ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພູໄຟລະເບີດ ຮ້າຍແຮງ ກ່ວາເກົ່າອີກ ໃນ ອິນໂດເນເຊຍ


ພວກກູ້ໄພແລະທະຫານ ຫາມສົບພວກເຄາະຮ້າຍອອກມາຈາກບ້ານໆນຶ່ງ ໃນບໍລິເວນພູໄຟ Merapi ລະເບີດ (5 ພະຈິກ 2010)
ພວກກູ້ໄພແລະທະຫານ ຫາມສົບພວກເຄາະຮ້າຍອອກມາຈາກບ້ານໆນຶ່ງ ໃນບໍລິເວນພູໄຟ Merapi ລະເບີດ (5 ພະຈິກ 2010)

ພວກເຈົ້າໜ້າທີ່ການແພດຂອງອິນໂດເນເຊຍກ່າວວ່າການ
ລະເບີດຄັ້ງໃໝ່ຂອງພູໄຟ Merapi ເຮັດໃຫ້ມີຜູ້ເສຍຊີວິດ
60 ກວ່າຄົນ.

ນອກນັ້ນແລ້ວຍັງມີອີກປະມານ 70 ຄົນໄດ້ຮັບບາດເຈັບ
ສ່ວນໃຫຍ່ ແມ່ນຖືກໃໝ້ລວກຢ່າງສາຫັດ ຫຼັງຈາກພູໄຟ
Merapi ໄດ້ເກີດລະເບີດຂະໜາດແຮງຂຶ້ນ ໃນເວລາປະ
ມານທ່ຽງຄືນຂອງຄືນວັນພະຫັດຕໍ່ໃສ່ວັນສຸກ. ເຈົ້າໜ້າທີ່
ຄາດວ່າ ໂຕເລກພວກບາດເຈັບລົ້ມຕາຍ ຈະເພີ່ມສູງຂຶ້ນ
ຂະນະທີ່ພວກກູ້ໄພ ຊຶ່ງໄດ້ຮັບການສະໜັບສະໜຸນ ຈາກ
ທະຫານ ດຶງເອົາຊາກສົບຂອງພວກເຄາະຮ້າຍອອກ ມາຈາກຂີ້ເຖົ່າແລະເສດໝາກຫີນທີ່ມາ
ຈາກການລະເບີດຂອງພູໄຟ.

ໂຕເລກລ່າສຸດເຮັດໃຫ້ຈຳນວນຜູ້ເສຍຊີວິດທັງໝົດເພີ່ມຂຶ້ນເປັນຫຼາຍກວ່າ 100 ຄົນ ນັບແຕ່
ໄດ້ມີການລະເບີດຂອງພູໄຟໜ່ວຍນີ້ ທີ່ເລີ້ມມາແຕ່ວັນທີ 20 ຕຸລາ.

ເຈົ້າໜ້າທີ່ອິນໂດເນເຊຍ ໄດ້ຂະຫຍາຍເຂດອັນຕະລາຍຂອງພູໄຟ ອອກເປັນ 20 ກິໂລແມັດ
ແລະໄດ້ສັ່ງໃຫ້ຍົກຍ້າຍບ່ອນພັກສຸກເສີນ ໄກອອກໄປຕື່ມອີກຈາກ ປ່ອງພູໄຟ.

ລັດຖະມົນຕີກະຊວງຂົນສົ່ງຂອງອິນໂດເນເຊຍ ໄດ້ມີຄຳສັ່ງໃຫ້ພວກນັກບິນ ບໍ່ໃຫ້ບິນເຂົ້າໄປ
ໃກ້ປ່ອງພູໄຟ ທີ່ບໍ່ສາມາດທຳນາຍໄດ້ນັ້ນ ທີ່ໄດ້ພົ່ນຂີ້ເຖົ່າ ແລະແກັສຮ້ອນໆອອກມາ.

XS
SM
MD
LG