດຍກົງ
ການລະເບີດຂອງພູໄຟຄັ້ງໃຫຍ່ຢູ່ອິນໂດເນເຊຍ ເຮັດໃຫ້ 2 ຄົນ
ເສຍຊີວິດແລະ ພາໃຫ້ມີການຍົກຍ້າຍ ປະຊາຊົນອອກໜີ ຢ່າງ
ໜ້ອຍ 100,000 ຄົນ.

ພູໄຟ Kelud ຊຶ່ງຕັ້ງຢູ່ເທິງເກາະ Java ໄດ້ລະເບີດຂຶ້ນໃນຕອນ
ແລງຂອງວັນພະຫັດວານນີ້ ໂດຍສົ່ງຄວັນ ແລະຂີ້ເທົ່າພຸ່ງຂຶ້ນສູ່
ບັນຍາກາດສູງເຖິງ 30 ກິໂລ ແມັດ.

ໝາກຫີນແລະຄວັນຂີ້ເທົ່າທີ່ໜາຕຶບໄດ້ຕົກລົງໃສ່ບ້ານຕ່າງໆທີ່
ຢູ່ໄກອອກໄປ ເຖິງ 500 ຫລັກກິໂລແມັດ ເຮັດໃຫ້ປະຊາຊົນພາ ກັນຫລົບໜີດ້ວຍຄວາມແຕກຕື່ນ.

ເຈົ້າໜ້າທີ່ເວົ້າວ່າ 2 ຄົນໄດ້ເສຍຊີວິດ ເວລາເຮືອນຂອງເຂົາເຈົ້າ ພັງລົງມາ ຍ້ອນນໍ້າໜັກ
ຂອງໝາກຫີນແລະຂີ້ເທົ່າພູໄຟ.



ສະໜາມບິນນາໆຊາດຫຼາຍແຫ່ງຢູ່ໃນເຂດດັ່ງກ່າວໄດ້ອັດລົງຍ້ອນບໍ່ສາມາດແນມເຫັນໃນ
ໄລຍະໄກໄດ້ ແລະການຂົ່ມຂູ່ຂອງຂີ້ເທົ່າພູໄຟ ຕໍ່ຈັກຂອງເຮືອບິນ.

ພວກນັກວິທະຍາສາດຄາດວ່າ ການລະເບີດທີ່ຮ້າຍແຮງສຸດແມ່ນຜ່ານພົ້ນໄປ ແຕ່ຄວາມ ສັ່ນສະເທືອນຂະໜາດນ້ອຍ ແມ່ນຍັງຮູ້ສຶກກັນຢູ່ ໃນວັນສຸກມື້ນີ້.

ອິນໂດເນເຊຍ ມີພູໄຟທີ່ຍັງມີການເຄື່ອນໄຫວຫລືລະເບີດເປັນບາງຄັ້ງບາງຄາວຢູ່ປະມານ
130 ໜ່ວຍ.

ໃນເດືອນແລ້ວນີ້ ການລະເບີດຂອງພູໄຟ Sinabung ທີ່ເກາະສຸມາຕຣາ ໄດ້ເຮັດໃຫ້ 16 ຄົນເສຍຊີວິດ ພ້ອມທັງບັງຄັບໃຫ້ຫລາຍໆພັນຄົນ ຕ້ອງໄດ້ຫລົບໜີ ແລະສ້າງຄວາມເສຍ ຫາຍໃຫ້ແກ່ຜົນລະປູກຈຳນວນນຶ່ງ.

Indonesia
please wait
Embed

No media source currently available

0:00 0:00:37 0:00
XS
SM
MD
LG