ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພູໄຟ ຢູ່ອິນໂດເນເຊຍ ລະເບີດ


ທີ່ເຫັນໃນພາບນີ້ ແມ່ນພູ Merapi ຊຶ່ງເປັນພູໄຟອີກໜ່ວຍນຶ່ງ ຂອງອິນໂດເນເຊຍ ໃນເຂດພາກກາງຂອງຊະວາ
ທີ່ເຫັນໃນພາບນີ້ ແມ່ນພູ Merapi ຊຶ່ງເປັນພູໄຟອີກໜ່ວຍນຶ່ງ ຂອງອິນໂດເນເຊຍ ໃນເຂດພາກກາງຂອງຊະວາ

ພູໄຟ Lukon ໃນເຂດພາກກາງຂອງອິນໂດເນເຊຍໄດ້ພົ່ນຂີ້ເຖົ່າ ກ້ອນຫີນແລະຄວັນຂຶ້ນສູ່
ອາກາດສູງຫຼາຍຮ້ອຍແມັດໃນຄືນແລ້ວນີ້ ແຕ່ພວກນັກຊ່ຽວຊານກ່າວວ່າ ການລະເບີດຂອງ
ພູໄຟນີ້ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ປະຊາຊົນທີ່ອາໄສຢູ່ຕາມເຈີ້ຍພູແຕ່ຢ່າງໃດ.

ບໍລິເວນດັ່ງກ່າວໄດ້ຖືກເຕືອນໃນລະດັບສູງສຸດ ມາແຕ່ມື້ວັນຈັນແລ້ວ ເວລາເຈົ້າໜ້າທີ່ເລີ່ມຍົກ
ຍ້າຍພວກຊາວບ້ານທີ່ອາໄສຢູ່ໃນລັດສະໝີຂອງຄວັນແລະຂີ້ເຖົ່າພູໄຟໃຫ້ພາກັນອອກໜີ. ມາ
ຮອດປັດຈຸບັນມີປະຊາຊົນປະມານ 2,500 ຂອງຈຳນວນທັງໝົດ 28,000 ຄົນທີ່ອາໄສຢູ່ໃນ
ເຂດເຈີ້ຍພູທີ່ມີດິນອຸດົມສົມບູນນັ້ນ ໄດ້ພາກັນຍົກຍ້າຍອອກໜີ.

ພູ Lukon ແມ່ນນຶ່ງໃນບັນດາພູໄຟທີ່ຍັງມີການເຄື່ອນໄຫວໜ່ວຍນຶ່ງຂອງອິນໂດເນເຊຍ. ພູ
ໄຟ Lukon ໄດ້ລະເບີດ ໃນປີ 1991 ທີ່ໄດ້ເຮັດໃຫ້ນັກເດີນປ່າ ຊາວສະວິສຄົນເຊີແລນນຶ່ງ
ເສຍຊີວິດໄປນັ້ນ.

XS
SM
MD
LG